ກອງບັນຊາການ ປກສ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ສະຫຼຸບຖອດຖອນບົດຮຽນປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2 ໃນທ້າຍອາທິດຜ່ານມາ, ມີ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແລະ ທ່ານ ຄໍາຫຼ້າ ດວງມະໄລ ຮອງເຈົ້າເມືອງບຸນໃຕ້, ມີຄະນະພັກ-ຄະນະບັນຊາ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ອຸດອນ ສຸວົງໄຊ ຫົວໜ້າກອງບັນຊາການ ປກສ ເມືອງບຸນໃຕ້ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດໄລຍະທີ 2 ປະຈຳເດືອນຕຸລາ-ພະຈິກ ປີ 2022 ແລະ ທິດທາງແຜນການ ປະຈຳເດືອນທັນວາ ປີ 2022 ວ່າ: ຜ່ານການລົງເຄື່ອນໄຫວເຜີຍແຜ່ບັນດາເອກະສານກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ 7 ກຸ່ມ, ມີ 64 ບ້ານ, ລົງສ້າງສັນຍາ 4 ໃບ ໃນ 7 ກຸ່ມບ້ານ ເປົ້າ ໝາຍຄ້າ-ຂາຍເສບຕິດ ປະເພດຢາບ້າ 78 ເປົ້າໝາຍ, ຢາຝິ່ນ 10 ເປົ້າໝາຍ ແລະ ເປົ້າໝາຍຂີ້ລັກ-ງັດແງະໄດ້ 7 ເປົ້າໝາຍ. ໃນນີ້, ສາມາດມ້າງຄະດີຢາເສບຕິດໄດ້ 7 ເລື່ອງ, ຢຶດຂອງກາງໄດ້ ຈໍານວນ 1.700 ເມັດ ພ້ອມລົດຈັກ 6 ຄັນ, ສ້າງບົດບັນທຶກຢຸດເຊົາການພົວພັນສິ່ງເສບຕິດປະເພດຕ່າງໆໄດ້ 795 ຄົນ. ໃນນີ້, ຜູ້ຕິດຢາບ້າ ຈໍານວນ 684 ຄົນ ຍິງ 12 ຄົນ ຜູ້ຕິດຝິ່ນ 424 ຄົນ ຍິງ 21 ຄົນ ແລະ ເອົາໄປບໍາບັດປິ່ນປົວ 26 ຄົນ, ສາມາດທ້ອນໂຮມອາວຸດລ່າເນື້ອປະເພດ ປືນແກັບ ໄດ້ 263 ກະບອກ.

ພັອ ຄຳຈັນ ແສງລາວົງ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ກອງບັນຊາການ ປກສ ເມືອງບຸນໃຕ້ ທີ່ເອົາໃຈໃສ່ຈັດຕັ້ງ ເຄື່ອນໄຫວຈົນສາມາດຍາດໄດ້ຜົນງານ ໃນຫຼາຍດ້ານ ພ້ອມທັງຮຽກຮ້ອງມາຍັງແຕ່ລະພາກສ່ວນ ໃຫ້ສືບຕໍ່ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເປັນຕົ້ນແມ່ນບັນດານິຕິກຳຂອງສູນກາງ, ຂອງກະຊວງ ແລະ ຂອງແຂວງກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ໜັກແໜ້ນ ແລະ ເລິກເຊິ່ງ, ກຳແໜ້ນພາລະບົດບາດ, ສິດ-ໜ້າທີ່ຂອງຕົນ, ເປັນເຈົ້າການປະສານສົມທົບໃນການແກ້ໄຂບັນຫາຢາເສບຕິດດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍຢ່າງເຂັ້ມງວດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນຜົນສຳເລັດ ແລະ ຄວາມສະຫງົບປອດໄພ.