ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2023 ໄດ້ດຳເນີນໃນວັນທີ 24-25 ກໍລະກົດ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ; ຜູ້ຕາງໜ້າຈາກບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນການຂອງເດືອນສິງຫາ 2023.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ຄົົ້ນຄວ້າພິຈາລະນາບັນດາຫົວຂໍ້ທີ່ສໍາຄັນ ດັ່ງນີ້:

ວາລະທີ 1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາເດືອນກໍລະກົດ ແລະ ທິດທາງແຜນການ ເດືອນສິງຫາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຜົນກອງປະຊຸມປະຈຳປີ ຂອງຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢູ່ ສປປ ລາວ ໂດຍມອບໃຫ້ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດແຜນວຽກຈຸດສຸມ ໃນເດືອນສິງຫາ 2023.

ພ້ອມທັງໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ, ແກ້ໄຂວຽກງານຈຳນວນໜຶ່ງ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນແມ່ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການແກ້ໄຂບັນຫາໜີ້ສິນ, ບັນຫາສະພາບຂາດຄູສອນ, ການຄຸ້ມຄອງໂຄງການລົງທຶນ, ການປະຕິບັດນະໂຍບາຍສະຫວັດດີການສັງຄົມ, ການປະກັນສັງຄົມ-ການປະກັນສຸຂະພາບ, ການຄົ້ນຄວ້ານະໂຍບາຍອຸດໜູນເງິນເດືອນຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ, ຄ່າແຮງງານຂັ້ນຕໍ່າ ຂອງແຮງງານ-ກຳມະກອນ, ລວມທັງການກະກຽມຈັດກອງປະຊຸມສຳຄັນຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ. ນອກນັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ຮາກຖານມີຄວາມສະຫງົບ ແລະ ປອດໄພ.

ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາບົດລາຍງານ ກ່ຽວກັບ ການສະຫຼຸບກາງສະໄໝ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບ ການສະຫຼຸບ ແລະ ການປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍໄດ້ຊີ້ນຳໃຫ້ ກະຊວງແຜນການ ແລະ ການລົງທຶນ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພ້ອມກັນນັ້ນ, ກໍມອບໃຫ້ ກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ກະກຽມລາຍງານວຽກທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ຕໍ່ກອງປະຊຸມສູນກາງພັກ, ສ່ວນບັນດາຂະແໜງການອື່ນ ກໍໃຫ້ກະກຽມປະກອບຄຳເຫັນ ເພື່ອຢັ້ງຢືນຄືນຜົນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ.

ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ການກະກຽມແນະນຳການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ພ້ອມທັງຄົ້ນຄວ້ານຳໄປຈັດກອງປະຊຸມສຳມະນາ ເພື່ອລະດົມຄຳຄິດເຫັນ ຈາກບັນດານັກຄົ້ນຄວ້າ, ນັກວິຊາການ, ຊ່ຽວຊານ ຢູ່ບັນດາສູນ, ສະຖາບັນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ເພື່ອພິຈາລະນານຳເອົາຄຳເຫັນຂອງບັນດາຊ່ຽວຊານ ໃນໄລຍະຜ່ານມາ ປະກອບເຂົ້າໃນການສ້າງແຜນດັ່ງກ່າວ.

