ໃນວັນທີ 19 ທັນວາ 2022, ແມ່ນມື້ທຳອິດໃນການກວດສຸຂະພາບ ທີ່ຄະນະອຳນວຍການ ແລະ ພະນັກງານແພດໝໍຂອງໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ນໍາພາໂດຍ ພັອ ນາງ ພຸດມາລາ ພັນທະມິດ ຜູ້ອໍານວຍການໂຮງໝໍ 5 ເມສາ ແລະ ຄະນະຜູ້ແທນ ພ້ອມດ້ວຍບັນດາຊ່ຽວຊານທາງດ້ານການເພດ ຈາກໂຮງໝໍ19.8ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ນຳພາໂດຍ ພັທ ໂງ ຈ້ອງຫວຽນ ຫົວໜ້າພະແນກບົ່ງມະຕິຮູບພາບ ໂຮງໝໍ 19.8 ໄດ້ເຮັດວຽກຮ່ວມກັນ ກ່ຽວກັບການຈັດຕັ້ງ ແລະ ການບໍລິການກວດສຸຂະພາບໃຫ້ບັນດາການນໍາຂັ້ນສູງຂອງກະຊວງ ປກສ ລາວ ທີ່ໂຮງໝໍ 5 ເມສາ ເພື່ອຊອກຮູ້ ແລະ ສາມາດບົ່ງມະຕິພະຍາດໄດ້ຢ່າງທັນການ; ພ້ອມທັງຮັບປະກັນທາງດ້ານການຮັກສາ, ການປິ່ນປົວສຸຂະພາບ ແລະ ເຮັດໃຫ້ບັນດາການນໍາຂັ້ນສູງຂອງກະຊວງ ປກສ ມີສຸຂະພາບທີ່ແຂງແຮງ.

ໃນໂອກາດນີ້, ພັອ ນາງ ພຸດມາລາ ພັນທະມິດ ໄດ້ໃຫ້ສໍາພາດວ່າ: ການຈັດຕັ້ງ ແລະ ການບໍລິການ ກວດສຸຂະພາບໃຫ້ບັນດາການນໍາຂັ້ນສູງຂອງກະ ຊວງ ປກສ ລາວ ເປັນການຮ່ວມມືໃນການປະຕິບັດເນື້ອໃນບົດບັນທຶກແຜນການຮ່ວມມື ປະຈໍາປີລະຫວ່າງ ກະຊວງ ປກສ ລາວ ແລະ ຫວຽດ ນາມ; ເປັນຕົ້ນແມ່ນ: ສືບຕໍ່ເພີ່ມທະວີການພົວພັນຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ກໍາລັງ ປກສ ລາວ ແລະ ຫວຽດນາມ ເຊັ່ນ: ວຽກງານການກວດກາສຸຂະພາບ, ການປິ່ນປົວພະຍາດ ໃຫ້ການນໍາຂັ້ນສູງ, ການແລກປ່ຽນບົດຮຽນ, ການຍົກລະດັບຄວາມຮູ້ຄວາມສາມາດ ແລະ ການພັດທະນາດ້ານຕ່າງໆ ທາງດ້ານສາທາລະນະສຸກ. ເຊິ່ງການກວດສຸຂະພາບຄັ້ງນີ້ຈະດຳເນີນເປັນເວລາ 2 ວັນ ທີ 19-20 ທັນວານີ້ ໂດຍຈະມີການສ່ອງລັງສີ, ເອໂກ້ຜົ້ງທ້ອງ, ກວດແຂ້ວ, ກວດຫູ-ດັງ-ຄໍ, ວັດແທກຫົວໃຈ ເປັນຕົ້ນ.

ນອກຈາກການຈັດຕັ້ງ ແລະ ການລິການກວດສຸຂະພາບໃຫ້ບັນດາການນໍາຂັ້ນສູງຂອງກະຊວງ ປກສ ລາວ ໃນຄັ້ງນີ້ແລ້ວ; ຄະນະອຳນວຍການ ແລະ ພະນັກງານແພດໝໍ ຂອງໂຮງໝໍ 5 ເມສາ ຍັງຈະໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາສະເພາະ ທີ່ຕິດພັນກັບວິທະຍາສາດການແພດ ຮ່ວມກັບ ຄະນະຜູ້ແທນ ແລະ ບັນດາຊ່ຽວຊານທາງດ້ານການເພດ ຈາກໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ຕື່ມອີກ. 

ທັງນີ້, ກໍເພື່ອເປັນການປະສານສົມທົບຮ່ວມມືກັນ ລະຫວ່າງ ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະໂຮງຫມໍ 19.8  ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກແຜນການຮ່ວມມື ທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ໄດ້ລົງນາມຮ່ວມກັນ; ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ. ພ້ອມທັງ ປະກອບສ່ວນເຮັດໃຫ້ການສະເຫຼີມ  ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມກໍຄືການສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດ ນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ.