ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ດີ.ຊິ ສະຫະລັດ ອາເມລິກາ ວ່າ: ລັດມິດຊິດຊິບປີ ທາງພາກຕາເວັນອອກສຽງໃຕ້ຂອງອາເມລິກາ ລາຍງານຍອດລວມຜູ້ເສຍຊີວິດ ມີຢ່າງໜ້ອຍ 25 ຄົນ ຍ້ອນພາຍຸທໍນາໂດພັດຖະຫຼົ່ມໃສ່ພື້ນທີ່ສ່ວນຫຼາຍຂອງລັດ ໃນວັນທີ 25 ມີນາ ທີ່ຜ່ານມາ.

ເມືອງໂຣລິງຟອກ ມີປະຊາກອນປະມານ 1.700 ຄົນ ຕັ້ງຢູ່ໃນພາກຕາເວັນຕົກຂອງລັດ ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ, ເຊິ່ງ ທ່ານ ເທດ ຣີຟ ເຈົ້າຄອງລັດມິດຊິດຊິບປີ ກໍໄດ້ປະກາດພາວະສຸກເສີນ ຢູ່ໃນບໍລິເວນທີ່ເປັນເສັ້ນທາງພັດຜ່ານຂອງພະຍຸທໍນາໂດລູກດັ່ງກ່າວ.

ພາຍຸທໍນາໂດລູກນີ້ ນອກຈາກສ້າງຄວາມເສຍຫາຍໂດຍກົງຕໍ່ ລັດມິດຊິດຊິບປີ ແລ້ວ, ຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ ລັດອາລາບາມາ ເພາະມີຊາຍແດນຕິດກັບທິດຕາເວັນຕົກຂອງ ລັດມິດຊິດຊິບປີ ໂດຍມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ.

ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດ ອາເມລິກາ (NWS) ລາຍງານວ່າ: ພາຍຸທໍນາໂດ ພັດໃສ່ ລັດມິດຊິດຊິບປີ ເປັນເວລາປະມານ 1 ຊົ່ວໂມງ ແລະ ສ້າງຄວາມເສຍຫາຍເປັນໄລຍະທາງປະມານ 274 ກິໂລແມັດ; ນອກນັ້ນ, ໃນລະຫວ່າງກາງຄືນຂອງວັນທີ 24 ມີນາ ຈົນຮອດຕອນເຊົ້າຂອງວັນທີ 25 ມີນາ (ຕາມເວລາທ້ອງຖິ່ນ) ມີການລາຍງານເກີດພາຍຸທໍນາໂດ ຢ່າງໜ້ອຍ 24 ລູກ ຢູ່ທົ່ວລັດມິດຊິດຊິບປີ ແລະ ລັດອາລາບາມາ.