ກອງປະຊຸມສະຫຼຸບການນຳພາ-ຊີ້ນຳວຽກງານ ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປີ 2023 ຂອງໜ່ວຍພັກຮາກຖານຫ້ອງ ການເມືອງ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັອ ບຸນແພງ ລໍນີຈັນ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງການເມືອງ ປກສ ແຂວງອຸດົມ ໄຊ, ມີຄະນະໜ່ວຍພັກ, ຫົວໜ້າຈຸພັກ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າ ຮ່ວມ.

ບົດສະຫຼຸບການນຳພາ-ຊີ້ນຳປະຈຳ ໄຕມາດ II ທີ່ລາຍງານໂດຍສະຫາຍ ພັທ ບຸນເຮືອງ ພິມຍົງຄໍາ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ໄດ້ສະຫຼຸບການນຳພາ-ຊີ້ນຳວຽກງານຮອບດ້ານຕະຫຼອດໄລຍະ 3 ເດືອນຜ່ານມາ, ໂດຍຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ແກ້ໄຂໃນສະເພາະໜ້າ, ຕົ້ນຕໍແມ່ນວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ, ດ້ານການຈັດຕັ້ງ, ແບບແຜນນຳພາ-ວິທີເຮັດວຽກ ແລະ ການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກ ຕິດພັນກັບການຈັດຕັ້ງເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃຫ້ແກ່ສະມາຊິກພັກ-ພະນັກງານ-ນັກຮົບ ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານຫຼາຍສະຫາຍມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເປັນເອກະພາບສູງຕໍ່ການນໍາພາຂອງຄະນະພັກ, ເຊິ່ງຍາມໃດກໍຢຶດໝັ້ນຕາມ 5 ຫຼັກການ, 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກຢ່າງເຂັ້ມງວດ; ທັງມີການດໍາເນີນຊີວິດການເມືອງຂອງພັກເປັນປົກກະຕິ ເເລະຖືກຕ້ອງຕາມ 3 ລັກສະນະຂອງລະບອບດໍາເນີນຊີວິດ ຄື: ລັກສະນະນໍາໜ້າ, ສຶກສາອົບຮົມ ແລະ ລັກສະນະຕໍ່ສູ້; ສະມາຊິກພັກທຸກສະຫາຍລ້ວນແຕ່ໄດ້ຮັບການຄຸ້ມ ຄອງ, ຕິດຕາມ, ກວດກາ, ຕີລາຄາຄຸນນະພາບເປັນປົກກະຕິ.

ສຳລັບການຂະຫຍາຍພັກໄດ້ຮັບປະກັນທາງດ້ານຄຸນນະພາບ, ຖືກຕ້ອງຕາມມາດຖານເງື່ອນໄຂ, ບາດກ້າວ, ຂັ້ນຕອນທີ່ກົດລະບຽບພັກກໍານົດໄວ້, ດ້ານບຸກຄະລາກອນຂອງຄະນະພັກແຕ່ລະຂັ້ນແມ່ນຮັບປະກັນຖືກຕ້ອງຕາມມາດຖານເງື່ອນໄຂ, ເຮັດໃຫ້ການຈັດຕັ້ງພັກມີຄວາມໜັກແໜ້ນ ເຂັ້ມແຂງ ທຸກດ້ານ, ເປັນເສນາທິການເກັບກໍາສະພາບ, ຄົ້ນຄວ້າ, ວາງ ແຜນການ, ຕິດຕາມ, ກວດກາ, ກະຕຸກຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດວຽກງານພັກ-ວຽກງານການເມືອງ.