ນັບແຕ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ເປັນຕົ້ນມາ ກົມໃຫຍ່ການເມືອງ ປກສ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນການປັບປຸງກົນໄກ, ລະບອບແບບແຜນວິທີນໍາພາ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພັກ-ວຽກງານພະນັກງານ ກໍຄືການປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ແລະ ຮັບປະກັນການເຄື່ອນໄຫວຢ່າງຕັ້ງໜ້າ, ແຂງແຮງ ແລະ ມີປະສິດທິຜົນສູງ, ທັງເຮັດຢ່າງຕໍ່ເນື່ອງ, ດໍາເນີນຢ່າງຮອບດ້ານດ້ວຍຫຼາຍວິທີການ ແລະ ຫຼາຍເນື້ອໃນເຮັດໃຫ້ກົງຈັກການຈັດຕັ້ງ ແລະ ກໍາລັງປ້ອງກັນຄວາມສະຫງົບ ນັບແຕ່ສູນກາງຫາທ້ອງຖິ່ນມີຄຸນນະພາບ ປອດໃສ ແລະ ເຂັ້ມແຂງ.


ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ລາຍງານຕໍ່ກອງປະ ຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V ໃນວັນທີ 21 ມິຖຸນາ 2023 ວ່າ: ໄລຍະຜ່ານມາ, ກົມໃຫຍ່ການເມືອງ ປກສ ໄດ້ຜັນຂະຫຍາຍມະຕິ, ຄໍາສັ່ງຂອງກົມການເມືອງສູນກຳງພັກ, ຄະນະເລຂາທິການສູນກາງພັກ ແລະ ນິຕິກໍາ ທີ່ລັດຖະບານວາງອອກຫັນມາເປັນຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ສາມາດຈັດຕັ້ງປະຕິບັດມີຄວາມຄືບໜ້າໃນຫຼາຍຂົງເຂດ; ໄດ້ສຸມໃສ່ເພີ່ມທະວີການເຄື່ອນໄຫວວຽກ ງານການເມືອງນໍາພາແນວຄິດຕໍ່ກໍາລັງຢ່າງຕໍ່ເນື່ອງ, ປັບປຸງເນື້ອໃນ, ຮູບແບບການຈັດຕັ້ງ-ການເຄື່ອນໄຫວຂອງສື່ມວນຊົນ ປກສ ແຕ່ສູນກາງຫາທ້ອງ ຖິ່ນ, ເອົາໃຈໃສ່ໂຄສະນາ-ເຜີຍແຜ່ຂໍ້ມູນຂ່າວສານ, ຜົນງານການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບ ກໍຄືແນວທາງນະໂຍບາຍຂອງພັກ, ການໂຄສະນາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ; ພ້ອມນີ້, ຍັງໄດ້ເປັນເຈົ້າການຕອບຕ້ານຕໍ່ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີທີ່ບໍ່ຖືກຕ້ອງຂອງພວກກຸ່ມຄົນບໍ່ດີ ກໍຄືພວກຕ້ານການປະຕິວັດ; ໄດ້ຄົົ້ນຄວ້ານໍາສະເໜີຂັ້ນເທິງປັບປຸງແບບແຜນນໍາພຳ, ແບບແຜນວິທີເຮັດວຽກ ແລະ ກົນໄກການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ, ຄົົ້ນຄວ້າບັນດາເນື້ອໃນຍຸດທະສາດໃນ ການພັດທະນາກໍາລັງວຽກງານຈຸດສຸມໃນແຕ່ລະໄລຍະ ເພື່ອເຮັດໃຫຼ້ການເຄື່ອນໄຫວ ແລະ ການນໍາພາ-ຊີ້ນໍາຂອງບັນດາຄະນະພັກກໍຄືອົງຄະນະພັກກະຊວງ ມີການຫັນປ່ຽນຢ່າງຕັ້ງໜ້າ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີຄວາມຮັບປະກັນທາງດ້ານຄຸນນະພາບ ແລະ ມີຈໍານວນເພີີ່ມຂຶ້ນໃນແຕ່ລະປີ; ໄດ້ປັບປຸງກົງຈັກການຈັດຕັ້ງບັນຊາແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ແລະ ຮັບປະກັນການປະສົມກົມກຽວລະຫວ່າງຄະ ນະພັກກັບຄະນະບັນຊາ, ການປະສານສົມທົບສາຍຕັ້ງສາຍຂວາງ ແລະ ການເກັບກໍາຕີລາຄາຄຸນນະພາບຂອງພະນັກງານຢ່າງຖືກຕ້ອງ, ໄດ້ສົມທົບ ຄະ ນະຈັດຕັ້ງສູນກາງພັກ ດໍາເນີນສ້າງແຜນ ກໍານົດພະນັກງານນໍາພຳ-ບັນຊາຂັ້ນສູນກາງຄຸ້ມຄອງສໍາເລັດໃນປີ 2022; ສໍາເລັດການສ້າງແຜນກໍານົດພະນັກງານນໍາພຳ-ບັນຊາຂັ້ນກະຊວງຄຸ້ມຄອງ, ຊຸກຍູ້ການສ້າງ ແລະ ປັບປຸງພາລະບົດບາດຂອງບັນດຳກົມກອງທ້ອງຖິ່ນ. ປັດຈຸບັນ, ສໍາເລັດ ແລ້ວ 6 ກົມກອງ, ໄດ້ປະຕິບັດລະບອບຄວບຕໍາແໜ່ງ ເຮັດໃຫ້ການຊີ້ນໍາ-ບັນຊາແກ້ໄຂວຽກງານມີຄວາມແທດເຖິງຕົວຈິງ.

ນອກນີ້, ຍັງໄດ້ຊຸກຍູ້ບັນດຳກົມກອງທ້ອງຖິ່ນດໍາເນີນການກໍານົດຕໍາແໜ່ງງານປັດຈຸບັນມີ 13 ກົມກອງຢູ່ໃນຂັ້ນຕອນພິຈາລະນາ ເພື່ອສະເໜີຂັ້ນເທິງຮັບຮອງ; ຍົກສູງບົດບາດຂອງຄະນະຮັບຜິດຊອບຄົົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆ, ຮັບປະກັນຄວາມຖືກຕ້ອງຊັດເຈນ ແລະ ແທດເໝາະກັບສະ ພາບເງື່ອນໄຂຂອງກໍາລັງ; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງດໍາເນີນກອງປະຊຸມສໍາມະນາວິທະຍາສາດ ແລະ ຄົົ້ນຄວ້າຮ່າງບົດວິພາກການປັບປຸງກົງ ຈັກການຈັດຕັ້ງຂອງກະຊວງປ້ອງກັນຄວາມສະຫງົບ (ຍຸບກົມໃຫຍ່) ຕາມທິດຊີ້ນໍາຂອງຄະນະບໍລິຫານງານສູນກາງພັກ.