ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປະກາດຍົກຍ້າຍ-ສັບຊ້ອນນາຍຕໍາຫຼວດ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຫ້ອງ, ກອງພັນ, ຄ້າຍຄຸ້ມຂັງ-ດັດສ້າງ ແລະ ນາຍຕໍາຫຼວດ ເຂົ້າຮ່ວມ.

ພັຕ ສຸກໄຊຍະພັນ ຄຳມະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ຜ່ານຂໍ້ຕົກລົງວ່າດ້ວຍ ການຍົກຍ້າຍ ແລະ ສັບຊ້ອນນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ ເຊິ່ງໄດ້ປະກາດຍົກຍ້າຍດັ່ງນີ້:

  • ພັທ ນາງ ວັນ ລໍ່ຈົງເຕັ້ງ ຫົວໜ້າພະແນກສຳມະໂນຄົວ ກອງບັນຊາການ ປກສ ເມືອງລ້ອງຊານ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການເມືອງ ປກສ ແຂວງ
  • ພັຕ ນາງ ອຳພາ ມາລາ ຮອງຫົວໜ້າພະແນກການເມືອງ ປກສ ເມືອງລ້ອງແຈ້ງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັຕ ພູມໃຈ ເພັດຊົມພູ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບໜ້າທີ່ໃໝ່ຢູ່ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ
  • ຮອ ໄຊຍາ ໄຊຍະລາດ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມບ້ານນ້ຳຍອນ ກອງບັນຊາການ ປກສ ເມືອງອະນຸວົງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຕຳຫຼວດ
  • ຮອ ບຸນຊູ ຈັນທະລັງສີ ຫົວໜ້າໜ່ວຍງານພິທີການ-ຮັບແຂກ ພະແນກບໍລິຫານຫ້ອງການ ໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການ ປກສ ເມືອງອະນຸວົງ
  • ຮອ ນາງ ແວວ ແຊລິມ ຮອງຫົວໜ້າໜ່ວຍງານກວດກາລັດ ພະແນກກວດກາ-ປ້ອງກັນກຳລັງ ໄປຮັບໜ້າທີ່ໃໝ່ຢູ່ ພະແນກນະໂຍບາຍປະກັນ-ສັງຄົມ ຫ້ອງການເມືອງ
  • ຮອ ນາງ ອຳເລີດ ລໍຂຸນໂດຍ ຮອງຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ ພະແນກຫ້ອງການ ປກສ ເມືອງອະນຸວົງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຕຳຫຼວດ
  • ຮອ ວ່າເລົ່າ ລໍ່ເບຼຍຢ້າວ ຮັກສາການຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມບ້ານນາໄຊສະຫວ່າງ ໄປຮັບໜ້າທີ່ໃໝ່ຢູ່ ປກສ ບໍລິການປະຊາຊົນ ກຸ່ມບ້ານລ້ອງແຈ້ງ
  • ຮທ ຮຸ່ງ ພົນສີທາ ຫົວໜ້າໜ່ວຍງານບໍລິຫານ ພະແນກບໍລິຫານ ປກສ ແຂວງ ທີ່ໄປຊ່ວຍວຽກຫ້ອງພະລາທິການ ກັບຄືນໄປຮັບໜ້າທີ່ຢູ່ ຫ້ອງການ ປກສ ແຂວງ
  • ຮທ ວາ ຈັນທະອາດ ຮອງຫົວໜ້າໜ່ວຍງານສັງລວມ ແລະ ສຳນວນສຳເນົາ ພະແນກສັງລວມບໍລິຫານ-ຈັດຕັ້ງ ຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ຢູ່ ພະແນກຕຳຫຼວດ

ໃນພິທີ, ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊສົມບູນ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 14 ສະຫາຍ
  • ດັດແປງຊັ້ນ ສິບໂທ ເປັນ ວາທີ 1 ສະຫາຍ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!