ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງໜ້າທີ່ໃໝ່ ຕ້ອງຍົກສູງສະຕິ, ຄວາມຮັບຜິດຊອບ ແລະ ຈິງຈັງໃນການປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນ ຄວາມເປັນແບບຢ່າງ ໃນການເຮັດໜ້າທີ່ວຽກງານ, ຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ, ມີສະຕິຕໍ່ການຈັດຕັ້ງ ແລະ ມີສະຕິຕໍ່ລະບຽບວິໄນ ຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ.

ທິດຊີ້ນໍາດັ່ງກ່າວນີ້ ມີຂຶ້ນໃນໂອກາດທີ່ ພົຈວ ນິລະວົງ ເຈືອງຕະວະລາດ ເຂົ້າຮ່ວມພິທີປະກາດການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ, ເຊິ່ງທ່ານຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງ, ພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ໂດຍສະເພາະຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງໜ້າທີ່ໃໝ່ ຈໍານວນ 4 ສະຫາຍ ຕ້ອງຍົກສູງສະຕິ, ຄວາມຮັບຜິດຊອບ ແລະ ຈິງຈັງໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.

ພ້ອມທັງ ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ, ພາຍໃນກົມກອງຂອງຕົນໃຫ້ດີ, ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ ແລະ ສະຕິລະວັງຕົວຕໍ່ກົມອຸບາຍແບ່ງແຍກ ມ້າງເພທໍາລາຍຂອງຄົນບໍ່ດີ, ຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ, ຄົ້ນຄວ້າຊອກຮູ້ຮ່ຳຮຽນ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆໃຫ້ສູງຂຶ້ນ.

ນອກຈາກນີ້, ເພື່ອເຮັດໃຫ້ວຽກງານທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ມອບໝາຍໃຫ້ ມີຜົນສຳເລັດ ໃນໄລຍະໃໝ່, ທ່ານຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຍັງໄດ້ກ່າວເນັ້ນຕື່ມອີກວ່າ:

ກ່ອນອື່ນໝົດ ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ກຳລັງປ້ອງກັນຄວາມສະຫງົບ ແມ່ນຜູ້ປົກປັກຮັກສາລະບອບໃໝ່. ສະນັ້ນ, ຕ້ອງມີທັດສະນະຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ການນຳພາລວມສູນ, ເປັນເອກະພາບ ແລະ ຮອບດ້ານຂອງພັກ, ການຈັດຕັ້ງຂັ້ນເທິງຂອງຕົນ, ຕ້ອງໄດ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ກຳແໜ້ນລະບຽບກົດໝາຍຂອງລັດ ໂດຍສະເພາະ ກໍາແໜ້ນທິດທາງແຜນການຂອງ ກົມໃຫຍ່ຕຳຫຼວດ ແລະ ຕື່ນຕົວປະຕິບັດຢ່າງເຂັ້ມງວດ.

ຕ້ອງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດທົນທານໜຽວແໜ້ນ, ກຽມພ້ອມທັບມ້າງທຸກກົນອຸບາຍຫັນປ່ຽນ ເພື່ອຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເດັດດ່ຽວປົກປັກຮັກສາຄວາມປອດໄພ ໃຫ້ແກ່ການນຳພັກ-ລັດ, ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ.

ພາລະກິດປະຕິວັດຂອງຊາດເຮົາ ເວລາໃດກໍຕິດພັນກັບການປະຕິວັດໂລກ, ພັກເຮົາຍາມໃດກໍສົມທົບແໜ້ນລັດທິຮັກຊາດ ກັບ ລັດທິສາກົນອັນຜ່ອງໃສ, ສົມທົບກຳລັງແຮງຂອງຊາດ ກັບ ກຳລັງແຮງຂອງຍຸກສະໃໝ; ດັ່ງນັ້ນ, ພວກເຮົາຕ້ອງເພີ່ມທະວີການພົວພັນສາມັກຄີແບບພິເສດ ກັບ ກຳລັງປ້ອງກັນຄວາມສະຫງົບ ຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.

ໃນນາມເປັນກໍາລັງປ້ອງກັນຄວາມສະຫງົບ ເວົ້າສະເພາະ ກຳລັງກົມໃຫຍ່ຕຳຫຼວດ, ທຸກຄົນຕ້ອງມີສະຕິຮັກຊາດສູງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ກ້າເສຍສະຫຼະເພື່ອຜົນປະໂຫຍດຂອງຊາດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ທີ່ຫວັງທຳລາຍມ້າງເພ, ນໍາຜົນເສຍຫາຍມາສູ່ປະເທດຊາດ, ການຈັດຕັ້ງ ແລະ ປະຊາຊົນຢ່າງເດັດຂາດ.

ພ້ອມນີ້, ກໍຕ້ອງຈັດຕັ້ງປະຕິບັດເນື້ອໃນ 4 ບຸກທະລຸ, ວາລະແຫ່ງຊາດ ກໍຄື 1 ແຜນງານ, 4 ໂຄງການ ແລະ ວຽກງານຈຸດສຸມ ກໍຄື ທິດທາງແຜນການຂອງກົມໃຫຍ່ຕໍາຫຼວດວາງອອກ ໃຫ້ມີຜົນສຳເລັດ ແລະ ກ້າວຂຶ້ນເປັນກຳລັງທີ່ມີແບບແຜນທັນສະໄໝເທື່ອລະກ້າວ.

ຕ້ອງບຸກບືນປັບປຸງກໍ່ສ້າງຕົນເອງ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຮັບເອົາອັນໃໝ່ໆຂອງໂລກ.

ຕ້ອງຮູ້ຜັນຂະຫຍາຍເນື້ອໃນທາດແທ້, ມູນເຊື້ອອັນດີງາມຂອງກຳລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ 3 ທາດແທ້, 7 ມູນເຊື້ອ ແລະ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດ ແລະ ໜັກໜ່ວງດັ່ງກ່າວນີ້.

ໂດຍລວມແລ້ວ, ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງ, ພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໂດຍສະເພາະຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງໜ້າທີ່ໃນຄັ້ງນີ້ ຈະມີຄວາມສໍາເລັດ ແລະ ເກີດດອກອອກຜົນເປັນຈິງນັ້ນ ແມ່ນມີຄວາມຮຽກຮ້ອງໃຫ້ທຸກສະຫາຍ ນໍາເອົາທິດຊີ້ນໍາດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງທີ່ມີກຽດນີ້ ສໍາເລັດຕາມທີ່ໄດ້ຮັບມອບໝາຍ.