ນາງ ຮວາ ແລະ ທ້າວ ແມ້ງ ຜົວ-ເມຍເຈົ້າຂອງຮ້ານຄາຣາໂອເກະ ສັ່ງໃຫ້ພະນັກງານ 2 ຄົນໃນຮ້ານ ໄປຊອກຕົວະຍົວະແມ່ຍິງໄປປະເທດມຽນມາ ເພື່ອເຮັດວຽກເປັນໂສເພນີຫາເງິນໃຫ້ພວກກ່ຽວ.

ເມື່ອວັນທີ 15 ກໍລະກົດ ທີ່ຜ່ານມາ, ກອງບັນຊາການຕຳຫຼວດ ແຂວງກ່າວບັງ ໄດ້ສົ່ງສຳນວນຄະດີໃຫ້ໄອຍະການ ເພື່ອດຳເນີນຄະດີກັບຜູ້ຖືກຫາ 4 ຄົນ ຄື:

  • ນາງ ຫງວຽນ ທິຫງວຽດ ຮວາ (ຮວາ) ເກີດປີ 1998 ແລະ ຜົວຂອງຜູ້ກ່ຽວຊື່ ທ້າວ ດົງ ວັນ ແມ້ງ (ແມ້ງ) ເກີດປີ 1996, ທັງສອງຄົນອາໄສຢູ່ຕາແສງເຫງຍຮຶ່ງ ເມືອງລາງຊ່າງ ແຂວງບັກຊ່າງ
  • ທ້າວ ຮວ້າງ ວັນ ເຊີ່ນ (ເຊີ່ນ) ເກີດປີ 2006 ອາໄສຢູ່ຕາແສງເທືອງຮາ ເມືອງບາວລັກ ແຂວງກ່າວບັງ ແລະ ທ້າວ ຍານ ວັນ ສຸງ (ສຸງ) ເກີດປີ 2005 ອາໄສຢູ່ບ້ານບາວຕວ່ານ ເມືອງບາວລັກ ແຂວງກ່າວບັງ

ເຊິ່ງທັງ 4 ຄົນ ຖືກຈັບຕົວຍ້ອນກໍ່ຄະດີຄ້າມະນຸດ ແລະ ຄະດີຄ້າມະນຸດຜູ້ທີ່ມີອາຍຸຕ່ຳກວ່າ 16 ປີ, ໂດຍເຈົ້າໜ້າທີ່ໄດ້ຈັບຕົວພວກກ່ຽວໄວ້ 3 ຄົນ ຄື: ທ້າວ ແມ້ງ, ທ້າວ ເຊີ່ນ ແລະ ທ້າວ ສຸງ, ສ່ວນ ນາງ ຮວາ ຍັງບໍ່ຖືກຈັບ, ແຕ່ຖືກສັ່ງຫ້າມບໍ່ໃຫ້ອອກຈາກທີ່ພັກ ເພາະຕ້ອງເບິ່ງແຍງລູກທີ່ອາຍຸຕ່ຳກວ່າ 36 ເດືອນ (3 ປີ).

ເຈົ້າໜ້າທີ່ຕຳຫຼວດ ແຂວງກ່າວບັງ ໃຫ້ຮູ້ວ່າ: ເມື່ອທ້າຍປີ 2022, ທ້າວ ສຸງ ແລະ ທ້າວ ເຊີ່ນ ເປັນພະນັກງານຢູ່ຮ້ານຄາຣາໂອເກະຂອງ ນາງ ຮວາ ແລະ ທ້າວ ແມ້ງ ທີ່ບ້ານໂທ່ນເຊົ່າ ຕາແສງເຫງຍຮຶ່ງ ເມືອງລາງຊ່າງ ແຂວງບັກຊ່າງ; ພວກກ່ຽວຖືກມອບໝາຍໃຫ້ຈັດຫາແມ່ຍິງ ມາເຮັດວຽກຢູ່ຮ້ານຄາຣາໂອເກະດັ່ງກ່າວ. ຈາກນັ້ນ, ກໍຈັດສົ່ງແມ່ຍິງເຫຼົ່ານັ້ນ ໄປເຮັດວຽກເປັນໂສເພນີຢູ່ຕ່າງປະເທດ.

