ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເຊື່ອມຊຶມເອກະສານປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນປະທານໂດຍ ສະຫາຍ ພັທ ຄຳມະນີ ກົງພານິດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຈຸພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັທ ຄຳມະນີ ກົງພານິດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກ່າວວ່າ: ການເຊື່ອມຊຶມເອກະສານຄັ້ງນີ້, ເພື່ອເປັນການສໍາຫຼວດກວດກາຄືນຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນຊາທຸກຂັ້ນ ເຂົ້າໃນຂະບວນ ການວຽກງານຕົວຈິງຂອງກົມກອງ ແລະ ທັງເປັນການກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ສະຕິຕໍ່ການຈັດຕັ້ງ, ຄວາມຮູ້-ຄວາມສາມາດ ແລະ ແບບແຜນວິທີເຮັດວຽກຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ການເຊື່ອມຊຶມຄູັ້ງນີ້ ປະກອບມີ ເອກະສານປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ າດຕະການແກ້ໄຂບັນຫາຢາເສບຕິດ, ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນ ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ.