ຊາຍໜຸ່ມຊາວໄຕ້ຫວັນ ຖືກສານຕັດສິນໃຫ້ຈຳຄຸກເປັນເວລາ 3 ເດືອນ ຈາກການທີ່ຜູ້ກ່ຽວລັກລອບເຂົ້າບັນຊີເຟສບຸກຂອງເມຍ ພາຍຫຼັງທີ່ທັງສອງຄົນມີການຜິດຖຽງກັນ ໂດຍມີຈຸດປະສົງຂໍຄືນດີ.

ເມື່ອຕົ້ນເດືອນທີ່ຜ່ານມາ, ສານທ້ອງຖິ່ນໃນໄຕ້ຫວັນ ໄດ້ຕັດສິນໃຫ້ຊາຍຄົນໜຶ່ງ ໂດຍລະບຸຊື່ວ່າ: “ທ້າວ ໂຫວ” ມີຄວາມຜິດໃນສະຖານລະເມີດຄວາມເປັນສ່ວນຕົວຂອງເມຍ ໃນເຄືອຂ່າຍສັງຄົມອອນລາຍ; ເຊິ່ງເຮັດໃຫ້ຜູ້ກ່ຽວ ຕ້ອງຖືກລົງໂທດຈຳຄຸກເປັນເວລາ 3 ເດືອນ.

ຕາມລາຍງານຂອງສື່ໃນທ້ອງຖິ່ນ ໃຫ້ຮູ້ວ່າ: ທ້າວ ໂຫວ ແລະ ເມຍ ມີເລື່ອງຜິດຖຽງກັນຢ່າງຮຸນແຮງ ມາຕັ້ງແຕ່ເດືອນພະຈິກ 2022, ເຮັດໃຫ້ເມຍຂອງຜູ້ກ່ຽວຕັດສິນໃຈຍ້າຍອອກຈາກເຮືອນທີ່ເຄີຍຢູ່ຮ່ວມກັນ ໃນເມືອງເຈຍອີ້ ແລະ ໄດ້ພາລູກສາວອອກໄປພ້ອມ; ຫຼັງຈາກນັ້ນ, ເມຍຂອງ ທ້າວ ໂຫວ ເຊິ່ງລະບຸພຽງຊື່ຫຼິ້ນວ່າ “ນາງ ວີ້” ໄດ້ຕັດການພົວພັນຢ່າງເດັດຂາດກັບ ທ້າວ ໂຫວ ທັງທາງໂທລະສັບ ແລະ ການຕິດຕໍ່ທັງໝົດ.

ຫຼັງຈາກນັ້ນ, ທ້າວ ໂຫວ ໄດ້ລັກລອບເຂົ້າບັນຊີເຟສບຸກຂອງ ນາງ ວີ້ ແລ້ວໃຊ້ບັນຊີຂອງ ນາງ ວີ້ ສົ່ງຂ້ໍຄວາມໄປຫາລູກສາວ ແລະ ແມ່ຂອງ ນາງ ວີ້,   ໂດຍຂ້ໍຄວາມດັ່ງກ່າວ ເປັນການກ່າວຄຳຂໍໂທດຕໍ່ພຶດຕິກຳຂອງຕົນເອງ ແລະ ຂໍຮ້ອງໃຫ້ແມ່ (ແມ່ເຖົ້າ) ກັບ ລູກສາວ ຊ່ວຍເຈລະຈາກັບ ນາງ ວີ້ ໃຫ້ຄືນດີກັບຕົນເອງ.

ຜ່ານການສອບສວນ, ສານທ້ອງຖິ່ນໃນໄຕ້ຫວັນ ພົບວ່າ: ທ້າວ ໂຫວ ໄດ້ລັກລອບເຂົ້າບັນຊີເຟສບຸກຂອງ ນາງ ວີ້ ຈຳນວນ 2 ຄັ້ງ ໃນວັນທີ 31 ພຶດສະພາ 2023 ແລະ ວັນທີ 1 ມິຖຸນາ 2023 ເພື່ອຕິດຕໍ່ກັບລູກສາວ ແລະ ແມ່ເຖົ້າ; ແນວໃດກໍຕາມ, ບໍ່ມີການລະບຸເຖິງສາເຫດທີ່ຊັດເຈນຂອງ ທ້າວ ໂຫວ ໃນການລັກລອບໃຊ້ເຟສບຸກສ່ວນຕົວຂອງເມຍ ແລະ ຍັງບໍ່ມີຂ້ໍມູນວ່າ ຜູ້ກ່ຽວມີບັນຊີເຟສບຸກເປັນຂອງຕົວເອງ ຫຼື ບໍ.

ເຖິງແນວນັ້ນ, ເມື່ອ ນາງ ວີ້ ຮູ້ວ່າ ຜົວຂອງຕົນເອງລັກລອບເຂົ້າບັນຊີເຟສບຸກຂອງຕົນ ຈຶ່ງຖືວ່າເປັນການລະເມີດຄວາມເປັນສ່ວນຕົວ ແລະ ຕັດສິນໃຈໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ ເພື່ອເອົາຜິດຜົວ; ຕໍ່ມາ, ສານໄດ້ຕັດສິນຄະດີດັ່ງກ່າວ ໂດຍໄດ້ເນັ້ນວ່າ: ເຖິງວ່າໄດ້ແຕ່ງງານກັນແລ້ວກໍຕາມ, ແຕ່ມັນກໍບໍ່ມີຜົນເຮັດໃຫ້ສາມາດລະເມີດຄວາມເປັນສ່ວນຕົວຂອງຜູ້ໃດຜູ້ໜຶ່ງໄດ້.

ດ້ານ ທ້າວ ໂຫວ ໄດ້ຍອມຮັບຜິດຕໍ່ໜ້າສານ ແລະ ຕ້ອງຮັບຜິດຊອບຄວາມຜິດ ໃນສະຖານຝ່າຝືນມາດຕະການຮັກສາຄວາມປອດໄພທາງຄອມພິວເຕີ ເຊິ່ງຖືວ່າເປັນການກໍ່ອາຊະຍາກຳຕາມກົດໝາຍຂອງໃຕ້ຫວັນ; ທ້າວ ໂຫວ ຕ້ອງຮັບໂທດຈາກການໃຊ້ລະຫັດຜ່ານ ເພື່ອເຂົ້າບັນຊີເຟສບຸກໂດຍບໍ່ໄດ້ຮັບຄວາມຍິນຍອມຈາກເຈົ້າຂອງບັນຊີ ແລະ ບິດເບືອນບັນທຶກການໃຊ້ງານດ້ານດິຈີຕອນຂອງເມຍ ຈາກການສົ່ງຂ້ໍຄວາມໄປຫາລູກ ແລະ ແມ່ເຖົ້າ.

ສານໄຕ້ຫວັນ ຕັດສິນລົງໂທດ ທ້າວ ໂຫວ ດ້ວຍການຈຳຄຸກເປັນເວລາ 3 ເດືອນ, ແຕ່ ທ້າວ ໂຫວ ໄດ້ຮັບການຜ່ອນຜັນໂດຍບໍ່ຕ້ອງຕິດຄຸກ ໂດຍຕ້ອງຈ່າຍຄ່າປັບໃໝເປັນເງິນຈຳນວນ 1.000 ໂດລາໄຕ້ຫວັນຕໍ່ວັນ ແທນ.