ເປີດການແຂ່ງຂັນຢ່າງເປັນທາງການແລ້ວ ກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນຕອນເຊົ້າວັນທີ 12 ທັນວາ 2022 ທີ່ບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນໄຄ ສຸດທິຈັກ ຄະນະປະຈຳພັກແຂວງ ປະທານອົງການກວດກາພັກ-ລັດແຂວງຊຽງຂວາງ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດບັນດາຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍຢ່າງຫຼວງຫຼາຍ.​

ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ, ສຳລັບບານສົ່ງໃນຮົ່ມມີການຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022.

ສະເພາະກິລາບານສົ່ງຮົ່ມທີມຍິງ ມີ 4 ພາກສ່ວນ ໃນນັ້ນມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1 ໄປພົບກັບທີ 4 ແລະ ທີ 2 ພົບກັບທີ 3, ທີມໃດຊະນະໄປຊີງຫຼຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ, ແຂວງຊຽງຂວາງ ເຈົ້າພາບ, ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ.

ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ: 1 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ, ແບ່ງອອກເປັນ 2 ກຸ່ມ ຄື:

ກຸ່ມ ກ ແຊ໋ມເກົ່າ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ກຸ່ມ ຂ ປະກອບມີ ແຂວງບໍ່ແກ້ວ, ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.

ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື 2 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ, ແບ່ງອອກເປັນສອງກຸ່ມ.

ກຸ່ມ ກ ປະກອບມີ: ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ.

ສ່ວນກຸ່ມ ຂ ປະກອບມີ: ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ.

ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ, ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ.

ສ່ວນກຸ່ມ ຂ ປະກອບມີ: ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.