ໃນອາດທິດຜ່ານມາ, ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປິດການບຳບັດຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຊຸດທີ 8, ມີ ທ່ານ ຊຽງວັນ ສົມລັດທອງ ຮອງເຈົ້າເມືອງສິງ, ຜູ້ຊີ້ນຳຂົງເຂດວັດທະນະທຳ, ທັງເປັນຫົວໜ້າຄະນະຮັບຜິດຊອບວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ມີບັນດາ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຜູ້ເຂົ້າຮັບການບຳບັດຟື້ນຟູສຸຂະພາບຜູ້ຕິດຢາເສບຕິດເຂົ້າຮ່ວມ.

ທ່ານ ດຣ ສົມພັດ ສໍຈຳປາ ກອງເລຂາຄະນະຮັບຜິດຊອບສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ໄດ້ຂຶ້ນລາຍງານ ໂດຍຫຍໍ້ການປິດການບຳບັດຜູ້ຕິດຢາເສບຕິດໃນຊຸດນີ້ແມ່ນຊຸດທີ 8 ຂອງເມືອງ ຈຸດບ້ານມືຕໍ ກຸ່ມຊຽງແຂງ ມີເປົ້າໝາຍຜູ້ຕິດຢາເສບຕິດຈໍານວນ 210 ຄົນ ຍິງ 55 ຄົນ, ເຂົ້າບຳບັດທັງໝົດ 30 ຄົນ ຍິງ 5 ຄົນ ມາຈາກ 9 ບ້ານ ສາມາດບຳບັດໄດ້ 100% ການຈັດສູນບຳບັດຄັ້ງນີ້ແມ່ນໄດ້ປະຕິບັດຕາມວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດທີ່ຂັ້ນເທິ່ງວາງອອກ.

ໃນພິທີ, ທ່ານ ຊຽງວັນ ສົມລັດທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງແຕ່ລະບ້ານ ພ້ອມຄະນະຮັບຜິດຊອບຕ້ານ ແລະ ສະກັດກັ້ນຢາເສບຕິດຂັ້ນເມືອງທີ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ປະກົດຜົນເປັນຈິງ ພ້ອມທັງຮຽກ ຮ້ອງໃຫ້ສືບຕໍ່ຕິດຕາມປະຊາຊົນພາຍໃນບ້ານຂອງຕົນເປັນປົກກະຕິ ເພື່ອເຮັດໃຫ້ບັນກາຢາເສບຕິດພາຍໃນບ້ານຂອງຕົນຫຼຸດລົງເທື່ອລະກ້າວ ແລະ ໝົດໄປຈາກສັງຄົມ.