ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມພົບປະປຶກສາຫາລືສອງຝ່າຍ ກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຂຶ້ນໃນວັນທີ 11 ມັງກອນ 2023 ທີ່ກະຊວງປ້ອງກັນຄວາມສະຫງົບ ລາວ, ເປັນປະທານໂດຍ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ພົຈວ ຫງຽນ ວັນ ວຽນ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນອາຊະຍາກຳຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍ ໄດ້ລາຍງານສະພາບການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳຢາເສບຕິດ ພາຍໃນສອງປະເທດ ແລະ ການຮ່ວມມືກັນໃນໄລຍະຜ່ານມາ ໃຫ້ກັນຊາບ ພ້ອມທັງສຸມໃສ່ຫາລືວຽກງານກັນກ່ຽວກັບ ບັນຫາສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ການກໍ່ສ້າງສູນປິ່ນປົວບໍາບັດ ແລະ ພື້ນຟູຢາເສບຕິດ.

ເຊິ່ງການຫາລືກັນໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວລະຫວ່າງ ລາວ-ຫວຽດນາມ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຮ່ວມກັນ ໃນຕໍ່ໜ້າ ແລະ ສາມາດສະກັດກັ້ນແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ຕາມລຽບຊາຍແດນ ລາວ-ຫວຽດນາມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນຕໍ່ໜ້າ, ທັງສອງຝ່າຍ ຢືນຢັນທີ່ຈະສືບຕໍ່ຈັດຕັ້ງປະຕິບັດສັນຍາຮ່ວມມືສອງຝ່າຍ ລະຫວ່າງ ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ ປະຈໍາປີ 2023, ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືສະກັດກັ້ນ-ຕ້ານອາຊະຍາກໍາ ລະຫວ່າງ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາວ ແລະ ກໍາລັງຕໍາຫຼວດ ຫວຽດນາມ ຄັ້ງທີ 11 ທີ່ໄດ້ເຊັນກັນໃນວັນທີ 20 ມັງກອນ 2022.

ສືບຕໍ່ຮ່ວມມືວຽກງານສະກັດກັ້ນ-ຕ້ານອາຊະຍາກໍາຢາເສບຕິດ ຕາມບົດບັນທຶກລະຫວ່າງ ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ ວ່າດ້ວຍ ການຮ່ວມມືສະກັດກັ້ນ-ຕ້ານຢາເສບຕິດ ແລະ ບົດບັນທຶກວ່າດ້ວຍ ການຮ່ວມມືສະກັດກັ້ນ-ຕ້ານຢາເສບຕິດ ລະຫວ່າງ ກົມຕໍາຫຼວດສະກັດກັ້ນ-ຕ້ານຢາເສບຕິດ ລາວ, ກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຢາເສບຕິດ ແລະ ກົມສະກັດກັ້ນ-ຕ້ານຢາເສບຕິດ ແລະ ອາຊະຍາກໍາ ກອງບັນຊາການທະຫານຊາຍແດນ ຫວຽດນາມ, ສືບຕໍ່ປະສານກັບຝ່າຍຫວຽດນາມ ກ່ຽວກັບ ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານອຸປະກອນເຕັກນິກຕ່າງໆ, ສືບຕໍ່ສົມທົບກັນຈັດຕັ້ງປະຕິບັດແຜນການ.

ຝ່າຍຫວຽດນາມ ຈະຊ່ວຍເຫຼືອສ້າງສູນປິ່ນປົວ ແລະ ການຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ແກ່ ສປປ ລາວ, ສືບຕໍ່ປະສານກັບຝ່າຍຫວຽດນາມ ຊຸກຍູ້, ຕິດຕາມການກໍ່ສ້າງຫ້ອງການປະສານງານ ປກສ ບ້ານຕິດຊາຍແດນ ຈໍານວນ 287 ຫຼັງ ແລະ ຫ້ອງການປະສານງານ ປກສ ບ້ານ ທີ່ບໍ່ຕິດຊາຍແດນ ແຕ່ເປັນຈຸດຫຼໍ່ແຫຼມຈໍານວນ 45 ຫຼັງ ທີ່ຝ່າຍຫວຽດນາມຊ່ວຍເຫຼືອ ເພື່ອລາຍງານຄວາມຄືບໜ້າໃຫ້ຂັ້ນເທິ່ງຊາບ ໃນແຕ່ລະໄລຍະ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!