ໃນວັນທີ 5 ທັນວາ 2022, ຄະນະຜູ້ແທນ ສສ ຫວຽດນາມ ນໍາໂດຍ ທ່ານ ນາງ ເຈີນ ທິ ເຟືອງ ຮວາ ຮອງຫົວໜ້າກົມໃຫຍ່ປະຕິບັດຄໍາຕັດສິນຂອງສານທາງແພ່ງ ກະຊວງຍຸຕິທໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ວຽກງານການປະຕິບັດຄໍາຕັດສິນຂອງສານທາງແພ່ງ ລະຫວ່າງ ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງ ສານກະຊວງຍຸຕິທໍາ ສປປ ລາວ ແລະ ກົມໃຫຍ່ການປະຕິບັດຄໍາຕັດສິນຂອງສານທາງແພ່ງ ກະຊວງຍຸຕິທໍາ ສສ ຫວຽດນາມ ທີ່ກະຊວງຍຸຕິທໍາ ສປປ ລາວ ຈັດໄດ້ຂຶ້ນໃນລະຫວ່າງວັນທີ 5-7 ທັນວາ 2022.

ທ່ານ ນາງ ເຈີນ ທິ ເຟືອງ ຮວາ ກໍໄດ້ລາຍງານຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງລາຍງານສະພາບລວມກ່ຽວກັບ ວຽກງານກໍ່ສ້າງ ແລະ ສໍາເລັດການສ້າງກົດໝາຍ, ທິດທາງໃນການປັບປຸງພາລະບົດບາດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງໃນໄລຍະຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ສສ ຫວຽດນາມ ພ້ອມທັງຕີລາຄາສູງຕໍ່ກັບວຽກງານການປະຕິບັດຄໍາຕັດສິນຂອງສານ ທີ່ສອງຝ່າຍຈະໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ຂໍໃຫ້ການແລກປ່ຽນບົດຮຽນໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!