“ ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ, ມີວິໄນ ໃສ່ໃຈການສຶກສາ ບໍ່ສະແຫວງຫາຢາເສບຕິດ ” ເນື້ອໃນດັ່ງກ່າວແມ່ນໜຶ່ງໃນຄຳຂວັນທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023), ເຊິ່ງເປັນຄໍາຂວັນທີ່ຈະຊ່ວຍປຸກລະດົມໃຫ້ນັກຮຽນ, ນັກສຶກສາ, ຊາວ ໜຸ່ມ, ໄວໜຸ່ມ ຕາມສະຖາບັນການສຶກສາ ມີຄວາມຄິດບໍ່ໄປຫຍຸ້ງກ່ຽວກັບຢາເສບຕິດ.

ດັ່ງນັ້ນ, ນັກຂ່າວໜັງສືພິມຄວາມສະຫງົບ ຈຶ່ງໄດ້ມີໂອກາດໄປສຳພາດຫຼາຍໆໂຮງຮຽນໃນທົ່ວນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດວາ ລະດັ່ງກ່າວ; ເຊິ່ງໜຶ່ງໃນນັ້ນກໍແມ່ນໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມສຶກສາສົມບູນສະຖາພອນ ແມ່ນໂຮງຮຽນທີ່ໄດ້ຮັບການປະກາດເປັນໂຮງຮຽນປອດສິ່ງເສບຕິດ 7 ປີຊ້ອນ ( 2016-2022 ) ໂດຍທ່ານ ອາຈານ ຄອນແກ້ວ ເພັດເພັງພະຈັນ ໃນນາມເປັນຄະນະຮັບຜິດຊອບລວມຊັ້ນມັດທະຍົມໂຮງຮຽນສະຖາພອນ ທັງເປັນຜູ້ຮັບຜິດຊອບວຽກງານປ້ອງ ກັນ ແລະ ໜ່ວຍງານໂຮງຮຽນປອດສິ່ງເສບຕິດຂອງໂຮງຮຽນ ໄດ້ຕອບຄຳຖາມສຳພາດຂອງນັກຂ່າວໜັງສືພິມຄວາມສະຫງົບ ດັ່ງນີ້:

ອາຈານ: ຕໍ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນສະຖາບັນໂຮງຮຽນ ໂດຍສະເພາະໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດຖະຍົມສຶກສາສົມບູນ ສະຖາພອນ ຖືວ່າບັນຫານີ້ເປັນສິ່ງສຳຄັນຫຼາຍ. ແນ່ນອນແລ້ວວ່າ ການພັດທະນາປະເທດຊາດ, ສັງ ຄົມ ເວົ້າສະເພາະແມ່ນການພັດທະນາໂຮງຮຽນອາດພົບຄວາມຫຍຸ້ງຍາກ ຖ້າຫາກວ່າຊາວໜຸ່ມ-ເຍົາວະຊົນ, ນັກຮຽນ-ນັກສຶກສາ ຫາກເຂົ້າໄປຫຍຸ້ງກ່ຽວພົວພັນກັບບັນຫາຢາເສບຕິດ, ເພາະວ່າ ຢາເສບຕິດເປັນໄພຄຸກຄາມຊະນິດໜຶ່ງທີ່ສາມາດທຳລາຍຊີວິດຈິດໃຈ, ທໍາລາຍສັງຄົມ-ປະເທດຊາດ, ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ໂດຍສະເພາະແມ່ນພາຍໃນສະຖາບັນການຮຽນ-ການສຶກສາ, ເພາະສະຖາບັນການຮຽນ-ການສຶກສາເປັນບ່ອນສ້າງ ແລະ ພັດທະນາມະນຸດເພື່ອຮັບໃຊ້ເຂົ້າໃນການພັດທະນາປະເທດຊາດ. ສະນັ້ນ, ພາຍໃນສະຖາບັນໂຮງຮຽນຂອງພວກເຮົາ ໂດຍອີງຕາມແຜນພັດທະ ນາໂຮງຮຽນ ແມ່ນພວກເຮົາໄດ້ຖືເອົາບັນຫານີ້ເປັນບັນຫາສຳຄັນຫຼາຍ.

