ທິດທາງແຜນການປີ 2023, ຄະນະສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈະສືບຕໍ່ສຸມໃສ່ພັດທະນາໜ່ວຍແມ່ຍິງ, ສະມາຊິກມາຍິງ ໂດຍສະເພາະ ກໍຄື ເອື້ອຍນ້ອງແມ່ຍິງພາຍໃນກອງບັນຊາການ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ໄດ້ຮັບການຍ້ອງຍໍ, ເລື່ອນຊັ້ນ, ຕໍາແໜ່ງ, ມີຄວາມດຸໝັ້ນຫ້າວຫັນສ້າງເສດຖະກິດຄອບຄົວ ຕາມທິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ນແຂງດ້ວຍຕົນເອງ, ຊຸກຍູ້ນໍາພາປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ພ້ອມທັງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ວຽກງານປ້ອງກັນເວນຍາມ ໃຫ້ມີຄວາມສະຫງົບ-ປອດໄພ.

+ ພັທ ນາງ ບົວວັນ ພູນປະເສີດ ປະທານສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ:

ທິດທາງແຜນການປີ 2023, ຄະນະສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ຈະສືບຕໍ່ສຸມໃສ່ພັດທະນາເອື້ອຍນ້ອງແມ່ຍິງ ພາຍໃນກອງບັນຊາການ ໃຫ້ມີຄຸນນະພາບທີ່ສູງຂຶ້ນ ເປັນຕົ້ນແມ່ນ:

  • ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ:

ຈະສືບຕໍ່ຊຸກຍູ້ບັນດາໜ່ວຍແມ່ຍິງ ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຫຼາຍເນື້ອໃນ ແລະ ຫຼາຍວິທີການໃຫ້ມີຫຼັກໝັ້ນ, ຊົນຊັ້ນດີ, ຊຸກຍູ້ໃຫ້ຊອກຮູ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ມູນເຊື້ອສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງທ່ານຜູ້ນຳທີ່ກົມກອງຈັດຕັ້ງຂຶ້ນ, ລົງເລິກໃກ້ຊິດຕິດແທດກຳແໜ້ນສະພາບແນວຄິດຂອງສະມາຊິກແມ່ຍິງ, ນໍາເອົາສະພາບການຕົວຈິງມາສຶກສາອົບຮົມ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ທັນເວລາ.

  • ວຽກງານປັບປຸງການຈັດຕັ້ງ ຄະນະສະຫະພັນ, ຄະນະໜ່ວຍແມ່ຍິງ:

ຈະສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງຕາມກົດລະບຽບຂອງສະຫະພັນແມ່ຍິງລາວ ແທດເໝາະກັບສະພາບຈຸດພິເສດກົມກອງຂອງຕົນ, ນໍາພາຮ່ວມຊີວິດສໍາຫຼວດກວດກາປະຈໍາເດືອນ, ເສຍເງິນບໍາລຸງ, ຕິດຕາມກວດກາ, ສະຫຼຸບ-ວາງແຜນການສ່ອງແສງລາຍງານໃຫ້ຂັ້ນເທິງ ເປັນປົກກະຕິ.

  • ວຽກງານກໍ່ສ້າງພະນັກງານ:

ຈະສືບຕໍ່ປະສານສົມທົບກັບ ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນທີ່ຕັ້ງ ເພື່ອບໍາລຸງກໍ່ສ້າງພະນັກງານສະມາຊິກແມ່ຍິງ ໄປຍົກລະດັບວິຊາສະເພາະດ້ານຕ່າງໆ ເພື່ອຂະຫຍາຍ ແລະ ພັດທະນາສະມາຊິກແມ່ຍິງ ໃຫ້ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.

  • ວຽກງານນະໂຍບາຍ:

ຈະສືບຕໍ່ເອົາໃຈໃສ່ສະເໜີຂັ້ນເທິງ ປະຕິບັດນະໂຍບາຍຕໍ່ສະມາຊິກແມ່ຍິງ ໃຫ້ສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນ ເວລາພົບຄວາມຫຍຸ້ງຍາກ ແລະ ເຈັບເປັນອື່ນໆ ຕ້ອງໄດ້ພັກຜ່ອນປິ່ນປົວຮັບການຊ່ວຍເຫຼືອຕາມເງື່ອນໄຂຕົວຈິງ.

