ກອງບັນຊາການ ປກສ ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າກອງບັນຊາການ ແລະ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 7 ທັນວາ 2022, ເຂົ້າຮ່ວມມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ທ່ານ ບຸນກ້ວາງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ, ມີບັນດາແຂກຮັບເຊີນຈາກ ປກສ ແຂວງ, ພະແນກການອ້ອມຂ້າງ ຕະຫຼອດຮອດນາຍຕໍາຫຼວດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັທ ພອນວິໄລ ສຸດຈັນທະລົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຄຳມ່ວນ ເຊິ່ງໄດ້ຕົກລົງແຕ່ງຕັ້ງ:

  • ພັທ ບຸດສະດີ ແສງດາວັນ ຈາກຮັກສາການຫົວໜ້າກອງບັນຊາການ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ເມືອງບົວລະພາ

ພ້ອມນັ້ນ, ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ເມືອງບົວລະພາ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 5 ສະຫາຍ
  • ສິບເອກ ຂຶ້ນ ວາທີ 2 ສະຫາຍ
  • ສິບໂທ ຂຶ້ນສິບເອກ 1 ສະຫາຍ ຍິງ 1 ສະຫາຍ

ພັອ ທິບພະຈັນ ໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ໃຫ້ສືບຕໍ່ຮັກສາມູນເຊື້ອໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ, ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ສົມກັບເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ພ້ອມທັງເນັ້ນໜັກຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີຄວາມບຸກບືນຫ້າວຫັ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ຊອກຮູ້ຮ່ຳຮຽນ ເພື່ອພັດທະນາຕົນເອງໃນທຸກດ້ານ, ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ ແລະ ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!