ວັນທີ 16 ພຶດສະພາ 2023, ກົມໃຫຍ່ການເມືອງ ປກສ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ, ເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຂົ້າຮ່ວມ.

ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ຜ່ານຂໍ້ຕົກລົງສະບັບເລກທີ 950, 951, 953/ປກສ, ລົງວັນທີ 04 ພຶດສະພາ 2023 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ 16 ສະຫາຍ ຍິງ 6 ສະຫາຍ
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 19 ສະຫາຍ ຍິງ 6 ສະຫາຍ
  • ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 28 ສະຫາຍ ຍິງ 10 ສະຫາຍ

ຂໍ້ຕົກລົງເລກທີ 1882/ກມປສ, ລົງວັນທີ 25 ເມສາ 2023 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 11 ສະຫາຍ ຍິງ 8 ສະຫາຍ
  • ເລື່ອນຊັ້ນ ສິບເອກ ຂຶ້ນຊັ້ນ ວາທີຮ້ອຍຕີ 1 ສະຫາຍ
  • ເລື່ອນຊັ້ນ ສິບໂທ ຂຶ້ນຊັ້ນ ສິບເອກ 52 ສະຫາຍ ຍິງ 18 ສະຫາຍ

ໂອກາດດຽວກັນນີ້, ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຊອກຮູ້ຮ່ຳຮຽນ ເພື່ອເຮັດໃຫ້ຕົນເອງມີຄວາມຮູ້-ຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງສາມາດເຮັດຫຼ້ອນໜ້າທີ່ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.