ໃນວັນທີ 24 ກໍລະກົດ 2023, ຄະນະຜູ້ແທນ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເດີນທາງມາພົບປະແລກປ່ຽນບົດຮຽນ ແລະ ກວດສຸຂະພາບໃຫ້ພະນັກງານການນໍາຂັ້ນສູງຂອງ ກະຊວງປ້ອງກັນຄວາມສະຫງົບ ລາວ ໃນລະຫວ່າງວັນທີ 23-28 ກໍ ລະກົດ 2023, ເຊິ່ງນໍາໂດຍ ພັອ ດຣ ນາງ ໂດ ທິ ເລ ຫຸ໋ຍ ຮອງຜູ້ອໍານວຍການ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ໂດຍມີ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານແພດ-ໝໍ, ນາຍ ແລະ ພົນຕໍາຫຼວດ ໃຫ້ການຕ້ອນຮັບ.

ພັອ ດຣ ນາງ ພຸດມາລາ ພັນທະມິດ ຫົວໜ້າອຳນວຍການໂຮງໝໍ 5 ເມສາ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາພົບປະແລກປ່ຽນບົດຮຽນຮ່ວມກັນຄັ້ງນີ້ ຂອງຄະນະຜູ້ແທນ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ໂຮງ ໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ລາວ ກັບ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໃນການພົວພັນຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານວຽກວິຊາສະເພາະ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດທີ່ ຄະນະຜູ້ແທນ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ມາເຄື່ອນໄຫວແລກປ່ຽນບົດຮຽນຮ່ວມກັບ ຄະນະແພດໝໍ ໂຮງໝໍ 5 ເມສາ ກະຊວງປ້ອງກັນຄວາມສະຫງົບ ລາວ ປະຈໍາປີ 2023 ນີ້, ຄະນະຜູ້ແທນ ໂຮງໝໍ 5 ເມສາ ແລະ ໂຮງໝໍ 19.8 ໄດ້ກວດສຸຂະພາບໃຫ້ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ລາວ ເປັນຕົ້ນແມ່ນ ກວດຄວາມດັນ, ກວດເລືອດ, ແທກຫົວໃຈ, ກວດສາຍຕາ, ຫູ, ດັງ, ຄໍ ແລະອື່ນໆ.

ທັງນີ້, ກໍເພື່ອເຮັດໃຫ້ສຸຂະພາບຂອງການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ມີສຸຂະພາບແຂງແຮງ, ສືບຕໍ່ນຳພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

ໂອກາດນີ້, ຄະນະຜູ້ແທນ ໂຮງໝໍ 19.8 ໄດ້ມອບອຸປະກອນວັດແທກສາຍຕາໃຫ້ ໂຮງໝໍ 5 ເມສາ ນຳອີກ.