ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ໄດ້ໃຫ້ຮູ້ວ່າ: ວຕປ ໄດ້ວາງທິດທາງລວມໃນການເຄື່ອນໄຫວວຽກງານ ປີ 2023 ແນໃສ່ບັນລຸຄາດໝາຍສູ້ຊົນພັດທະນາກໍາລັງຕໍາຫຼວດປະຊາຊົນ ຕາມທິດຖືເອົາຄຸນນະພາບເປັນກົກ, ພຽບພ້ອມດ້ວຍຄຸນລັກສະນະຂອງນາຍຕຳຫຼວດ ຍຸກໂລກາພິວັດ, ຍຸກຂໍ້ມູນຂ່າວສານ, ຍຸກວິທະຍາສາດ-ເຕັກໂນໂລຊີ, ຍຸກເຊື່ອມໂຍງສາກົນ, ພາກພື້ນ, ເສີມສ້າງຄຸນທາດການເມືອງປະຕິວັດ, ມີຈັນຍາບັນ, ຈັນຍາທຳ ຢູ່ຄຽງຂ້າງກັບຄວາມຖືກຕ້ອງກາຍເປັນທີ່ເພິ່ງ, ທີ່ປຶກສາຂອງພົນລະເມືອງລາວ, ເປັນເຈົ້າການສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໃນແນວຄິດ, ການກະທໍາຂອງຖັນແຖວຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ເພື່ອກະຕຸ້ນບັນຍາກາດແຂ່ງຂັນພັດທະນາຕົນເອງ ກາຍເປັນນາຍຕຳຫຼວດທີ່ດີຂອງພັກ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 6 ມັງກອນ 2023 ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການ ວຕປ, ມີບັນດາຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

+ ພັທ ປອ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວຕປ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງ ໃຫ້ຮູ້ວ່າ:

ໃນປີນີ້, ວຕປ ໄດ້ວາງທິດທາງແຜນການເຄື່ອນໄຫວວຽກງານ ເພື່ອສູ້ຊົນບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍຈະສືບຕໍ່ສຸມຄວາມພະຍາຍາມຮັບຜິດຊອບການເມືອງ ເພື່ອຂັບເຄື່ອນຂະບວນການແຂ່ງຂັນສອນດີ-ສອນເກັ່ງຂອງຖັນແຖວຄູ-ອາຈານ, ຂະບວນການແຂ່ງຂັນຮຽນເກັ່ງ, ຝຶກຝົນຫຼ່ໍຫຼອມດີຂອງນັກສຶກສາ ເຊິ່ງເປັນຄູ່ມາດຕະການຫຼັກຂອງນັກສະຖາບັນການສຶກສາ, ເຮັດໃຫ້ສາຍພົວພັນຄູ-ອາຈານກັບນັກສຶກສາ ຍາມໃດກໍກົມກືນ, ກະຕຸ້ນເຊິ່ງກັນແລະກັນ ຕາມທິດຄູເກັ່ງ-ສິດດີ, ຄູແນວໃດ-ລູກສິດແນວນັ້ນ.

ໂດຍໄປຄຽງຄູ່ກັບ ການສືບຕໍ່ປະຕິບັດແນວທາງ ການຈັດຕັ້ງພັດທະນາກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕາມ 4 ດ້ານ ຄື: ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ.

ປີ 2022, ວຕປ ສາມາດສັງລວມຜົນງານການຂຶ້ນຫ້ອງສິດສອນ ຕາມໂຄງການຫຼັກສູດໃຫ້ນັກສຶກສາທຸກຮຸ່ນ, ທຸກລະບົບ ພາຍໃນ ວຕປ ໄດ້ທັງໝົດ 9.236 ຊົ່ວໂມງ, ຂຶ້ນຫ້ອງສອນພາຍນອກ 110 ຊົ່ວໂມງ, ເເປຕຳລາພາສາຕ່າງປະເທດ 480 ໜ້າ, ປັບປຸງບົດສອນ 186 ບົດ, ແຕ່ງບົດສອນ 194 ບົດ, ກວດບົດສອບເສັງ 2.018 ບົດ, ລົງເກັບກຳຂໍ້ມູນຢູ່ບັນດາກົມກອງທ້ອງຖິ່ນ ມີ 1 ຄັ້ງ, ຄູ-ອາຈານ ນໍາພານັກສຶກສາໄປທັດສະນະມີ 9 ຄັ້ງ.

ໃນກອງປະຊຸມ ຍັງໄດ້ເຜີຍແຜ້ເອກະສານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ 2022 ແລະ ທິດທາງແຜນການວຽງານຈຸດສຸມ ປີ 2023 ຂອງວຽກງານປ້ອງກັນຄວາມສະຫງົບ, ບົດສະຫຼຸບລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາກ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2023.