ໃນຕົ້ນເດືອນກຸມພາ 2023, ຜ່ານການຮູ້ຈັກ ແລະ ໂອ້ລົມທາງເຄືອຂ່າຍສັງຄົມອອນລາຍ (Line) ທ້າວ ສຸງ ແລະ ທ້າວ ເຊີ່ນ ໄດ້ຕົວະຍົວະຜູ້ເຄາະຮ້າຍ 3 ຄົນ ຄື:

  • ນາງ H.T.V ເກີດປີ 2007 ອາ​ໄສ​ຢູ່​ເມືອງ​ບາວ​ລັກ ​ແຂວງກ່າວບັງ
  • ນາງ L.T.V ເກີດປີ 2008 ແລະ ນາງ D.H.T ທັງສອງຄົນອາໄສຢູ່ເມືອງວິຊວ່ຽນ ແຂວງຮາຊ່າງ

ໂດຍຕົວະໃຫ້ໄປເຮັດວຽກເປັນພະນັກງານຕ້ອນຮັບ ຢູ່ຮ້ານຄາຣາໂອເກະຂອງ ນາງ ຮວາ ແລະ ທ້າວ ແມ້ງ. ຕໍ່ມາ, ໄດ້ໃຊ້ກົນອຸບາຍຕົວະຍົວະແມ່ຍິງທັງ 3 ຄົນ ໃຫ້ໄປເຮັດວຽກຢູ່ປະເທດມຽນມາ.

ໂດຍ ນາງ ຮວາ ແລະ ທ້າວ ແມ້ງ ໄດ້ສັ່ງໃຫ້ ທ້າວ ສຸງ ແລະ ທ້າວ ເຊີ່ນ ພາຜູ້ເຄາະຮ້າຍທັງ 3 ຄົນ ໄປຂຶ້ນລົດເມໂດຍສານ ເພື່ອໄປທີ່ເມືອງສຽນເຈົ່າ ແຂວງເຫງະອານ ແລ້ວເດີນທາງຕໍ່ໄປທີ່ປະເທດມຽນມາ ເພື່ອໄປຫາແມ່ຍິງຄົນໜຶ່ງຊື່ວ່າ ນາງ ແມວ (Meo).

ຕາມທີ່ຕົກລົງກັນໄວ້, ເມື່ອຈັດຫາຄົນໄປເຮັດວຽກຢູ່ປະເທດມຽນມາ ໄດ້ສຳເລັດ ນາງ ຮວາ ຈະໄດ້ເງິນປັນຜົນຈຳນວນ 5% ຕໍ່ເດືອນ ຈາກລາຍຮັບທັງໝົດຂອງຜູ້ທີ່ຖືກສົ່ງໄປນັ້ນ; ສຳລັບ ທ້າວ ສຸງ ແລະ ທ້າວ ເຊີ່ນ ແມ່ນໄດ້ຮັບເງິນລ່ວງໜ້າຈາກການຄ້າມະນຸດຄັ້ງນີ້ ຈຳນວນ 15 ລ້ານດົ່ງ ຈາກ ນາງ ຮວາ. ໜ້າເສົ້າໃຈ, ສຳລັບແມ່ຍິງທັງ 3 ຄົນ ທີ່ເດີນທາງໄປມຽນມາ, ຜ່ານໄປ 3 ເດືອນ ພວກກ່ຽວກໍຖືກບັງຄັບໃຫ້ເປັນໂສເພນີ.

ເມື່ອມາຮອດຕົ້ນເດືອນມິຖຸນາ 2023, ນາງ H.T.V ໄດ້ພະຍາຍາມຕິດຕໍ່ຫາຄອບຄົວຢູ່ຫວຽດນາມ ເພື່ອຂໍຄວາມຊ່ວຍເຫຼືອ. ຈົນມາຮອດວັນທີ 30 ມິຖຸນາ 2023, ພະແນກຕຳຫຼວດອາຊະຍາກຳ ປກສ ແຂວງກ່າວບັງ ຮ່ວມກັບ ພະແນກວິຊາສະເພາະຄະດີອາຍາ ກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໂດຍປະສານງານກັບ ເຈົ້າໜ້າທີ່ຕຳຫຼວດ ມຽນມາ ກໍສາມາດຊ່ວຍເຫຼືອຜູ້ເຄາະຮ້າຍໄດ້ 2 ຄົນ ຄື: ນາງ H.T.V ແລະ ນາງ L.T.V, ສ່ວນ ນາງ D.H.T ຖືກຂະບວນການຄ້າະນຸດຈັດສົ່ງໄປບ່ອນອື່ນ; ປັດຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງ ພວມພະຍາຍາມສຸດກຳລັງ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຄົນດັ່ງກ່າວ.