ໂຮງຮຽນ ໄດ້ມີການວາງລະບົບໂຄງຮ່າງການຈັດຕັ້ງແຕ່ລະພາກສ່ວນ ເຊັ່ນວ່າ: ໜ່ວຍງານປ້ອງກັນ, ໜ່ວຍງານໂຮງຮຽນປອດສິ່ງເສບຕິດ, ອົງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນ, ຄະນະພົວພັນ-ປະສານຜູ້ປົກຄອງນັກຮຽນ ໂດຍທຸກໜ່ວຍງານແມ່ນພາຍໃຕ້ການຊີ້ນຳໆພາຂອງຄະນະອຳນວຍການ ແລະ ຜູ້ ບໍລິຫານໂຮງຮຽນ; ເມື່ອມີອົງການຈັດຕັ້ງທຸກພາກສ່ວນແລ້ວ ໄດ້ແບ່ງໜ້າທີ່ໃຫ້ແຕ່ລະໜ່ວຍງານລົງເຄື່ອນໄຫວເຮັດໜ້າທີ່ຂອງຕົນເອງຕາມການມອບໝາຍ ເຊັ່ນ: ການເກັບກຳຂໍ້ມູນ, ຂຶ້ນບັນຊີເປົ້າ ໝາຍກຸ່ມສ່ຽງ, ລົງຕິດຕາມການເຄື່ອນໄຫວຢ່າງໃກ້ຊິດຕິດແທດທັງພາຍໃນ ແລະ ພາຍນອກ ໂດຍປະສານສົມທົບກັບສະຖາບັນຄອບຄົວຂອງນັກຮຽນໃຫ້ຕິດຕາມ ແລະ ເອົາໃຈໃສ່ຊ່ວຍກັນ. ນອກຈາກນັ້ນ, ຍັງໄດ້ຊອກຫາຂໍ້ມູນຂ່າວສານ, ສື່ໂຄສະນາ ຕ່າງໆກ່ຽວກັບຜົນຮ້າຍຂອງຢາເສບຕິດທຸກປະເພດ, ກົດລະບຽບ-ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບສິ່ງເສບຕິດ ເພື່ອມາເຜີຍແຜ່ ໂຄສະນາໃຫ້ຄູອາຈານ, ນັກຮຽນ, ສະຖາບັນຄອບຄົວ-ຜູ້ປົກຄອງ ແລະ ທຸກພາກສ່ວນໃຫ້ຮັບຮູ້ຢ່າງທົ່ວເຖິງ ແລະ ເຂົ້າໃຈໄປໃນທາງດຽວກັນ ເພື່ອປ້ອງກັນບໍ່ໃຫ້ມີບັນຫາເກີດຂຶ້ນໃນຕໍ່ໜ້າໃຫ້ໄດ້ 100%.

ໃນໄລຍະທີ່ຜ່ານມາ, ໂຮງຮຽນໄດ້ເອົາໃຈໃສ່ປຸກລະດົມໃຫ້ເຍົາວະຊົນ-ຊາວໜຸ່ມ, ນັກຮຽນຂອງ ຮູ້ໄດ້ເຖິງຜົນຮ້າຍຂອງສິ່ງເສບຕິດທຸກປະເພດ ໂດຍສະເພາະແມ່ນຢາສູບທີ່ສາມາດຫາຊື້ໄດ້ຕາມຮ້ານທົ່ວໄປ, ຢາສູບໄຟຟ້າທີ່ພວມລະບາດໃນໝູ່ໄວໜຸ່ມ, ພ້ອມທັງພະຍາຍາມສົ່ງເສີມໃຫ້ນັກຮຽນທຸກຄົນໄດ້ມີກິດຈະກໍາການເຄື່ອນໄຫວຄຽງຄູ່ກັບການຮຽນບໍ່ວ່າຈະເປັນດ້ານກິລາ, ສິລະປະ, ການສະແດງ, ພິທີກອນ ແລະ ສົ່ງເສີມຄວາມສາມາດ ຫຼື ພອນສະຫວັນພິເສດຂອງແຕ່ລະຄົນ. ຄຽງຄູ່ກັບການປຸກລະດົມໃຫ້ອົງການຈັດຕັ້ງເຍົາວະຊົນ-ຊາວໜຸ່ມເຂົ້າມາມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ຊ່ວຍເປັນຫູ-ເປັນຕາ, ຕິດຕາມກຸ່ມສ່ຽງ ແລະ ແຈ້ງເບາະແສຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງຖ້າພົບເຫັນການເຄື່ອນໄຫວທີ່ມີສ່ວນກ່ຽວຂອງກັບສິ່ງເສບຕິດ.

ສຳລັບການຮັກສານາມມະຍົດໂຮງຮຽນປອດຢາເສບຕິດ; ເຊິ່ງຜ່ານມາ ,ໂຮງຮຽນສະຖາພອນ ແມ່ນໄດ້ຮັບນາມມະຍົດເປັນໂຮງຮຽນປອດຢາເສບຕິດມາແລ້ວ 7 ປີ, ຕັ້ງແຕ່ປີ 2016-2022 ແລະ ໃນຕໍ່ໜ້າຈະສືບຕໍ່ຮັກສານາມມະຍົດນີ້ໄວ້ ດ້ວຍການປະຕິບັດຕາມແຜນພັດທະນາໂຮງຮຽນໃນແຕ່ລະສົກຮຽນ ແລະ ຈະຍົກສູງຄຸນນະພາບການຮຽນ-ການສອນໃຫ້ດີຂຶ້ນເລື້ອຍໆ ໂດຍປັດສະຈາກສິ່ງເສບຕິດ, ພວກເຮົາຈະພະຍາຍາມສ້າງ ແລະ ປັບປຸງກົດລະບຽບການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດໃຫ້ສອດຄ່ອງກັບສະພາບ ຕົວຈິງໃນຍຸກສະໄໝໃໝ່ໃຫ້ດີຂຶ້ນເທື່ອລະກ້າວ.

