ໜ່ວຍພັກ 200, ໜ່ວຍພັກຫ້ອງການ ແລະ ໜ່ວຍພັກຄຸ້ມຄອງ ຂຶ້ນກັບຄະນະພັກຮາກຖານຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃນວັນທີ 21 ມິຖຸນາ 2023, ເປັນປະທານໂດຍ ສະຫາຍ ພັອ ທະວິສັກ ເພັດພູຫຼວງ ຮອງເລຂາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີສະຫາຍ ພັທ ຄຳຄັ່ງ ທອງສະຫວັດ ຄະນະພັກ ຫົວໜ້າຫ້ອງສັນຕິບານ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂອງ 3 ໜ່ວຍພັກ; ເຊິ່ງໃນໄລຍະ 1 ປີຜ່ານມາ, ໄດ້ຕີລາຄາສູງຕໍ່ການນຳພາ-ຊີ້ນຳຢ່າງຮອບດ້ານ ເປັນຕົ້ນແມ່ນການເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ ເພື່ອ ເຮັດໃຫ້ໜ່ວຍພັກມີຄວາມສະຫງົບ, ມີ ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງ ເອົາໃຈໃສ່ປຸກລະດົມສາມັກຊິກພັກໃຫ້ມີສະຕິຕື່ນຕົວສູງຕໍ່ກົນອຸບາຍທີ່ຫັນປ່ຽນ ໂດຍສັນຕິຂອງຄົນບໍ່ດີ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນເຊີດຊູຈິດ ໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ.

ຈາກນັ້ນ, ສະຫາຍ ພັທ ແສງວົງຈອນ ດາວລາສິງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງເຊກອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລຂາພັກແຂວງ ວ່າດ້ວຍການຮັບຮອງມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ຮັບຮອງແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ທັງ 3 ໜ່ວຍ ພ້ອມທັງມອບໃບຢັ້ງຢືນ.

ນອກນັ້ນ, ໃນພິທີ ຍັງໄດ້ບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານຫ້ອງສັນຕິບານ. ໃນນີ້, ແຕ່ງຕັ້ງ ສະຫາຍ ພັທ ຄໍາຄັງ ທອງສະຫວັດ ເປັນເລຂາຄະນະ ພັກຮາກຖານຫ້ອງສັນຕິບານ ທັງເປັນເລຂາໜ່ວຍພັກຄຸ້ມຄອງນຳອີກ.