ວາລະທີ 4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ບົດລາຍງານການຄົ້ນຄວ້ານະໂຍບາຍອຸດໜູນເງິນເດືອນຂັ້ນຕ່ຳ ແກ່ພະນັກງານ-ລັດຖະກອນ ແລະ ຄ່າແຮງງານຂັ້ນຕ່ຳ ແກ່ແຮງງານ-ກຳມະກອນ ໂດຍມອບໃຫ້ ກະຊວງພາຍໃນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບ ກະຊວງການເງິນ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກວດກາຂໍ້ມູນລາຍລະອຽດບັນຊີຈຳນວນພົນ ທີ່ຢູ່ໃນເປົ້າໝາຍການປະຕິບັດນະໂຍບາຍ ແລະ ໄລ່ລຽງຄວາມສາມາດທາງດ້ານງົບປະມານ ໃນການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ພ້ອມທັງມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດມະຕິຕົກລົງຂອງລັດຖະບານ ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ໂດຍສະເພາະ ການສັງລວມ, ກວດກາບັນດາຂໍ້ມູນທີ່ຕິດພັນກັບ ຄວາມຕ້ອງການຄູສອນ ເພື່ອຮັບປະກັນຄວາມສາມາດໃນການຕອບສະໜອງງົບປະມານ ໃນການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ວາລະທີ 5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ຮ່າງຂໍ້ຕົກລົງ ວ່າດ້ວຍ ການສະສາງ ແລະ ຖອນຄືນລົດຂອງລັດ ໂດຍມອບໃຫ້ ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ເປັນຕົ້ນແມ່ນ ການກໍານົດຈຸດປະສົງເປົ້າໝາຍໃຫ້ລະອຽດ, ຈະແຈ້ງກວ່າເກົ່າ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ໃຫ້ມີຄວາມນິ້ມນວນ, ການກຳນົດນະໂຍບາຍຕ່າງໆ ໃຫ້ພິຈາລະນາບົນພື້ນຖານສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ນອກນັ້ນ, ໃຫ້ຂະແໜງການກ່ຽວຂ້ອງ ອອກລະບຽບການກ່ຽວກັບການຄຸ້ມຄອງປ້າຍທະບຽນ ແລະ ພາຫະນະ ທີ່ຂະແໜງການຂອງຕົນອະນຸຍາດໃຫ້ບຸກຄົນນຳໃຊ້ ເປັນກໍລະນີສະເພາະ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວ ມີປະສິດທິຜົນ, ຮັບປະກັນຄວາມສະຫງົບໃນສັງຄົມ ແລະ ປົກປ້ອງຜົນປະໂຫຍດລວມຂອງຊາດ.

ວາລະທີ 6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍ ນະໂຍບາຍຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານຂອງລັດ ໂດຍໄດ້ຊີ້ນຳ ກະຊວງການເງິນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເປັນຕົ້ນແມ່ນ ຊື່ຂອງຮ່າງດຳລັດ ໃຫ້ສັ້ນກະທັດຮັດ, ການກຳນົດຂໍ້ຫ້າມ ໃຫ້ກວມເອົາບັນດາເປົ້າໝາຍທີ່ກ່ຽວຂ້ອງຕື່ມ, ກວດກາ ແລະ ພິຈາລະນາຄືນການກຳນົດອັດຕາສ່ວນ ຫັກເປັນເງິນນະໂຍບາຍຕ່າງໆ ບົນພື້ນຖານສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ວາລະທີ 7. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍ ຄ້າຍຄຸມຂັງ-ດັດສ້າງ ໂດຍມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ສາມາດປະຕິບັດໄດ້ ເປັນຕົ້ນແມ່ນ ການນຳໃຊ້ຄຳສັບ, ການຈັດລຽງ ແລະ ກຳນົດບັນດາຫົວຂໍ້ທີ່ຍັງເຫັນວ່າບໍ່ທັນແທດເໝາະ, ການກຳນົດວິທີການຈຳນວນໜຶ່ງ ທີ່ກ່ຽວຂ້ອງທາງດ້ານເຕັກນິກຕໍ່ນັກໂທດ, ການກຳນົດນະໂຍບາຍ ທີ່ຕິດພັນກັບບັນຫາສິດທິມະນຸດ ແລະ ສິດທິເດັກ, ການກຳນົດອັດຕາກິນຂອງນັກໂທດ ໃຫ້ແທດເໝາະກວ່າເກົ່າ, ຖ້າຫາກເຫັນວ່າ ຈຸດໃດທີ່ມີຄວາມລະອຽດອ່ອນ ແມ່ນໃຫ້ສັງລວມລາຍງານສະເໜີຂໍທິດຊີ້ນຳຈາກຂັ້ນເທິງ.

