ກົມການເງິນ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ປິດຊຸດຝຶກອົບຮົມວຽກງານການເງິນ ປະຈຳປີ 2023 ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມມີ ພົຈວ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຄະນະພັກ-ຄະນະນໍາກົມໃຫຍ່, ຄະນະຫ້ອງ, ກົມ, ກອງທຽບເທົ່າ, ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ສຳມະນາກອນທີ່ມາຈາກບັນດາກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ-ນະ ຄອນຫຼວງ ເຂົ້າຮ່ວມ.

ພັອ ນາງ ຈໍາປາທອງ ເຄນສຸລິນ ຮອງຫົວໜ້າກົມການເງິນ ກ່າວວ່າ: ການຝຶກອົບຮົມວຽກງານການເງິນໃນຄັ້ງນີ້ ເປີດຂຶ້ນໃນວັນທີ 11-13 ກໍລະກົດ 2023, ມີນັກສໍາມະນາກອນຈາກບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ ທັງໝົດ 68 ສະຫາຍ, ແຕ່ລະສະຫາຍກໍໄດ້ເອົາໃຈໃສ່ຄົ້ນຄວ້າ, ຕິດຕາມການນຳສະເໜີບັນດາເອກະສານຕ່າງໆ. ພ້ອມທັງເອົາໃຈໃສ່ໃນການປະກອບຄໍາຄິດຄໍາເຫັນ ເພື່ອເປັນການແລກປ່ຽນບົດຮຽນ ເຊິ່ງກັນແລະກັນກ່ຽວກັບການເຄື່ອນໄຫວເຮັດວຽກງານການເງິນໃນໄລຍະຜ່ານມາ, ແນໃສ່ສ້າງໃຫ້ແຕ່ລະສະຫາຍມີສະຕິ, ມີລະບຽບວິໄນ, ເອົາໃຈໃສ່ປະຕິບັດໂມງເວລາເຂັ້ມງວດ; ການປະເມີນຄວາມຮູ້ນັກສໍາມະນາກອນປະເພດດີ 93%, ປະເພດກາງ 7%.

ໃນພິທີປິດຊຸດຝຶກອົບຮົມ, ພົຈວ ສີສຸວັນ ທອງປະເສີດ ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ, ພ້ອມທັງເນັ້ນໜັກໃຫ້ນັກສຳມະນາກອນທຸກສະ ຫາຍເອົາໃຈໃສ່ຍົກສູງຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຫ້າວຫັນ, ສັດຊື່ບໍລິສຸດ, ມີຄວາມຮັບຜິດຊອບ ແລະ ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ເປັນເຈົ້າການຕິດຕາມການນໍາໃຊ້ງົບປະມານຕ່າງໆໃຫ້ຖືກຕ້ອງຕາມລະບຽບ ແລະ ຖືກເປົ້າ ໝາຍທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ.