ວັນທີ 1 ມີນາ 2023, ກອງພັນປ້ອງກັນເຄື່ອນທີ່ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ເປັນປະທານໂດຍ ພັທ ແກ້ວມະນີ ຈິດຕະນະພັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ໂດຍມີ ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ມີຄະນະກອງພັນ, ຫົວໜ້າ-ຮອງກອງຮ້ອຍ, ຫົວໜ້າ-ຮອງໝວດ, ແຂກຮັບເຊີນ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ພັທ ພູມາ ວັງມະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ຍົກໃຫ້ເຫັນການຊີ້ນຳນຳພາຂອງຄະນະພັກ-ຄະນະກອງພັນ ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ສາມາດສ້າງແຜນປະຈຳການກຽມ ພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງຢູ່ບັນດາອົງການຈັດຕັ້ງຕ່າງໆທັງໝົດໄດ້ 547 ຄັ້ງ ມີ 17.302 ເທື່ອຄົນ, ກວດກາອາວຸດພາຫະນະຮັບໃຊ້ ໃຫ້ມີຄວາມພ້ອມຕະຫຼອດເວລາວຽກງານຕີພິເສດ-ເກັບກູ້ລະເບີດ ໄດ້ເອົາໃຈໃສ່ຕິດຕາມກວດກາທາດແຕກ-ທາດລະເບີດຢູ່ສະຖານທີ່ຈັດກອງປະຊຸມຂັ້ນຕ່າງໆໄດ້ 10 ຄັ້ງ ມີ 40 ເທື່ອຄົນ, ຝຶກຊ້ອມວຽກງານວິຊາສະເພາະ ໄດ້ 10 ຄັ້ງ ມີ 312 ເທື່ອຄົນ, ກອງກຽດຕິຍົດ ໄດ້ເຂົ້າຮ່ວມວາງກະຕ່າດອກໄມ້ ໃນວັນສຳຄັນຕ່າງໆຂອງຊາດ-ຂອງພັກໄດ້ 12 ຄັ້ງ ມີ 48 ເທື່ອຄົນ, ວຽກງານແກ້ໄຂຈາລະຈົນ-ສາຍ ກວດ ໄດ້ອອກກວດກາລາດຕະ ເວນຕາມເທດສະບານເມືອງທ່າແຂກໄດ້ 126 ຄັ້ງມີ 756 ເທື່ອ ຄົນ, ສາມາດກັກລົດຈັກດັດແປງ ສະພາບເຕັກນິກລົດ ໄດ້ 54 ຄັນ ແກ້ໄຂແລ້ວ 49 ຄັນພ້ອມທັງສຶກສາອົບຮົມຜູ້ຂັບຂີ່ມອບຄືນໃຫ້ຜູ້ ປົກຄອງມີ 49 ຄົນ.

ໃນນີ້, ກວດພົບຢາເສບຕິດ (ຢາບ້າ) 26 ເມັດ, ກັກຜູ້ຖືກຫາ 2 ຄົນ, ແຕ່ງຕັ້ງພະນັກງານນັກຮົບສົມທົບກັບຫ້ອງວິຊາສິະເພາະ ແລະ ປກສ ເມືອງ ແກ້ ໄຂວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດມີ 12 ສະຫາຍ ກຳແໜ້ນຕິດຕາມບັນດາເປົ້າໝາຍ ແລະ ພື້ນທີ່ເປົ່າໝາຍ ໄດ້ 50 ຄັ້ງມີ 109 ເທື່ອຄົນ, ສາມາດຢຶດຂອງກາງຢາບ້າໄດ້ 2.800 ເມັດ, ກັກຜູ້ຖືກຫາໄດ້ 3 ຄົນ, ວຽກງານປ້ອງກັນທີ່ຕັ້ງໄດ້ປ້ອງກັນສຳນັກງານອົງການ, ເຮືອນ ພັກການນຳ, ທະນະຄານຫ້າງຮ້ານວັດຖຸມີຄ່າໄດ້ 365 ຄັ້ງ ມີ 14.600 ເທື່ອ ຄົນ, ປ້ອງກັນເຄື່ອນຍ້າຍວັດຖຸມີຄ່າພາຍໃນ ແລະ ຕ່າງແຂວງໄດ້ 552 ຄັ້ງ ມີ 3.864 ເທື່ອຄົນ. ນອກນັ້ນ, ຍັງໄດ້ສ້າງພະລາທິການ ເປັນຕົ້ນລ້ຽງປາຢູ່ໜອງລວມຂອງຄ້າຍ ຈຳນວນ 7.000 ໂຕ, ໄດ້ 250 ກິໂລ, ສາມມາດສ້າງລາຍຮັບເຂົ້າກົມກອງໄດ້ເປັນເງິນ ຈຳນວນ 6.250.000 ກີບ ແລະ ວຽກງານອື່ນໆ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄໍຄິດເຫັນຕໍ່ຮ່າງບົດສະຫຼຸບ ເພື່ອພ້ອມກັນຫາວິທີແກ້ໄຂບັນດາຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.