ກອງບັນຊາການ ປກສ ເມືອງຫົວເມືອງ ແຂວງຫົວພັນ ໄດ້ຈັດພິິທີປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ຂຶ້ນໃນທ້າຍອາທິດຜ່ານມາ, ມີ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ທ່ານ ອ່ອນພັນ ທອງທິດາ ເຈົ້າເມືອງຫົວເມືອງ, ມີແຂກຮັບເຊີນ, ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ຊາຍພອນ ຍົດທະວີໄຊ ຮອງຫົວໜ້າຫ້ອງການເມືອງ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫົວພັນ. ໃນນີ້, ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ພຸດອານົງ ມະນີວົງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫົວເມືອງ ແລະ ພັຕ ວົງສີ ບຸນພະຈັນ ເປັນຮອງ, ຍົກຍ້າຍ ພັທ ວັນພອນ ມະລີພົນ ຈາກກອງບັນຊາການ ປກສ ເມືອງຫົວ ເມືອງ ໄປປະຈຳຢູ່ຫ້ອງການເມືອງ, ຍົກຍ້າຍ ພັຕ ສຸກສະຫວັນ ພຽນທະວົງໄຊ ຈາກກອງບັນຊາການ ປກສ ເມືອງຫົວເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຫົວພັນ.

ໃນພິທີປະກາດຍົກຍ້າຍ-ແຕ່ງຕັ້ງຄັ້ງນີ້, ທ່ານ ອ່ອນພັນ ທອງທິດາ ໄດ້ຊີ້ນໍາຜູ້ທີ່ໄດ້ຮັບແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍໄປປະຈຳຢູ່ບ່ອນໃໝ່ ວ່າແມ່ນຂີດໝາຍສຳຄັນໜຶ່ງຂອງໜ້າທີ່ການເມືອງທີ່ມີຄວາມຮຽກຮ້ອງຕ້ອງການ, ທັງເປັນການປະຕິບັດຕາມແນວທາງຍະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ການປັບປຸງສັບຊ້ອນຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ຕ້ອງມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເຮັດໃຫ້ກຳລັງເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ, ເຂັ້ມແຂງທາງດ້ານການຈັດຕັ້ງ ຮັບປະກັນເຮັດສຳ ເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍມີປະສິດທິຜົນສູງ.