ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບດ້ານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ 2023, ເປັນປະທານໂດຍ ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະ ນະພັກ-ຄະນະບັນຊາ, ຫົວໜ້າ-ຄະນະຫ້ອງ, ກອງ, ຄ້າຍ, ລປພ, ປກສ 5 ເມືອງ, ປກສ ເຂດ ຕະຫຼອດຮອດຫົວໜ້າ-ຮອງພະແນກ ເຂົ້າຮ່ວມ.

ພັທ ບຸນຮັກ ເຢີມມະລີ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ລາຍງານຕໍ່ກອງປະຊຸມວ່າ: 1 ປີຜ່ານມາ, ທົ່ວແຂວງມີຄະດີອາຍາເກີດຂຶ້ນ ທັງໝົດ 409 ເລື່ອງ, ເຈົ້າໜ້າທີ່ສາມາດມ້າງໄດ້ 237 ເລື່ອງ, ກັກຜູ້ຖືກຫາ ໄດ້ 306 ຄົນ ຍິງ 25 ຄົນ, ຕ່າງປະ ເທດ 12 ຄົນ, ທຽບໃສ່ປີຜ່ານມາ ຫຼຸດລົງ 8 ເລື່ອງ; ໃນນີ້, ເດັ່ນກວ່າໝູ່ແມ່ນຄະດີຢາເສບຕິດເກີດຂຶ້ນທັງໝົດ 176 ເລື່ອງ, ຜູ້ຖືກຫາ 233 ຄົນ ຍິງ 15 ຄົນ, ຄົນຕ່າງປະ ເທດ 8 ຄົນ, ສາມາດດຳເນີນຄະດີ ໄດ້ 111 ເລື່ອງ, ຜູ້ຖືກຫາ 157 ຄົນ ຍິງ 10 ຄົນ, ຕ່າງປະເທດ 5 ຄົນ; ຢຶດຂອງກາງປະເພດຢາບ້າ 28.381 ເມັດ, ຝິ່ນ 43,65 ກິໂລກຼາມ, ຢາໄອສ໌ 1,38 ກຼາມ, ຢາເຄ 4,01 ກຼາມ, ນ້ຳກົດ 9.400 ລິດ.

ສຳລັບຄະດີເກີດອຸບັດຕິເຫດເກີດຂຶ້ນທັງໝົດ 359 ຄັ້ງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 30 ຄັ້ງ, ພາຫະນະເປ່ເພ 663 ຄັນ, ຄົນໄດ້ຮັບບາດເຈັບ 562 ຄົນ, ເສຍຊີວິດ 21 ຄົນ. ຈາກນັ້ນ, ບັນດາຜູ້ເເທນເຂົ້າຮ່ວມກອງປະຊຸມ ກໍໄດ້ພັດປ່ຽນກັນປະກອບຄຳຄິດ ເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ ພ້ອມທັງຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.

ໂອກາດດັ່ງກ່າວ, ພົຈວ ອິນສົມ ທຳລະສີນ ໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ເຮັດວຽກງານການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກນາຍ ແລະ ພົນຕຳຫຼວດໃຫ້ທົ່ວເຖິງ, ເພີ່ມທະວີປັບປຸງແບບແຜນວິທີ ເຮັດວຽກຂອງຄະນະພັກ, ຄະນະ ບັນຊາແຕ່ລະຂັ້ນໃຫ້ເຂົ້າສູ່ລະບອບ, ລະບຽບ, ກໍ່ສ້າງປັບປຸງກຳລັງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ, ມີຄວາມ ຊຳນິຊຳນານທາງດ້ານວິຊາສະ ເພາະ, ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີປະສິດທິຜົນ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເຮັດວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນທົ່ວສັງຄົມ; ເປັນເຈົ້າການໃນການສະກັດກັ້ນ ແລະ ແກ້ໄຂບັນຫາໜໍ່ແໜງກໍ່ຄວາມບໍ່ສະຫງົບໃຫ້ໄດ້ ແລະ ມີຄວາມສະຫງົບໂດຍພື້ນຖານ.