ໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ກອງບັນຊາປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີສອບເສັງພາກມວຍວິຊາສະເພາະປ້ອງກັນຕົວໃຫ້ນັກ ຮຽນນາຍສິບ ຮຸ່ນທີ XXIV ສົກປີ 2023ໃນວັນທີ 21 ມິຖຸນາ 2023 ໂດຍມີ ພັທ ດໍາດວນ ກາຫອມ ຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ, ມີຄະນະອໍານວຍການ, ພະນັກງານຄູ-ອາຈານ, ແຂກ ຮັບເຊີນ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ດໍາດວນ ກາຫອມ ກ່າວວ່າ: ການຈັດພິທີສອບເສັງພາກມວຍວິຊາ ສະເພາະປ້ອງກັນຕົວໃຫ້ນັກຮຽນຄັ້ງນີ້ ເພື່ອເປັນການປະຕິບັດຕົວຈິງໃຫ້ຖືກ ຕ້ອງສອດຄ່ອງກັບທິດສະດີທີ່ໄດ້ຮຽນມາ ແລະ ທົດສອບຄວາມຮັບຮູ້ຂອງນັກຮຽນແຕ່ລະສະຫາຍ ພ້ອມທັງໃຫ້ຄະແນນຕົວຈິງ ແລະ ເປັນບົດຮຽນເພື່ອນໍາໄປໃຊ້ໃນການປະຕິບັດວຽກງານວິຊາສະເພາະຕົວຈິງ ເປັນຕົ້ນຮັບໃຊ້ໃຫ້ແກ່ການປ້ອງກັນການນໍາ, ຜູ້ນໍາພັກ-ລັດ, ປະຈໍາສໍານັກງານ, ອົງການ, ກອງປະຊຸມ, ຊຸມນຸມມິດຕິ່ງ ແລະ ເຮືອນພັກການນໍາ ເພື່ອໃຫ້ມີຄວາມປອດໄພ, ເຊິ່ງພາກຮຽນມວຍວິຊາສະເພາະປ້ອງກັນຕົວແມ່ນໄດ້ກໍານົດເວລາຮຽນ 25 ວັນ 175 ຊົ່ວ ໂມງ, ມີ 3 ໝວດໃຫຍ່ ຄື: ພາກພື້ນຖານມວຍວິຊາສະເພາະ, ພາກຕໍ່ສູ້ແບບມືເປົ່າ ແລະ ພາກຕໍ່ສູ້ແບບມີອາວຸດ ໄດ້ເລີ່ມຮຽນໃນວັນທີ 17 ພຶດສະພາ-21 ມິຖຸນາ 2023 ມີຄູ-ອາຈານສອນ 4 ສະຫາຍ, ນັກຮຽນ 127 ສະຫາຍ ຍິງ 21 ສະຫາຍ. ຜ່ານການສອບເສັງສາມາດຕີລາຄາການສອບເສັງຂອງນັກຮຽນແມ່ນໄດ້ຕາມລະດັບຄາດໝາຍ.

ໃນພິທີ, ການສອບເສັງຄັ້ງນີ້, ໄດ້ຮັບຊົມການສະແດງຂອງນັກຮຽນ ເປັນຕົ້ນເຕັກນິກພື້ນຖານມວຍວິຊາສະເພາະ, ຫັດກາຍ 25, 38, 44 ຈັງຫວະ, ສາທິດການຕໍ່ສູ້ດ້ວຍມືເປົ່າ ແລະ ມີອາວຸດ, ການຊ່ວຍເຫຼືອປະຊາຊົນທີ່ຖືກກຸ່ມຄົນບໍ່ດີປຸ້ນຈີ້ຊິງຊັບ, ການປ້ອງກັນການນໍາລົງທ້ອງຖິ່ນ, ການຊ່ວຍເຫຼືອ ແມ່ຄ້າຖືກທີ່ຖືກກຸ່ມຄົນບໍ່ດີກິນ ແລ້ວບໍ່ຈ່າຍ ພ້ອມທັງທໍາຮ້າຍຮ່າງການແມ່ຄ້າ, ການຊ່ວຍເຫຼືອປະຊາຊົນແລ່ນອອກກໍາລັງກາຍແລ້ວມີກຸ່ມຄົນບໍ່ດີມາທໍາຮ້າຍຮ່າງກາຍ ແລະ ການປ້ອງກັນສໍານັກງານອົງການ ແລ້ວມີກຸ່ມຄົນບໍ່ດີເຂົ້າມາກໍ່ກວນສ້າງຄວາມວຸ້ນວາຍເຈົ້າໜ້າທີ່.