  • ວຽກງານສິດຜົນປະໂຫຍດແມ່ຍິງ ແລະ ເດັກນ້ອຍ:

ຈະສືບຕໍ່ປະສານສົມທົບກັບ ຄະນະພັກ-ຄະນະບັນຊາ ກ່ຽວກັບ ບັນຫາທີ່ພົວພັນເຖິງການພັດທະນາແມ່ຍິງ ໃຫ້ແມ່ຍິງໄດ້ມີສ່ວນຮ່ວມໃນການຄົ້ນຄວ້າປະກອບຄໍາເຫັນນໍາຂັ້ນເທິງກ່ຽວກັບ ສິດຜົນປະໂຫຍດຂອງແມ່ຍິງ ເຊັ່ນ: ໄປຍົກລະດັບດ້ານຕ່າງໆຍ້ອງຍໍ, ເລື່ອນຊັ້ນ, ເລື່ອນໜ້າທີ່ຕໍາແໜ່ງ ແລະ ອື່ນໆ, ສ້າງໃຫ້ໄດ້ພະນັກງານ 3 ຮຸ່ນ ຕາມແຜນກໍານົດສ້າງພະນັກງານຂອງສະຫະພັນແມ່ຍິງ ວາງອອກ.

  • ວຽກງານພັດທະນາຊີວິດການເປັນຢູ່ຂອງແມ່ຍິງ-ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ:

ຈະສືບຕໍ່ປຸກລະດົມໃຫ້ສະມາຊິກແມ່ຍິງແຕ່ລະຄອບຄົວ ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງຕົນ ດ້ວຍຄວາມດຸໝັ່ນຫ້າວຫັນ ແລະ ສ້າງເສດຖະກິດຄອບຄົວ ຕາມຄວາມສາມາດຂອງໃຜລາວ ເຊັ່ນ: ປູກຝັງ-ລ້ຽງສັດ, ການຄ້າຍ່ອຍທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສ້າງເສດຖະກິດຄອບຄົວດີຂຶ້ນ, ຖືກຕ້ອງຕາມທິດຊີ້ນໍາທີ່ວ່າ: ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ພ້ອມທັງເອົາໃຈໃສ່ປົກປັກຮັກສາເງິນຄັງ ແລະ ເງິນທ້ອນຂອງສະມາຊິກກອງທຶນ ໃຫ້ດີ, ໂຄສະນາເຜີຍແຜ່ກົດລະບຽບກອງທຶນ ໃຫ້ສະມາຊິກກອງທຶນຮັບຮູ້ ແລະ ເຂົ້າໃຈ, ເສີມຂະຫຍາຍກອງທຶນໃຫ້ເຕີບໃຫຍ່ກວ້າງຂວາງເພີ່ມຂຶ້ນເລື້ອຍໆ.

  • ວຽກງານການປະຕິບັດຂໍ້ແຂ່ງຂັນ 3 ດີ:

ຈະສືບຕໍ່ຊຸກຍູ້ໃຫ້ແຕ່ລະໜ່ວຍແມ່ຍິງ ສຸມໃສ່ນຳພາປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕາມພາລະບົດບາດ ຕິດພັນກັບ ການສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍນຳເອົາຂໍ້ແຂ່ງຂັນດັ່ງກ່າວ ເປັນເນື້ອໃນການສໍາຫຼວດກວດກາຄັດເລືອກປະເພດບຸກຄົນ 3 ດີ, ໜ່ວຍ 3 ດີ ໃນແຕ່ລະເດືອນ, ໄຕມາດ, ປີ ແລະ ແມ່ຍິງຕົວແບບໃຫ້ເໝາະສົມຕົວຈິງ.

