ການສຶກສາອົບຮົມການເມືອງ-ນຳພາແນວຄິດ ແມ່ນວຽກງານໜຶ່ງທີ່ສຳຄັນຂອງຜູ້ນຳພາ-ຊີ້ນຳແຕ່ລະຂັ້ນ ແລະ ສອດຫ້ອຍໄປໃນທຸກຂົງເຂດວຽກງານ, ແມ່ນສະໜາມຮົບແຖວໜ້າ ໃນການສ້າງສະຖຽນລະພາບ ແລະ ຄວາມສະຫງົບໃຫ້ໜັກແໜ້ນ ເວົ້າລວມ, ເວົ້າສະເພາະ ແມ່ນຢູ່ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.

ເນື້ອແທ້ຂອງວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ແມ່ນຂະບວນວິວັດແຫ່ງການພັດທະນາຄົນ ຫຼື ສ້າງຄົນ ທາງດ້ານທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນສົມບັດສິນທຳປະຕິວັດ, ອຸດົມຄະຕິປະຕິວັດ, ສະຕິຊາດ, ສະຕິເຄົາລົບກົດໝາຍ, ຄວາມຮູ້-ຄວາມສາມາດ, ຄວາມເຊື່ອໝັ້ນໃນການນຳພາຂອງພັກ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງຄົນບໍ່ດີ, ການຈຳແນວມິດ-ສັດຕູ ແລະ ການກະທຳໃຫ້ມີການປ່ຽນແປງ ຈາກລະດັບເກົ່າໄປສູ່ລະດັບໃໝ່.

ອີງຕາມບົດສະຫຼຸບການນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມກາງສະໄໝທີ II ຂອງອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ:

ໂດຍເຫັນໄດ້ຄວາມສຳຄັນຂອງ ການສຶກສາອົບຮົມການເມືອງ-ນຳພາແນວຄິດ ແຕ່ນີ້ຫາປີ 2025, ອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ຈະເພີ່ມທະວີການນຳພາວຽກງານການເມືອງ-ແນວຄິດ ໂດຍທີ່ຈະເອົາໃຈໃສ່ເປັນເຈົ້າການນຳພາຈັດຕັ້ງເຊື່ອມຊຶມ, ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ນິຕິກຳຕ່າງໆຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກຳລັງ, ຮ່ຳຮຽນເອົາແບບຢ່າງ, ຄຸນສົມບັດຂອງບັນດາທ່ານຜູ້ນຳ ໃຫ້ແກ່ສະມາຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສຶກສາ ຕິດພັນກັບ ການປະຕິບັດລະບອບປະຊຸມ, ຮ່ວມຊີວິດການເມືອງ ແລະ ສ່ອງແສງລາຍງານໃຫ້ເປັນປົກກະຕິ.

ໂດບໄປຄຽງຄູ່ກັບ ການເອົາໃຈໃສ່ເປັນເຈົ້າການນຳພາ, ສຶກສາອົບຮົມແນວຄິດ ໃຫ້ແກ່ສະມາຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສຶກສາທົ່ວ ວຕປ ໃຫ້ມີແນວຄິດ, ອຸດົມການທີ່ຖືກຕ້ອງ, ເສີມຂະຫຍາຍແນວຄິດຊາດເອກະລາດ, ຮັກລະບອບໃໝ່, ຮັກອາຊີບຢ່າງດູດດື່ມ, ກຽມພ້ອມອຸທິດຕົນຢ່າງບໍ່ມີຂອບເຂດ ເພື່ອພາລະກິດພັດທະນານາຍຕຳຫຼວດສູ່ຄຸນນະພາບ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ຢ່າງໜັກແໜ້ນ, ມີການພົວພັນຮ່ວມມືກັບພາຍນອກ ຢ່າງກວ້າງຂວາງ, ຖືກທິດ, ເປັນເຈົ້າການຍົກສູງສະຕິລະວັງຕົວ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ສະກັດກັ້ນ, ແກ້ໄຂແນວຄິດສວຍໂອກາດ, ພະຍາດອາດຍາສິດ, ຫ່າງເຫີນຈາກຂະບວນການ, ແນວຄິດເອື່ອຍອີງ, ເຫັນແກ່ຕົວ ແລະ ສໍ້ລາດບັງຫຼວງ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທຳ.

ໃນໄລຍະຜ່ານມາ, ອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ໄດ້ນໍາເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກໍາລັງ ປກສ ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກ ວຕປ ກໍຄື ມະຕິກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ມາສຶກສາອົບຮົມໃຫ້ຖັນແຖວສະມາຊິກພັກ, ຄູ-ອາຈານ, ນາຍ ແລະ ພົນຕຳຫຼວດ, ນັກສຶກສາ ໄດ້ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ, ກາຍເປັນສະຕິແນວຄິດ ແລະ ການເຄື່ອນໄຫວທີ່ຖືກຕ້ອງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ພາລະກິດປະຕິວັດ, ມີນໍ້າໃຈເສຍສະລະເພື່ອຊາດ, ເພື່ອປະຊາຊົນບັນດາເຜົ່າ ແລະ ອຸທິດຕົນເພື່ອພາລະກິດພັດທະນາ ກຳລັງປ້ອງກັນຄວາມສະຫງົບ ຢູ່ສະຖາບັນການສຶກສາແຫ່ງນີ້.

ຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດ ໃຫ້ສະມາຊິກພັກ, ຄູ-ອາຈານ, ນາຍ ແລະ ພົນຕຳຫຼວດ, ນັກສຶກສາ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ຈຸດໝາຍສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ບຸກບືນຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມມຸ່ງໝັ້ນກໍ່ສ້າງນາຍຕຳຫຼວດປະຊາຊົນ ໃຫ້ມີຄວາມຮູ້, ຄວາມສາມາດ, ລະບຽບວິໄນ, ກ້າປະເຊີນໜ້າຢ່າງຄ່ອງຕົວກັບທຸກສະຖານະການ.

ພ້ອມທັງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ການຜັນແປຂອງສະພາບການສາກົນ ກໍຄື ພາຍໃນ, ເດັດດ່ຽວປົກປ້ອງແນວທາງ, ແຜນນະໂຍບາຍຂອງພັກ, ບໍ່ຫຼົງເຊື່ອເລ່ລ່ຽມ, ກົນອຸບາຍຂອງພວກສັດຕູ, ຕ້ານແນວຄິດສວຍໂອກາດ, ພະຍາດອາດຍາສິດ, ແນວຄິດເກົ່າຄອງເດີມ, ຂີ້ຄ້ານ, ມັກງ່າຍ, ເຫັນແກ່ຕົວ, ແນວຄິດຫຼາຍພັກ, ຫຼາຍເຄົ້າ, ກຸ່ມກ້ອນພັກພວກ, ທ້ອງຖິ່ນ, ຫຼິ້ນກິນຟູມເຟືອຍ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ.

ສັງລວມແລ້ວ, ໃນເງື່ອນໄຂສະພາບການໃໝ່ ວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນຖັນແຖວສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຂອງວິທະຍາຄານຕຳຫຼວດປະຊາຊົນ ຍິ່ງມີຄວາມສຳຄັນ ແລະ ຈຳເປັນຂາດບໍ່ໄດ້ ເພາະວ່າວຽກງານດັ່ງກ່າວນີ້ ເປັນສ່ວນໜຶ່ງໃນການກໍ່ສ້າງພັກ, ກໍ່ສ້າງນາຍ ແລະ ພົນຕຳຫຼວດ ແລະ ການຈັດຕັ້ງ.