ວາລະທີ 8. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີ ດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍ ກອງທຶນຊ່ວຍເຫຼືອສຸກເສີນ ແລະ ຮ່າງດຳລັດ ວ່າດ້ວຍ ກອງທຶນເລືອດ ໂດຍມອບໃຫ້ ອົງການກາແດງລາວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ ການຄຸ້ມຄອງ ແລະ ນຳໃຊ້ເງິນ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນເລືອດ, ປະໂຫຍກຄຳສັບຕ່າງໆ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ພາຍຫຼັງປັບປຸງແລ້ວສົ່ງໃຫ້ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ຮຽບຮຽງໃຫ້ສົມບູນ ແລ້ວສະເໜີຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ເພື່ອມີຄໍາເຫັນຊີ້ນຳຕື່ມ ຫຼັງຈາກນັ້ນຈຶ່ງນໍາສະເໜີ ທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.

ສຳລັບແຜນວຽກໃນເດືອນສິງຫາ ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:

1. ວຽກງານປ້ອງກັນຊາດ:

ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ໃນນີ້, ໃຫ້ອອກແຮງສ້າງພະລາທິການ ໃຫ້ກຸ້ມຕົນເອງເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນວຽກງານການສຶກສາ.

2. ວຽກງານປ້ອງກັນຄວາມສະຫງົບ:

ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 27/ນຍ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ພ້ອມນັ້ນ, ກໍເພີ່ມທະວີການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້ ແລະ ອື່ນໆ.

3. ການແກ້ໄຂວຽກງານເຄັ່ງຮ້ອນຈຳນວນໜຶ່ງ:

+ ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະແມ່ນເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ໃຫ້ເຂັ້ມງວດ ແລະ ສຸມໃສ່ປະຕິບັດມາດຕະການຂອງແຕ່ລະວຽກຈຸດສຸມ ໃນແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ.

+ ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນ ທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ໃຫ້ສຸມໃສ່ດັ່ງນີ້:

  • ເລັັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ.
  • ເລັ່ງປັບປຸງກົນໄກ ແລະ ເງື່ອນໄຂໃນການເກັບຖານລາຍຮັບທີ່ໝັ້ນຄົງ ເຊັ່ນ: ອາກອນທີ່ດິນ, ອາກອນຊັບສິນ.
  • ສືບຕໍ່ສຸມໃສ່ປະຕິບັດນິຕິກຳ ກ່ຽວກັບ ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ໂດຍສະເພາະ ດຳລັດ ວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ ແລະ ດຳລັດ ວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳອື່ນໆທີ່ລັດຖະບານວາງອອກ ໃຫ້ເຂັ້ມງວດ.

+ ສຸມໃສ່ວຽກສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ໃຫ້ສໍາເລັດຕາມກໍານົດເວລາ. 

4. ຂົງເຂດພະລັງງານ ແລະ ບໍ່ແຮ່:

  • ຮີບຮ້ອນປະເມີນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານໄດ້ອະນຸມັດຜ່ານມາ ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ເດືອນສິງຫາ 2023.
  • ສືບຕໍ່ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ຫາຍາກ ໂດຍໃຫ້ແຕ່ງໜ່ວຍງານຮັບຜິດຊອບຄັກແນ່, ໃນນັ້ນໃຫ້ເອົາໃຈໃສ່ຢັ້ງຢືນປະເພດທາດທີ່ມີໃນແຮ່ຫາຍາກ ແລະ ຊອກຮູ້ລາຄາຊື້-ຂາຍແຮ່ຫາຍາກໃຫ້ຊັດເຈນ ເພື່ອຮັບປະກັນເກັບລາຍຮັບ ແລ້ວສະຫຼຸບລາຍງານຕໍ່ກອງປະຊຸມລັດຖະບານ ປະຈຳເດືອນສິງຫາ 2023.
  • ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການພະລັງງານ ຢູ່ບັນດາແຂວງພາກໃຕ້ ເພື່ອຮັບປະກັນໃຫ້ມີຄວາມຄືບໜ້າ ແລະ ສຳເລັດທັນຕາມກຳນົດເວລາ.
  • ຕິດຕາມເຝົ້າລະວັງລະດັບນ້ຳໃນອ່າງເກັບນ້ຳ ຂອງບັນດາເຂື່ອນໄຟຟ້າ ຢ່າງໃກ້ຊິດ, ທັງມີການບໍລິຫານຈັດການນ້ຳໃຫ້ດີ.

