ກົມຄຸ້ມຄົວສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກົມຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນວັນທີ 11 ມັງກອນ 2023 ທີ່ກະຊວງປ້ອງກັນຄວາມສະຫງົບ ລາວ, ຝ່າຍລາວ ນໍາໂດຍ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ນໍາໂດຍ ພົນຈັດຕະວາ ຮວາງ ແອັງ ຕຽນ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ພົນຈັດຕະວາ ໜູໃບ ອິນທິສານ ໄດ້ລາຍງານການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ໃຫ້ຮູ້ວ່າ:

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແມ່ນໄດ້ຊີ້ນໍາມະຫາພາກ ຄື: ຊີ້ນໍາບັນດາຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຢູ່ບັນດາກອງບັນຊາການ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຊີ້ນໍາບັນດາພະແນກສຳມະໂນຄົວ ຢູ່ບັນດາກອງບັນຊາການ ປກສ ເມືອງ, ນະຄອນ ເປັນຜູ້ຈົດທະບຽນສໍາມະໂນຄົວໃຫ້ພົນລະເມືອງ.

ພະແນກສຳມະໂນຄົວ ຢູ່ກອງບັນຊາການ ປກສ ເມືອງ, ນະຄອນ ຊີ້ນຳບັນດາ ປກສ ກຸ່ມບ້ານ, ປກສ ກຸ່ມບ້ານ ຊີ້ນຳ ກຳລັງ ປກສ ບ້ານ ໃນການຕິດຕາມກວດກາ, ເກັບກຳສະພາບການເໜັງຕີງ, ການປ່ຽນແປງຕ່າງໆຂອງພົນລະເມືອງພາຍໃນບ້ານ.

ເຊິ່ງໃນທົ່ວປະເທດ ມີ 17 ແຂວງ, 1 ນະຄອນຫຼວງວຽງຈັນ, ມີ 145 ເມືອງ, 3 ນະຄອນ, 1.158 ກຸ່ມບ້ານ, 8.399 ບ້ານ, 1.304.918 ຫຼັງຄາເຮືອນ, 1.390.522 ຄອບຄົວ, ມີພົນລະເມືອງທັງໝົດ 7.175.838 ຄົນ ຍິງ 3.598.027 ຄົນ, ຈຳນວນຄົນຕ່າງດ້າວມີ 10.518 ຄົນ ຍິງ 737 ຄົນ, ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວ ມີ 1.304.918 ຫຼັງຄາເຮືອນ, 1.377.306 ຄອບຄົວ, ມີຈຳນວນພົນທັງໝົດ 7.033.057 ຄົນ ຍິງ 3.532.386 ຄົນ. ໃນນັ້ນ, ຄົນຕ່າງດ້າວມີ 4.739 ຄອບຄົວ ຈໍານວນ 10.518 ຄົນ ຍິງ 737 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 6.812 ຄົນ ຍິງ 3.047 ຄົນ.

ຈາກນັ້ນ, ທັງສອງຝ່າຍ ກໍໄດ້ປືກຫາສາລືແລກປ່ຽນບົດຮຽນຮ່ວມກັນກ່ຽວກັບ ວຽກງານວິຊາສະເພາະ ກໍຄື ວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຕົ້ນແມ່ນ: ວຽກງານຂໍ້ມູນການຈົດທະບຽນສໍາມະໂນຄົວ ແລະ ການອອກບັດປະຈຳຕົວ, ການປະກອບເອກະສານຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈຳຕົວ, ລະບົບຄຸ້ມຄອງເອເລັກໂຕຼນິກ, ການກໍ່ສ້າງບຸກຄະລາກອນຜູ້ຄຸ້ມຄອງ ແລະ ນຳໃຊ້ລະບົບ, ການບໍາລຸງຮັກສາລະບົບຖານຂໍ້ມູນ ເພື່ອເປັນການລົງເລິກບັນຫາກ່ຽວກັບ ການຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວ ຂອງທັງສອງປະເທດ ລາວ-ຫວຽດນາມ ໃຫ້ມີຄວາມຮັບປະກັນ ແລະ ທັນສະໄໝຂຶ້ນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!