ໃນວັນທີ 7 ກຸມພາ 2023, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ຄົບຮອບ 59 ປີ (9 ກຸມພາ 1964-9 ກຸມພາ 2023) ພ້ອມທັງເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022, ເປັນປະທານ ແລະ ເຜີຍແຜ່ໂດຍ ພັອ ໄຊຍະວົງ ແກ້ວສຸລິວົງ ປະທານກວດກາພັກ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ, ກົມ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັອ ໄຊຍະວົງ ແກ້ວສຸລິວົງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ, ຄວາມມີນໍ້າໃຈເສຍສະລະ, ຄວາມເຕີບໃຫຍ່ເຂັ້ມແຂງ, ໄຊຊະນະ ແລະ ຜົນສໍາເລັດຫຼາຍດ້ານຂອງ ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ:

ເລີ່ມແຕ່ໄລຍະທີ່ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຮັບການສ້າງຕັ້ງ ໃນວັນທີ 9 ກຸມພາ 1964 ຢູ່ທີ່ຖໍ້າກ້ອງ ບ້ານເອີນ ຕາແສງຊຽງລວງ, ເຊິ່ງເປັນເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ແລະ ໄດ້ກໍາເນີດຂຶ້ນ ໂດຍມີຊື່ເອີ້ນວ່າ: ຄ້າຍຄຸມຂັງຖໍ້າກ້ອງ ແລະ ເປັນຄ້າຍຄຸມຂັງແຫ່ງທຳອິດຂອງ ກຳລັງປ້ອງກັນຄວາມສະຫງົບສູນກາງ; ເຊິ່ງປະກອບມີ ຫົວໜ້າ 1 ສະຫາຍ ແລະ ຮອງຫົວໜ້າ 2 ສະຫາຍ ພ້ອມດ້ວຍພະນັກງານ-ນັກຮົບ 8 ສະຫາຍ, ເຮັດ ໜ້າທີ່ຄຸ້ມຄອງ, ປ້ອງກັນຄ້າຍຄຸມຂັງ ໃຫ້ມີຄວາມສະຫງົບ-ປອດໄພ ພ້ອມທັງຮັກສາປິດລັບທີ່ຕັ້ງຂອງຄ້າຍຄຸມຂັງ ໄດ້ຢ່າງເຂັ້ມງວດ.

ພ້ອມດຽວກັນນີ້, ໃນພິທີ ພັອ ຄໍາພອນ ແສງສາລີຈັນ ຄະນະພັກກົມ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຍັງໄດ້ເຜີຍແຜ່ບັນດາເອກະສານກ່ຽວກັບ ການເປີດບັ້ນດໍາເນີນຊີວິດການເມືອງ ເຊິ່ງປະກອບມີ:

  • ເອກະສານການເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບ
  • ການຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັນສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໃໝ່
  • ເອກະສານຈັນຍາບັນ-ຈັນຍາທໍາຂອງນາຍ ແລະ ພົນຕຳຫຼວດ

ທັງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ເຊື່ອມຊຶມ, ກຳແໜ້ນທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນຄວາມສະຫງົບ ກໍຄື ກຳລັງຄຸມຂັງ-ດັດສ້າງ ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານ ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວ ໃຫ້ນັບມື້ຈະເລີນງອກງາມຂຶ້ນໄປເລື້ອຍໆ.