ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມວຽກງານຕິດຕາມກວດກາທົ່ວໄປ ທົ່ວປະເທດ ຄັ້ງທີ I ຂຶ້ນໃນວັນທີ 19 ທັນວາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມ.

ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ຮອງຫົວໜ້າ ອອປສ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ, ທິດທາງລວມ, ວຽກງານຈຸດສຸມແຕ່ລະດ້ານໃນປີຕໍ່ໜ້າ. ພ້ອມທັງໄດ້ປະກອບຄໍາເຫັນກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ, ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ, ການປ້ອງກັນອາຊະຍາກໍາ, ການອອກນິຕິກໍາ, ການຕິດຕາມກວດກາການດໍາເນີນຄະດີປົກຄອງ ແລະ ການປະຕິບັດຄໍາຕັດສິນຂອງສານຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ທິດຊີ້ນໍາວ່າ: ໃນຊຸມປີຕໍ່ໜ້ານີ້, ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະ ຫານທົ່ວປະເທດ ຈະຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນວຽກງານຕິດຕາມກວດກາທົ່ວໄປເປັນຢ່າງດີ, ຍົກລະດັບພະນັກງານໄອຍະການປະຊາຊົນ ກ່ຽວກັບການຕິດຕາມກວດກາທົ່ວໄປ; ສ້າງນິຕິກໍາ ເປັນຕົ້ນຄໍາສັ່ງ, ຄໍາແນະນໍາກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ; ສ້າງປຶ້ມຄູ່ມືກ່ຽວກັບການຕິດຕາມກວດກາການດໍາເນີນຄະດີປົກຄອງ, ປຶ້ມຄູ່ມືກ່ຽວກັບການຕິດຕາມກວດກາການປ້ອງກັນອາຊະຍາກໍາ, ປຶ້ມຄູ່ມືການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ; ສ້າງກົນໄກປະສານງານວຽກງານຕິດຕາມກວດກາທົ່ວໄປ ລະຫວ່າງອົງການໄອ ຍະການປະຊາຊົນ ກັບ ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຫ້ອງການ, ບັນດາກົມ, ສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ພາກ, ແຂວງ, ນະຄອນຫຼວງ ຕ້ອງຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວ ກັບວຽກງານຕິດຕາມກວດກາທົ່ວໄປ ແລະ ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມໃນຄັ້ງນີ້, ເປັນແຜນການ ລະອຽດຂອງກົມກອງ ແລະ ທ້ອງຖິ່ນຂອງຕົນຢ່າງມີປະສິດທິຜົນ.