5. ຂົງເຂດທະນາຄານ:

ເອົາໃຈໃສ່ເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບສະບັບເລກທີ 10/ນຍ ວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງ ສະບັບເລກທີ 93/ນຍ ວ່າດ້ວຍ ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໂດຍສະເພາະການຄັດເລືອກເອົາໂຄງການບູລິມະສິດ ທີ່ມີຕະຫຼາດຮອງຮັບ ແລະ ມີໜໍ່ແໜງການຜະລິດທີ່ດີແລ້ວ.

6. ຂົງເຂດອຸດສາຫະກຳ ແລະ ການຄ້າ:

  • ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະແມ່ນກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ, ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ, ສືບ​ຕໍ່ໂຄງການຊຸກຍູ້ ການຜະລິດ​ເປັນ​ສິນຄ້າ ​ທົດ​ແທນການ​ນໍາ​ເຂົ້າ ​ແລະ ​ຊຸກຍູ້ການ​ສົ່ງ​ອອກ.
  • ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຜົນກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ, ຮີບຮ້ອນກຳນົດມາດຕະການນຳເຂົ້າສິນຄ້າ ທີ່ພວກເຮົາບໍ່ສົ່ງເສີມ ຫຼື ທີ່ພວກເຮົາສາມາດຜະລິດໄດ້ແລ້ວ ໂດຍຄົ້ນຄວ້າມາດຕະການທາງດ້ານເສດຖະກິດ ທີ່ບໍ່ຂັດກັບລະບຽບການຄ້າສາກົນ ທີ່ເຮົາເປັນພາຄີ.

7. ຂົງເຂດໂຍທາທິການ ແລະ ຂົນສົ່ງ:

  • ສຸມໃສ່ຄົ້ນຄວ້າ ຮ່າງນິຕິກຳຈຳນວນໜຶ່ງ ທີ່ມີຄວາມຈຳເປັນຮີບດ່ວນ ເຊັ່ນ: ຮ່າງຂໍ້ຕົກລົງ ວ່າດ້ວຍ ຄ່າທໍານຽມ, ຄ່າບໍລິການຂະແໜງລົດໄຟ, ຮ່າງດໍາລັດ ວ່າດ້ວຍ ການປັບໄໝຂອງຂະແໜງການລົດໄຟ, ໂຄງສ້າງ ແລະ ສູດຄິດໄລ່ຫົວໜ່ວຍລາຄາຂົນສົ່ງທາງລົດໄຟ ແລະ ພາລະບົດບາດທ່າບົກຂອງ ສປປ ລາວ ໃຫ້ສຳເລັດໄວ. ພ້ອມກັນນັ້ນ, ກໍສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ໃນການໃຫ້ບໍລິການ ແລະ ການອຳນວຍຄວາມສະດວກ ຢູ່ແຕ່ລະສະຖານີຂອງລົດໄຟ ລາວ-ຈີນ ຢ່າງເປັນປົກກະຕິ.
  • ແກ້ໄຂບັນ​ຫາ​ການ​ບຸກ​ລຸກ​ຂອງ​ປະ​ຊາ​ຊົນ ​ເຂົ້າ​ມາ​ໃນ​ຂອບ​ເຂດ​ສະ​ຫງວນ​ຂອງ​ແລວ​ທາງ​ລົດ​ໄຟ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີລົດໄຟແລ່ນຜ່ານ ເພື່ອແກ້ໄຂຫາງສຽງ ແລະ ປະກົດການຫຍໍ້ທໍ້ຕ່າງໆ; ນອກນັ້ນ, ກໍໃຫ້ກວດເບິ່ງໂຄງການຮ່ວມມືກັບ ສສ ຫວຽດນາມ.
  • ເລັ່ງປັບປຸງບັນຫາການແຈ້ງເຕືອນຂອງ ອົງການການບິນພົນລະເຮືອນສາກົນ ICAO ຕາມການຊີ້ນໍາຂອງລັດຖະບານ ໃຫ້ສຳເລັດໄວ.

