ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ, ທ່ານ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງໄຊຍະບູລີ ໄດ້ລົງຢ້ຽມຢາມພົບປະນາຍ ແລະ ພົນທະຫານຊາຍແດນເຂດ ເມືອງບໍ່ແຕນ ແຂວງໄຊຍະບູລີ ໃນວັນທີ 2 ກຸມພາ 2023, ໃຫ້ການຕ້ອນໂດຍມີ ທ່ານ ສົມສະນຸກ ໄຊອຸດົມ ວ່າການເຈົ້າເມືອງບໍ່ແຕນ, ແລະ ພັຕ ຫຸມແພງ ຈັນທະສອນ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ແລະ ອ້າຍນ້ອງທະຫານທີ່ປະຈໍາຢູ່ຊາຍແດນ.

ທ່ານ ເຈົ້າແຂວງ ແມ່ນໄດ້ຖາມຂ່າວຄວາມສຸກ-ທຸກພ້ອມທັງໄດ້ ໃຫ້ກໍາລັງໃຈກັບນາຍ ແລະ ພົນ ທະຫານຊາຍແດນທີ່ເຮັດໜ້າທີ່ປ້ອງກັນຊາຍແດນ, ພ້ອມທັງໄດ້ຮຽກຮ້ອງໃຫ້ທຸກສະຫາຍ ຈົ່ງເຊີດຊູທຸກກໍາລັງແຮງເຂົ້າໃນການປະຕິບັດໜ້າທີ່ ທີ່ພັກ-ລັດໄດ້ມອບໝາຍໃຫ້ ກໍຄືຮັກສາຊາຍແດນ, ເຂດນໍ້າແດນດິນອັນຄົບຖ້ວນຂອງຊາດ, ໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວທຸກເວລາ, ອອກລາດຕະເວນເຂດແດນທີ່ຮັບຜິດຊອບໃຫ້ເປັນປົກກະຕິ-ຕໍ່ເນື່ອງ ແລະ ພ້ອມກັນອົດທົນຜ່ານຜ່າອຸປະສັກນາໆປະການ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວິຊາສະເພາະໄດ້ຮັບຜົນສໍາເລັດ.

ການຢ້ຽມຢາມຄັ້ງນີ້, ທ່ານ ພົງ ສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ຢູ່ແນວໜ້າ. ຈາກນັ້ນ, ກໍໄດ້ລົງກວດກາເສັ້ນທາງລະຫວ່າງເຂດບ້ານເຕົາເກືອ ຫາບ້ານເໝືອງແພ່ ແລະ ລົງ ກວດເບິ່ງອ່າງເກັບນໍ້າເຂດບ້ານບໍ່ສານ ເມືອງບໍ່ແຕນ ນຳອີກ.