ສື່ຕ່າງປະເທດ ລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນ​ເດຍ ​ໃນ​ວັນ​ທີ 18 ເມ​ສາ​ ວ່າ: ​ລັດຕຣີປູຣະ ຕັ້ງຢູ່ໃນພາກຕາເວັນອອກສຽງເໜືອ ແລະ​ ລັດເບັງກໍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ​ ປະກາດ​ປິດ​ໂຮງຮຽນ​ທຸກແຫ່ງພາຍໃນລັດ​ ເປັນເວລາຢ່າງໜ້ອຍ 1 ອາທິດ, ເນື່ອງ​ຈາກປະເຊີນ​ອາ​ກາດ​ຮ້ອນຜິດປົກກະຕິ​ ໂດຍທົ່ວໄປແລ້ວອຸນຫະພູມແມ່ນສູງກວ່າຄ່າສະເລ່ຍ.

ອຸນຫະພູມໃນເມືອງໂກນກາຕາ ເມືອງເອກຂອງລັດ​ເບັ​ງ​ກໍ​ຕາ​ເວັນ​ຕົກ ​ແມ່ນຢູ່ທີ່ 40 ອົງສາເຊ ​ໃນ​ວັນ​ທີ 13 ​ເມສາ​ ທີ່ຜ່ານມາ ​ແລະ ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ເປັນ 41 ອົງສາ​ເຊ; ເຊິ່ງສູງ​ກວ່າ​ລະດັບຄ່າ​ສະ​ເລ່ຍປະມານ 5 ອົງສາເຊ ​ໃນ​ໄລຍະ​ເວລາດຽວກັນຂອງແຕ່ລະປີ.

ດ້ານສຳນັກງານອຸຕຸນິຍົມວິທະຍາ​ຂອງ​ອິນ​ເດຍ ​ເຕືອນ​ວ່າ ສະພາບອາກາດໃນປະເທດ ລະຫວ່າງເດືອນມີນາ ຫາ ເດືອນພຶດສະພາ ຈະຮ້ອນຜິດປົກກະຕິ.

ທັງນີ້, ອຸນ​ຫະ​ພູມ​ສະ​ເລ່ຍ​ ໃນ​ທົ່ວ​ປະ​ເທດ​ອິນ​ເດຍ ​ໃນ​ເດືອນ​ກຸມ​ພາ​ ແມ່ນ 29,54 ອົງ​ສາ​ເຊ, ເຊິ່ງເປັນສະຖິຕິສູງ​ທີ່​ສຸດ​ນັບ​ຕັ້ງ​ແຕ່ປີ 1901​.