ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸດຂັ້ນແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງຄະນະກຳມະການຕ້ານການຄ້າມະນຸດ ແຂວງຫົວພັນ, ໂດຍການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ມີປະທານ, ຮອງປະທານຄະນະກຳມະການຕ້ານການຄ້າມຸດຂັ້ນແຂວງ, ມີບັນດາຄະນະກຳມະການຕ້ານການຄ້າມະນຸດ ຈາກບັນດາພະແນກການທີ່ກ່ຽວຂ້ອງ ປກສ ເມືອງ, ຄະນະກຳມະການຕ້ານການຄ້າມະນຸດຂັ້ນເມືອງ ໃນທົ່ວແຂວງ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2023.

ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ໃຫ້ຮູ້ວ່າ:

ໃນ 1 ປີ ຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ໄດ້ລົງເຄື່ອນໄຫວໂຄສະນາຜົນຮ້າຍຂອງການຄ້າມະນຸດ ແລະ ເຜີຍແຜ່ກົດໝາຍໃຫ້ປະຊາຊົນ ແລະ ນັກຮຽນ ໄດ້ 2 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 594 ຄົນ ຍິງ 205 ຄົນ, ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງກັບວຽກງານ ຄະນະກຳມະການຕ້ານການຄ້າມະນຸດ ໄດ້ 18 ຄັ້ງ, ເຂົ້າຮ່ວມກອງປະຊຸມວຽກງານສືບສວນ-ສອບສວນ ແລະ ວຽກງານຍຸຕິທຳສຳລັບເດັກ ມີ 2 ຄັ້ງ, ເຂົ້າຮ່ວມຝຶກອົບຮົມວຽກງານຂ່າວສານວິທະຍຸ-ໂທລະພາບ ລາຍການປະຊາຮ່ວມໃຈຕ້ານໄພການຄ້າມະນຸດ 1 ຄັ້ງ ແລະ ວຽກງານອື່ນໆ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ.

ນອກຈາກນັ້ນ, ຍັງໄດ້ມີການລົງກວດກາບັນດາຫ້າງຮ້ານຕ່າງໆ ເຊັ່ນ: ຮ້ານກິນດື່ມ, ບ້ານພັກ, ໂຮງແຮມ ແລະ ຮ້ານບັນເທີງ ທີ່ເປີດບໍລິການທັງກາງເວັນ ແລະ ກາງຄືນ ຕາມເທດສະບານເມືອງຊຳເໜືອ ໄດ້ 48 ຄັ້ງ, ໄດ້ກຽມເອກະສານ, ນິຕິກຳ, ກົດໝາຍລົງໂຄສະນາຜົນຮ້າຍຂອງການຄ້າມະນຸດ ໃຫ້ແກ່ຄູ-ອາຈານ ແລະ ນັກຮຽນມັດທະຍົມ ແຕ່ລະໝວດໂຮງຮຽນ ທົ່ວເທດສະບານແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງເຄື່ອນໄຫວ ວຽກງານໂຄສະນາຕ້ານການຄ້າມະນຸດ ໃຫ້ແກ່ພະນັກງານ 10 ເມືອງ ທົ່ວແຂວງ ໄດ້ສຳເລັດ 100%.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ຈະສືບຕໍ່ສ້າງແຜນລົງໂຄສະນາຜົນຮ້າຍຂອງການຄ້າມະນຸດ ຕາມໝູ່ບ້ານ, ໂຮງຮຽນ ທີ່ມີຄວາມສ່ຽງໃຫ້ໄດ້ ຕາມຈຸແຜນການທີ່ວາງໄວ້, ສືບຕໍ່ລົງກວດກາ-ຕິດຕາມ-ຊຸກຍູ້ການຈັດຕັ້ງ, ເຄື່ອນໄຫວວຽກງານຕ້ານການຄ້າມະນຸດໃນທົ່ວແຂວງ ໃຫ້ມີຜົນສຳເລັດ ແລະ ເຮັດວຽກງານການໂຄສະນາ ເພື່ອປຸກຈິດສຳນຶກໃຫ້ປະຊາຊົນ ແລະ ນັກຮຽນ ຢູ່ໃນເຂດທີ່ມີຄວາມສ່ຽງ ດ້ວຍຫຼາຍຮູບການ, ຫຼາຍວິທີ, ເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງການຄ້າມະນຸດ ຢ່າງກວ້າງຂວາງ ໃນທົ່ວສັງຄົມ.