ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ເມືອງຕູ້ມລານ, ລະຄອນເພັງ, ວາປິ ແລະ ເມືອງຄົງເຊໂດນ ໃນທ້າຍອາທິດຜ່ານມາ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ພົຈວ ສີເສີດ ສອນດາລາ ໄດ້ຮັບຟັງການລາຍງານບັນດາໜ້າວຽກຈາກ 4 ກອງບັນຊາການວ່າ: ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີຜ່ານມາ, ເປັນຕົ້ນໄດ້ຄົ້ນຄວ້າ, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ມະຕິຄຳສັ່ງ, ບັນດານິຕິກຳ, ລະບຽບການ ແລະ ຂໍ້ຫ້າມຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ຕິດພັນກັບການເຜີຍແຜ່ ແລະ ກຳແໜ້ນສະພາບການຂອງໂລກ ແລະ ພາກພື້ນໃນປະເທດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ຕີຕ້ານປະກົດການແນວຄິດບໍ່ໜັກແໜ້ນ, ຈຳແນກມິດ-ສັດຕູຈະແຈ້ງ ກໍຄືການປຸກລະດົມນ້ຳໃຈເສຍສະຫຼະຂອງສະມາຊິກພັກພະນັກງານໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ລຽນຕິດ.

ຜ່ານການຈັດຕັ້ງປະຕິ ບັດເຮັດໃຫ້ແນວຄິດຂອງຖັນແຖວສະມາຊິກພັກ, ນາຍ ແລະ ພົນຕຳຫຼວດມີແນວຄິດອຸດົມການໜັກແໜ້ນ, ມີນ້ຳໃຈຮັບໃຊ້ພັກ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງຖືກທິດ, ຫັນເອົານາຍ ແລະ ພົນຕຳຫຼວດ ລົງກໍ່ສ້າງຮາກຖານການເມືອງຢູ່ສອງເຂດຈຸດສຸມ, ບ້ານລຽບຕາມຊາຍແດນ ເພື່ອສະກັດກັ້ນ ແລະ ຕ້ານການຄ້າຂາຍເຖື່ອນ, ຄ້າຂາຍ-ຂົນສົ່ງຢາເສບຕິດ ແລະອື່ນໆ.

ໃນໂອກາດນີ້, ພົຈວ ສີເສີດ ສອນດາລາ ໄດ້ຍ້ອງຍໍຊົມເຊີຍຄະນະພັກແຕ່ລະຂັ້ນ, ພະນັກງານປະຈຳຮາກຖານໄດ້ມີຄວາມເອົາໃຈ ໃສ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານປົກປັກຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ດີ ໂດຍພື້ນຖານຕໍ່ໜ້າວຽກງານທີ່ຈັດຕັ້ງປະຕິບັດໄດ້ຮຽກຮ້ອງໃຫ້ຄະນະພັກຫຼາຍຂັ້ນທີ່ຂຶ້ນກັບຄວາມຮັບຜິດຊອບໃຫ້ເພີ່ມທະວີວຽກງານປ້ອງກັນເວນຍາມ ແລະ ກວດກາລາດຕະເວນ, ເກັບກຳການເຄື່ອນໄຫວຂອງພົນລະເມືອງ, ການພັກເຊົາຊົ່ວຄາວ, ການເຄື່ອນໄຫວປິ່ນປົວສຸຂະພາບຢູ່ປະເທດເພື່ອນບ້ານໃກ້ຄຽງ, ອອກແຮງຊຸກຍູ້ການຈັດຕັ້ງບ້ານລຽບຊາຍແດນ, ຊຸກຍູ້ປະຊາຊົນໃຫ້ຄິດຖືກກະທຳດີ, ບໍ່ໃຫ້ປະຊາຊົນເຄື່ອນໄຫວແຕະຕ້ອງໃນສິ່ງທີ່ຜິດກົດໝາຍ ເພາະຈະໄດ້ຮັບຜົນກະທົບໃນໄລຍະ ຍາວຕາມມາ.