ທາງໂຮງຮຽນ ຈະນໍາໄປເຜີຍແຜ່ໃຫ້ນັກຮຽນໄດ້ ຮັບຮູ້ຢ່າງທົ່ວເຖິງ ແລະ ຮູ້ໄດ້ເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການສຶກສາ, ຮູ້ໄດ້ເຖິງຜົນຮ້າຍຂອງຢາເສບ ຕິດ. ສິ່ງສຳຄັນຈະນໍາເອົາຄຳຂວັນດັ່ງກ່າວເຂົ້າໃນຊີວິດປະຈຳວັນ, ເຂົ້າໃນລະບົບການຮຽນ-ການສອນ ເພື່ອໃຫ້ນັກຮຽນໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດໄຈ້ແຍກຕໍ່ຜົນຮ້າຍຂອງຢາເສບຕິດ ແລະ ບໍ່ເລືອກທີ່ຈະເຂົ້າໄປຫຍຸ້ງກ່ຽວພົວພັນກັບຢາເສບ ຕິດຕະຫຼອດໄປ.

ໂອກາດນີ້, ທ່ານ ອາຈານ ຄອນແກ້ວ ເພັດເພັງພະຈັນ ຍັງຝາກເຖິງພໍ່ແມ່ຜູ້ປົກຄອງ ຈົ່ງຊ່ວຍເປັນຫູ-ເປັນຕາໃນການແກ້ໄຂບັນຫາຢາເສບຕິດ ໂດຍການເອົາໃຈໃສ່ເບິ່ງ ແຍງລູກຫຼານໃນເວລາກັບເມືອເຮືອນວ່າມີພຶດຕິກຳແນວໃດ, ມັກຢູ່ໂດດດ່ຽວຫຼາຍເກີນໄປບໍ່, ການພົວພັນນຳໝູ່ຄູ່, ການໃຊ້ຈ່າຍ, ມີການກວດກາພາຍໃນກະເປົາຂອງລູກຫຼານວ່າມີສິ່ງຜິດປົກກະຕິຫຼືບໍ່, ຫາກພົບເຫັນສິ່ງຜິດປົກກະຕິໃນກະເປົາ ໂດຍສະເພາະແມ່ນຢາສູບໄຟຟ້າທີ່ກະລັງສະບາດໃນໝູ່ໄວໜຸ່ມນັກຮຽນ ກໍໃຫ້ລາຍງານຕໍ່ໂຮງຮຽນເພື່ອຊ່ວຍກັນສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດທີ່ອາດຈະເກີດຂຶ້ນພາຍໃນໂຮງຮຽນ.

ນອກນັ້ນ, ນ້ອງນາງ ອານິດາ ທອງວັນ ນັກຮຽນຊັ້ນ ມ.6 ໃຫ້ທັດສະນະຕໍ່ບັນຫາຢາເສບຕິດ ວ່າ: ໃນນາມນັກຮຽນ-ຊາວຫນຸ່ມຂອງ ໂຮງຮຽນສະຖາພອນຢາກໃຫ້ທຸກຄົນຮັບຮູ້ ແລະ ຄຳນຶງເຖິງຄວາມອັນຕະລາຍຂອງຢາເສບ ຕິດຕໍ່ສັງ ຄົມ ແລະ ບໍ່ຢາກໃຫ້ມີຄວາມຄິດຊັກຊວນໝູ່ຄູ່ ຫຼື ຄວາມຮູ້ສຶກຢາກຮູ້ຢາກລອງຢາ ເສບຕິດຊະນິດໃດເຜີຍ ເພາະເມື່ອເຮົາຕັດສິນໃຈຜິດພາດຈົນບໍ່ອາດຫວນມາຄືນໄດ້ ຜູ້ໜັກໃຈ ກໍຄືພໍ່ແມ່ ແລະ ຜູ້ທີ່ໄດ້ຮັບຜົນກະທົບຫຼາຍສຸດກໍຄືຕົວເຮົາຜູ້ເປັນອະນາຄົດຂອງຊາດ.

ໂດຍ: ບຸນເຫຼືອ