ກອງບັນຊາການ ປກສ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຈັດພິທີປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕໍາຫຼວດ ໃນທ້າຍອາທິດຜ່ານມາ, ໂດຍມີ ພົຈວ ຄຳແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ທ່ານ ກາວີ ເກດດົມລິ ເຈົ້າເມືອງທົ່ງມີໄຊ, ມີຫົວໜ້າ-ຮອງຫ້ອງການ, ສຳນັກງານ, ອົງການ, ກົມກອງ, ລັດວິສາຫະກິດ ແລະ ນາຍບ້ານ ເຂົ້າຮ່ວມ.

ໃນພິທີ, ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຊົ່ວ ຄາວຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ສະບັບເລກທີ 2425, 2426 ແລະ ເລກທີ 2428, 2433 /ປກສ.ຊລ, ລົງວັນທີ 2 ພຶດສະ ພາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ເມືອງທົ່ງມີໄຊ. ໃນນີ້, ຫົວໜ້າກອງບັນຊາການ ປກສ ແຂວງ ຕົກລົງຍົກຍ້າຍ ພັທ ພອນໄຊ ວຸດທິລາດ, ພັທ ສຸລິວັນ ດ່ວນວິໄລ ຈາກກອງບັນຊາການ ປກສ ເມືອງທົ່ງມີໄຊ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງ ການເມືອງ ກອງບັນຊາການ ປກສ ແຂວງ, ຍົກຍ້າຍ ຮອ ສຸພີ ວັນສະເດັດ, ຮທ ວິຊິດ ຄໍາພູ, ຮທ ວິນຈັນທາ ຈາກກອງບັນຊາການ ປກສ ເມືອງທົ່ງມີໄຊ ໄປຮັບໜ້າທີ່ໃໝ່ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ຕົກລົງແຕ່ງຕັ້ງ ພັທ ທິບພະຈັນ ລາດມົນຕີ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ເມືອງທົ່ງມີໄຊ, ພັທ ສູນທອນ ພູມມາລີ ເປັນຮອງ, ແຕ່ງຕັ້ງ ຮອ ສອນເພັດ ພູມມາ ເປັນຫົວໜ້າດ່ານປະເພນີບ້ານໃໝ່, ຮທ ຈັນເພັງ ພົມມະ ຫານ ເປັນຮອງ.

ພົຈວ ຄຳແພງ ເພັດ ກ່າວວ່າ: ການຍົກຍ້າຍ-ແຕ່ງຕັ້ງ, ການປ່ຽນແທນ ແມ່ນວຽກງານປົກກະຕິຂອງພະນັກງານ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ. ຕໍ່ກັບຜູ້ທີ່ຖືກຍົກຍ້າຍ ກໍຕ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ເຊີດຊູ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ເສີມຂະຫຍາຍຫົວຄິດປະດິດສ້າງກ້າຄິດ ກ້າເຮັດກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານຕ້ອງເດັດຂາດຕ້ານ, ສະ ກັດກັ້ນການສໍ້ລາດບັງຫຼວງ ແລະ ທຸກການກະທໍາທີ່ຜິດຕໍ່ລະບຽບກົດໝາຍ.