8. ຂົງເຂດກະສິກຳ ແລະ ປ່າໄມ້:

ສົມທົບກັບພາກສ່ວນກ່ຽວຂ້ອງ ປະຕິບັດຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ນອກນັ້ນ, ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຜະ​ລິດ​ເຂົ້າ​ນາ​ປີ, ເຂົ້າ​ນາແຊງ, ພືດສະບຽງລະ​ດູ​ຝົນ ແລະ ຜະ​ລິດ​ຊີ້ນ, ປ​າ, ໄຂ່ ໃຫ້ໄດ້ຕາມແຜນທີ່ກຳນົດໄວ້.

ສືບຕໍ່ຕິດຕາມເຝົ້າລະວັງໄພພິບັດທາງທໍາມະຊາດ ເຊັ່ນ: ພະຍາດສັດຕາມລະດູການ, ແມງໄມ້, ສັດຕູພືດລະບາດ, ນໍ້າຖ້ວມຂັງ, ນໍ້າປ່າໄຫຼສຸ, ດິນເຈື່ອນ, ການຕ້ານແລ້ງ-ຕ້ານຖ້ວມ ແລະ ການປ່ຽນແປງດິນຟ້າອາກາດ ທີ່ຈະສົ່ງຜົນກະທົບຕໍ່ການຜະລິດກະສິກໍາ.

9. ຂົງເຂດວຽກງານວັດທະນະທຳ-ສັງຄົມ:

  • ມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພັດທະນາກໍາລັງແຮງງານ ໃຫ້ມີສີມືຕາມສາຂາອາຊີບຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ໄປຄຽງຄູ່ກັບ ການຍົກສູງຄຸນນະພາບການໃຫ້ບໍລິການ ຮ່ວມກັບບັນດາວິສາຫະກິດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດ ເພື່ອຕິດຕາມບັນດາແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນ ຢູ່ ສ.ເກົາຫຼີ.
  • ມອບໃຫ້ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກະກຽມຈັດກອງປະຊຸມປຶກສາຫາລື ເພື່ອກຽມຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27, ກອງປະຊຸມທີ່ປິ່ນອ້ອມ ແລະ ງານວາງສະແດງການທ່ອງທ່ຽວ ອາຊຽນ ATF 2024 ແລະ ການຈັດປີທ່ອງທ່ຽວລາວ 2024; ພ້ອມນີ້, ກໍສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳ ແລະ ປັບປຸງສະພາບແວດລ້ອມກ່ຽວກັບ ການທ່ອງທ່ຽວ ແລ້ວລາຍງານລັດຖະບານ.
  • ມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ ວ່າດ້ວຍ ການກຳນົດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ນຍ, ລົງວັນທີ 17 ກໍລະກົດ 2023 ໂດຍສະເພາະໃຫ້ຮີບຮ້ອນສົມທົບກັບ ກະຊວງການເງິນ ເພື່ອປຶກສາຫາລື ແລະ ຄິດໄລ່ຄວາມຕ້ອງການງົບປະມານ ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ກຳນົດໃນມະຕິດັ່ງກ່າວ, ລວມທັງໄລຍະເວລາເລີ່ມຈັດຕັ້ງປະຕິບັດໃຫ້ຊັດເຈນ.

10. ວຽກງານການຕ່າງປະເທດ:

ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະ ບັນຫາທີ່ຈະສົ່ງຜົນກະທົບໂດຍກົງຕໍ່ລາວເຮົາ, ບັນຫາທີ່ພວກເຮົາຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ.

ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ. ນອກນັ້ນ, ກໍໃຫ້ສຸມໃສ່ກະກຽມບັນດາໜ້າວຽກ ໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ໃນປີ 2024 ໃຫ້ສໍາເລັດຕາມກຳນົດເວລາ.