ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເລື່ອນຊັ້ນ ໃຫ້ນາຍຕໍາຫຼວດໃນທ້າຍອາທິດຜ່ານມາ, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະປະຈຳພັກ, ພ້ອມດ້ວຍຄະນະຫ້ອງ, ປກສ ເມືອງ ແລະ ນາຍຕຳຫຼວດ ທີ່ໄດ້ຮັບການລື່ອນຊັ້ນ ເຂົ້າຮ່ວມ.

ພັທ ຄໍາອ່ອນ ວັນເຮື່ອງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງ. ໃນນີ້, ຕົກລົງຍົກຂັ້ນເງິນເດືອນໃຫ້ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ໄດ້ຮັບນະໂຍບາຍກິນເງິນຊັ້ນ ພັອ. ນອກນັ້ນ, ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ 80 ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 30 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 21 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 29 ສະຫາຍ.      

ໃນໂອກາດນີ້, ພັອ ຄຳແພງ ເພັດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການຍົກຂັ້ນເງິນເດືອນ, ໄດ້ຮັບການເລື່ອນຊັ້ນໃໝ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານວິຊາສະເພາະ, ປັບປຸງດ້ານແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງສອດຄ່ອງ, ເຮັດວຽກມີການຄົ້ນຄວ້າ, ວາງແຜນ ແລະ ມີການແບ່ງງານພ້ອມທັງສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ເປັນເຈົ້າການກໍ່ສ້າງປັບປຸງຕົນເອງ, ເປັນແບບຢ່າງໃນການນຳພາປະຕິບັດໜ້າທີ່ວຽກງານ, ປະຕິບັດກົດໝາຍ ແລະ ລະບຽບວິໄນຂອງກຳລັງໃຫ້ເຂັ້ມງວດ ພ້ອມກັນຮັກສາຄວາມສະຫງົບ ແລະ ຄວາມເປັນະບຽບຮຽບຮ້ອຍໃນສັງຄົມ ໃຫ້ມີຄວາມສະຫງົບປອດໄພ.