ກະຊວງ ປກສ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມການສະເຫີຼມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ໃນວັນທີ 9 ມີນາ 2023, ເປັນປະທານໂດຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ພ້ອມດ້ວຍຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການກະກຽມຄວາມພ້ອມສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ; ໃນນີ້, ແຕ່ງຕັ້ງຄະນະຊີ້ນໍາລວມຂັ້ນ ກະຊວງ ປກສ ປະກອບມີ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ເປັນຫົວໜ້າ, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ເປັນຮອງ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ເປັນຄະນະ.

ພ້ອມນີ້, ຍັງໄດ້ແຕ່ງຕັ້ງອະນຸກໍາມະການໃນດ້ານຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງສະເຫີຼມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ ໃຫ້ເຕັມໄປດ້ວຍເນື້ອໃນ-ຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ.

ຈາກນັ້ນ, ຍັງໄດ້ຜ່ານແຜນການກະກຽມ ແລະ ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ, ໂດຍມີຈຸດປະສົງເພື່ອເປັນການໂຄສະນາເຜີຍແຜ່ທາດແທ້ມູນເຊື້ອອັນສະຫງ່າອົງອາດ, ນໍ້າໃຈເສຍສະລະອັນສູງສົ່ງ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງທີ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຍາດມາໄດ້ໃນຕະຫຼອດ 62 ປີຜ່ານມາ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ຮັບຮູ້, ເຂົ້າໃຈແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.

ເພື່ອເປັນການສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ, ມີສະຕິເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ, ຖືເອົາໂອກາດນີ້ເປັນການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ກາຍເປັນກໍາລັງປະຕິວັດອັນແທ້ຈິງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້.

ການຈັດຕັ້ງສະເຫຼີມສະຫຼອງໃນປີນີ້ ແມ່ນເນື່ອງຈາກເປັນປີ ຄົບຮອບ 62 ປີ ຈຶ່ງເນັ້ນໃຫ້ໄດ້ເນື້ອໃນຄວາມໝາຍ ເປັນຕົ້ນຈັດຕັ້ງພິທີປາຖະກະຖາເລົ່າຄືນມູນເຊື້ອ, ສ້າງຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ດໍາເນີນຊີວິດການເມືອງ ແລະ ອື່ນໆ.