  • ວຽກງານວິຊາສະເພາະ ແລະ ຂະບວນການ:

ຈະສືບຕໍ່ນໍາພາສະມາຊິກແມ່ນຍິງ ຢູ່ແຕ່ລະຂົງເຂດວຽກງານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ນໍາໃຊ້ການປະດິດສ້າງສຸມທຸກຄວາມຮູ້-ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍ ຈາກການຈັດຕັ້ງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ ຕໍ່ວຽກງານແຕ່ລະດ້ານທ່ວງທັນກຳນົດເວລາ ໂດຍສະເພາະ ວຽກງານປ້ອງກັນເວນຍາມ ໃຫ້ມີຄວາມສະຫງົບ-ປອດໄພ, ສືບຕໍ່ນໍາພາສະມາຊິກແມ່ຍິງ ເຂົ້າຮ່ວມຂະບວນການຢ່າງຕໍ່ເນື່ອງ ເພື່ອຮັດແໜ້ນຄວາມສາມັກຄີພາຍໃນ, ຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ວຽກງານຂອງຕົນ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ.

  • ວຽກງານກວດກາ:

ຈະສືບຕໍ່ເຄື່ອນໄຫວວຽກງານກວດກາ ຕາມພາລະບົດບາດ, ເກັບກໍາສະພາບປະກົດການຫຍໍ້ທໍ້ດ້ານຕ່າງໆ, ດ້ານດີ ແລະ ດ້ານອ່ອນ ຢູ່ໃນອົງການຈັດຕັ້ງສະຫະພັນແມ່ຍິງ, ເກັບກຳສະຖິຕິສະມາຊິກແມ່ຍິງ ແລະ ຊຸກຍູ້ຄະນະກວດກາແມ່ຍິງແຕ່ລະໜ່ວຍ ໃຫ້ມີການເຄື່ອນໄຫວປົກກະຕິ.

ໃນໄລຍະ 1 ປີຜ່ານມາ, ຄະນະສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ຕໍ່ກັບສະມາຊິກແມ່ຍິງພາຍໃຕ້ຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ ດ້ວຍຫຼາຍຮູບການ, ເຕົ້າໂຮມຄວາມສາມັກຄີພາຍໃນ ເປັນປຶກແຜ່ນ, ນຳພາສຸມໃສ່ການຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ເວົ້າລວມ, ເວົ້າສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກອງບັນຊາການປ້ອງກັນທີ່ຕັ້ງ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແມ່ຍິງ ກະຊວງ ປກສ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແມ່ຍິງຂັ້ນຂອງຕົນ ຮັບປະກັນຜົນສໍາເລັດແຕ່ລະໄລຍະ ຕິດພັນກັບ ການຊຸກຍູ້ນໍາພາເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍຂອງກຳລັງ, ມະຕິ, ຄໍາສັ່ງຂໍ້ກຳນົດຕ່າງໆ ແລະ ມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ຂອງທ່ານຜູ້ນຳ ທີ່ຂັ້ນເທິງຈັດຂຶ້ນໃນແຕ່ລະໄລຍະ.

ພ້ອມນີ້, ກໍໄດ້ເອົາໃຈໃສ່ນຳພາ ໜ່ວຍຮາກຖານ ແລະ ສະມາຊິກແມ່ຍິງ ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ວາງອອກ ໂດຍຕິດພັນກັບ ການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາກໍ່ສ້າງກົມກອງເຂັ້ມແຂງ, ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ໃນນັ້ນ, ໄດ້ນໍາພາເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ ພ້ອມທັງຄັດເລືອກບຸກຄົນ 3 ດີ, ໜ່ວຍ 3 ດີ ແລະ ບຸກຄົນຕົວແບບ ດ້ານວຽກງານວິຊາສະເພາະ, ໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກແມ່ຍິງຢູ່ແຕ່ລະຂົງເຂດວຽກງານ ມີຄວາມຫ້າວຫັນຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ການປ້ອງກັນເວນຍາມຈຸດທີ່ຕັ້ງສຳຄັນທີ່ຂັ້ນເທິງມອບໝາຍ ແລະ ປ້ອງກັນຕະຫຼອດ 24 ຊົ່ວໂມງ ມີ 20 ສະຫາຍ, ເຊິ່ງເຫັນວ່າ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍປອດໄພດີ.