ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນ​ທາງ​​ຢ້ຽມ​ຢາມ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່​ວັນ​ທີ 11-12 ມັງກອນ 2023, ເພື່ອຮັດແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ​ສປປ ລາວ ແລະ ສສ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສໍານັກງານນາຍົກລັດຖະມົນຕີ.

ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ດໍາເນີນການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ທີ່ສໍານັກງານນາຍົກລັດຖະມົນຕີ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໃນກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫຽດນາມ ໃນໂອກາດທີ່ເໝາະສົມ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງຕໍ່ການຮ່ວມມືຮອບດ້ານຂອງສອງປະເທດ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄື ການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ:

ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມຮັດແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ, ຫຼາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນແລະກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ.

ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດເປັນຢ່າງດີ.

ບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານໄປໄດ້ດ້ວຍດີ.

ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ່ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຕາມທັດສະນະຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນ: ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກໍາສະອາດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ.

ໄປຄຽງຄູ່ກັນນັ້ນ, ສອງຝ່າຍ ເຫັນດີໃນການສືບຕໍ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ກໍຄື ຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ.

ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ພ້ອມທີ່ຈະຮ່ວມເຮັດວຽກກັບ ສະຫາຍ ຟ້າມ ມິງ ຈິງ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບ ຄື:

1). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

2). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ ນັກການທູດ ແລະ ພະນັກງານ ກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

3). ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານຍຸຕິທໍາ ໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

4). ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄູ່ຮ່ວມມືດິຈິຕອນ

5). ອະນຸສັນຍາ ວ່າດ້ວຍ ການຮ່ວມມືກໍ່ສ້າງບຸກຄາລະກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

6). ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ

7). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ

8). ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ແຂວງກວ້າງຈີ້ ແຫ່ງ ສສ ຫວຽດນາມ

9). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ

10). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບ ການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ

ໃນວັນດຽວກັນ, ສະ​ຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ​ນາມ ພ້ອມຄະ​ນະຜູ້​ແທນ​ຂັ້ນ​ສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!