ຄະນະຊີ້ນໍາລວມຂອງ ກະຊວງ ປກສ ກ່ຽວກັບ ການກະກຽມຄວາມພ້ອມ ແລະ ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໄດ້ຈັດກອງປະຊຸມເພື່ອທົບທວນ ແລະ ຕີລາຄາຄືນຄວາມຄືບໜ້າຂອງບັນດາອະນຸກຳມະການທີ່ກ່ຽວຂ້ອງ ໃນວັນທີ 20 ກໍລະກົດ 2023, ໂດຍການເປັນປະທານຂອງ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ທັງເປັນ ຄະນະຮັບຜິດຊອບຊີ້ນຳລວມ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8, ມີບັນດາຄະນະຂອງແຕ່ລະອະນຸກຳມະການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນວາລະການດຳເນີນກອງປະຊຸມ, ບັນດາຄະນະຮັບຜິດຊອບຊີ້ນຳຂອງແຕ່ລະອະນຸກຳມະການ ໄດ້ລາຍງານສະພາບ ແລະ ຄວາມຄືບໜ້າຂອງການກະກຽມຄວາມພ້ອມຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບທີ່ໄດ້ຮັບມອບໝາຍ ເຊັ່ນ: ອະນຸກຳມະການດ້ານເນື້ອໃນ, ກອງເລຂາ, ເສດຖະກິດ, ພິທີການ, ປ້ອງກັນ ແລະ ໃກ້ສິດ, ສາທາລະນະສຸກ, ສິລະປະ, ສື່ມວນຊົນ ແລະ ອະນຸກໍາມະການຍ້ອງຍໍ ເພື່ອຮັບປະກັນໃຫ້ໄດ້ຕາມຄາດໝາຍຂອງການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ຄື: ຕ້ອງຮັບປະກັນໄດ້ການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ກໍຄື ຂອງ ສປປ ລາວ, ພ້ອມທັງໂຄສະນາເຜີຍແຜ່ແນວທາງອັນຖືກຕ້ອງຂອງພັກ-ລັດ.

ຮັບປະກັນໃຫ້ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ມີຜົນສໍາເລັດຕາມຄາດໝາຍ; ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ຂອງປະເທດສະມາຊິກອາຊຽນ ຂອງ ສປປ ລາວ ຕາມກົນໄກ ແລະ ລະບຽບການຂອງບັນດາປະເທດສະມາຊິກອາຊຽນ; ຮັບປະກັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ມີເອກະລັກສະເພາະ, ສ້າງຄວາມປະທັບໃຈໃຫ້ແກ່ ຄະນະຜູ້ແທນປະເທດສະມາຊິກອາຊຽນ ຜ່ານການສະແດງອອກຄື ເປັນເຈົ້າພາບທີ່ດີ ເພື່ອສະແດງເຖິງຄວາມເຂັ້ມແຂງຂອງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໃຫ້ຄະນະຊີ້ນໍາລວມແຕ່ລະອະນຸກໍາມະການ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ ມີຜົນສໍາເລັດຕາມຄາດໝາຍ ແລະ ມີຄວາມສະຫງົບ-ປອດໄພ.