ພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ສປປ ລາວ, ໃຫ້ກຽດເປັນປະທານຮ່ວມໂດຍ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະ​ຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ​ນາມ, ມີການນໍາພັກ, ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ນ້ອງນັກຮຽນ-ນັກສຶກສາ ທັງຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ເລີ່ມຕົ້ນພິທີໄດ້ມີການສາຍວີດີໂອປະມວນການເຄື່ອນໄຫວສໍາຄັນ ແລະ ບັນດາກິດສະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022; ມີການສະແດງສີລະປະ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ແລະ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

ຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຖະແຫຼງຂ່າວ ແລະ ສະຫຼຸບການສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໃນຕອນເຊົ້າທີ່ຜ່ານມາ ແລະ ບັນດາຜົນສໍາເລັດຂອງກິດຈະກໍາສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2022, ເຊິ່ງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວວ່າ:

“ ການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ດໍາເນີນໄປດ້ວຍບັນຍາກາດສະໜິດສະໜົມ, ກົງໄປກົງມາ, ຈິງໃຈ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊິ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມືຮອບດ້ານຂອງສອງປະເທດ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍໄດ້ຮ່ວມລົງນາມເອກະສານຮ່ວມກັນ 10 ສະບັບ ໃນຫຼາຍຂົງເຂດ. ”

ພິເສດການຢ້ຽມຢາມ ສປປ ລາວໃນຄັ້ງນີ້ ຂອງຄະນະຜູ້ແທນ ສສ ຫວຽດນາມ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະຢູ່ໃນທ່າມກາງບັນຍາກາດການສະຫຼຸບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ຢ່າງຟົດຟື້ນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາກິດຈະກໍາສະເຫຼີມສະຫຼອງຕ່າງໆ, ເຊິ່ງນັບແຕ່ພິທີເປີດຢ່າງເປັນທາງການ ໃນຕົ້ນປີ 2022 ທີ່ນະຄອນຫຼວງຮ່າໂນ້ຍ ເປັນຕົ້ນມາ.

ສອງຝ່າຍ ໄດ້ຮ່ວມກັນຈັດຫຼາຍກິດຈະກຳສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ ທັງພາຍໃນ ແລະ ຕ່າງປະເທດ ກໍຄື ບັນດາອົງການຕາງໜ້າ ແລະ ສະຖານທູດຂອງສອງປະເທດ ຢູ່ຕ່າງປະເທດ.

ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ໃນທຸກລະດັບເຖິງ 115 ຄະນະ. ໃນນີ້, ຄະນະເບື້ອງລາວໄປຫວຽດນາມ ມີ 51 ຄະນະແລະ ຄະນະເບື້ອງຫວຽດນາມມາລາວ ມີ 64 ຄະນະ.

ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກໍາ ເພື່ອສົ່ງເສີມເສດຖະກິດ, ການຄ້າ, ການລົງທຶນ ລວມເຖິງບັນດາກິດຈະກໍາສົ່ງເສີມດ້ານວັດທະນະທໍາ-ສັງຄົມ-ການສຶກສາ ເປັນຕົ້ນແມ່ນ ການແລກປ່ຽນວັດທະນະທໍາ, ວາງສະແດງຮູບພາບ, ການຈັດງານບຸນມະໂຫລານຂອງ ສະມາຄົມມິດຕະພາບ ແລະ ອື່ນໆ; ພິເສດ ພັກ-ລັດຖະບານ ຫວຽດນາມ ໄດ້ມອບຂອງຂວັນເປັນ ໂຮງຮຽນມັດທະຍົມວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຄໍາມ່ວນ ເຊິ່ງຖືເປັນໂຮງຮຽນວິຊາຊີບຕົວແບບທໍາອິດຢູ່ ສປປ ລາວ.

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາໂຄສະນາເຜີຍແຜ່ຕາມສື່ມວນຊົນ, ມີການຕີພິມປຶ້ມວາລະສານ, ບົດຄວາມ, ມີການຈັດແຂ່ງຂັນຄວາມຮູ້ກ່ຽວກັບການພົວພັນ ລາວ-ຫວຽດນາມ, ປະກວດບົດກອນ, ບົດເພງ, ບົດຄວາມ, ເຊິ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກສັງຄົມ; ມີການໃຫ້ສໍາພາດຂອງການນໍາ ໂດຍສະເພາະແມ່ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ 5 ກັນຍາ 2022 ແລະ ອີກຫຼາຍໆສະຫາຍ.

ສິ່ງທີ່ພົ້ນເດັ່ນ ແລະ ພິເສດທີ່ສຸດໃນການສະເຫຼີມສະຫຼອງປີສາມັກຄີດັ່ງກ່າວ, ສອງປະເທດໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງໃຫຍ່ ຢູ່ສອງນະຄອນຫຼວງຂອງສອງປະເທດ ໃນວັນທີ 18 ກໍລະກົດ 2022 ຢ່າງເຄັ່ງຂຶມ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ໂດຍມີການເຂົ້າຮ່ວມຂອງ ການນໍາຂັ້ນສູງສອງປະເທດ ແລະ ມວນຊົນ, ໂອກາດດັ່ງກ່າວ ກໍມີການຈັດສັບປະດາວັດທະນະທໍາ ຫວຽດນາມ ແລະ ລາວ ຢູ່ນະຄອນຫຼວງຂອງກັນແລະກັນ.

ໃນຕອນທ້າຍ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງຕໍ່ການຮ່ວມກັນຈັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຄັ້ງນີ້ ທີ່ປະສົບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ຈົ່ງໝັ້ນ​ຄົງ​ຄະ​ນົງ​ແກ່ນ ​ແລະ ຈະ​ເລີ​ນງອກ​ງາມ​ຍິ່ງ​ໆ​ຂຶ້ນ​ຕະຫຼອດ​ໄປ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!