ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນກ່ຽວກັບ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນວັນທີ 11 ມັງກອນ 2023 ທີ່ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ໃນຕໍ່ໜ້າ ໃຫ້ແທດເໜາະກັບສະພາບການຕົວຈິງໃນປັດຈຸບັນ.

ຝ່າຍລາວ ນຳໂດຍ ພົຈວ ຄອນສະຫວັນ ສົມພະໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ລາວ, ຝ່າຍ ສສ ຫວຽດນາມ ນຳໂດຍ ພັອ ເລ ມິງ ທ້າວ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຕຳຫຼວດ ສສ ຫວຽດນາມ, ມີບັນດາຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ຄອນສະຫວັນ ສົມພະໄຊ ໄດ້ສະເໜີແລກປ່ຽນວຽກງານການປັບປຸງລະບົບກົງຈັກການຈັດຕັ້ງ ພາຍໃນກະຊວງປ້ອງກັນຄວາມສະຫງົບລາວ ໂດຍສະເພາະ ປະຕິບັດຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ຊີ້ນໍາໃຫ້ກໍາລັງປ້ອງກັນຄວາມສະຫງົບ ຄົ້ນຄວ້າການປັບປຸງກົງຈັກການຈັດຕັ້ງຂັ້ນກົມໃຫຍ່ ໂດຍຍົກສູງປະສິດທິພາບຂອງວຽກງານຕາມທິດກະທັດຮັດ ແລະ ດ້ວຍເຫດຜົນ.

ປັດຈຸບັນ, ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າເນື້ອໃນ ແລະ ຈັດກອງປະຊຸມສໍາມະນາວິທະຍາສາດ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຍຸບຂັ້ນກົມໃຫຍ່ ຢູ່ບັນດາກົມກອງ-ທ້ອງຖິ່ນ ເພື່ອສ້າງຄວາມເປັນເອກະພາບ, ລະດົມຄວາມຄິດເຫັນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງກຳລັງປ້ອງກັນຄວາມສະຫງົບ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ບົນພື້ນຖານຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມຮູບແບບ, ກົນໄກ ແລະ ໂຄງປະກອບການຈັດຕັ້ງຂອງ ກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຈັດຕັ້ງເຮັດສຳເລັດກ່ອນແລ້ວ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຄາດກະວ່າ: ແຕ່ນີ້ຫາເດືອນມີນາ 2023 ຈະສຳເລັດ ເພື່ອນຳສະເໜີກົມການເມືອງສູນກາງພັກ ພິຈາລະນາຕົກລົງ ແລ້ວຈຶ່ງຈະສາມາດຈັດຕັ້ງຜັນຂະຫຍາຍກ້າວເຂົ້າສູ່ການຍຸບ-ໂຮມບັນດາກົມ ແລະ ສັບຊ້ອນ-ຈັດວາງພະນັກງານຕາມສະພາບເງື່ອນໄຂຕົວຈິງ; ຄຽງຄູ່ກັນນັ້ນ, ຄະນະຮັບຜິດຊອບ ໄດ້ກະກຽມສ້າງແຜນດຳເນີນງານປັບປຸງ ແລະ ສ້າງບັນດານິຕິກຳ, ກົນໄກປະສານງານ, ສິດ-ພາລະບົດບາດທີ່ກ່ຽວຂ້ອງ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບ ໃນຕໍ່ໜ້າ (ເມື່ອມີການຍຸບກົມໃຫຍ່).

ສຳລັບໂຄງຮ່າງການຈັດຕັ້ງຂອງ ກະຊວງປ້ອງກັນຄວາມສະຫງົບລາວ ໃນປັດຈຸບັນ ແມ່ນມີ 15 ຫົວໜ່ວຍ ແລະ ມີ 18 ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ຂຶ້ນກັບ; ຢູ່ຂັ້ນກະຊວງ ມີ 4 ກົມໃຫຍ່ ແລະ 1 ຫ້ອງວ່າການກະຊວງ, ມີ 5 ກົມ, 3 ກອງບັນຊາການ ແລະ 2 ວິທະຍາຄານ; ໃນນັ້ນ, ມີ 70 ກົມນ້ອຍ ແລະ ທຽບເທົ່າ ທີ່ຂຶ້ນກັບ ກົມໃຫຍ່-ຫ້ອງວ່າການ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!