ພິທີປິດບັ້ນດຳເນີນຊີວິດການເມືອງທົ່ວກຳລັງປ້ອງກັນຄວາມສະຫົງບເມືອງ ປະຈຳປີ 2022 ຂອງກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໃນອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທບ່ຽງ ຈວງເທວີ ກຳມະການປະຈຳພັກເມືອງ ເລຂາຄະນະພັກຮາກຖານຫົວໜ້າກອງ ບັນຊາ ການ ປກສ ເມືອງ, ມີບັນດາ ສະຫາຍຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ ແລະ ຮອງ ປກສ ກຸ່ມບ້ານຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ສະຫາຍ ພັທ ຍົມ ດວງດີ ຄະນະພັກຮາກຖານຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຜ່ານບົດສະຫຼຸບຜົນການດຳເນີນຊີວິດການເມືອງທົ່ວກຳລັງປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ທິດທາງແຜນການປີ 2023. ກອງບັນຊາການ ປກສ ເມືອງປາກລາຍ ພາຍຫຼັງໄດ້ເຊື່ອມຊຶມເອກະສານຄະນະພັກ-ຄະນະບັນຊານາຍ ແລະ ພົນຕໍາຫຼວດ ແມ່ນໄດ້ຂຽນໃບສຳຫຼວດຕົນເອງ ເພື່ອສັງເກດຕີລາຄາຄືນຄວາມຮັບຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການເຝິກຝົນຫຼ່ໍຫຼອມຄົນສົມບັດສິນທຳປະຕິວັດ ໃນ 1 ປີຜ່ານມາ, ປະກອບຄຳຄິດ-ຄຳເຫັນ ແລະ ພ້ອມກັນຕຳນິກໍ່ສ້າງເຊິ່ງແລະກັນ, ຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະນຳໄປປັບປຸງແກ້ໄຂໃນຕໍ່ໜ້າ, ຜົນຂອງການແບ່ງປະເພດສະມາຊິກພັກ ທັງໝົດ193 ສະຫາຍ ຍິງ 23 ສະຫາຍ, ໄດ້ປະເພດແຂງຈຳນວນ 188 ສະຫາຍ ຍິງ 22 ສະຫາຍ, ປະເພດກາງຈຳນວນ 5 ສະຫາຍ ຍິງ 1 ສະຫາຍ, ປະເພດມະຫາຊົນທັງໝົດ 24 ສະຫາຍ ຍິງ 8 ສະຫາຍ, ໄດ້ປະເພດແຂງ 19 ສະຫາຍ ຍິງ 5 ສະຫາຍ, ປະເພດກາງ 3 ສະຫາຍ ຍິງ 2 ສະຫາຍ ບໍ່ໄດ້ຈັດປະເພດແບ່ງ 2 ສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍ ພັທ ບ່ຽງ ຈວງເທວີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນທີ່ບັນດາສະຫາຍສະມາຊິກພັກຍາດມາໄດ້ໃນຫຼາຍດ້ານຕະຫຼອດ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ສະມາຊິກພັກ ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເປັນປົກກະຕິຕໍ່ເນື່ອງ, ສ້າງຄວາມສາມັກຄີຢູ່ພາຍໃນພັກໃຫ້ໜັກແໜ້ນ, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງ ຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.