ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ເປັນຄະນະຊາວໜຸ່ມໜຶ່ງທີ່ຂຶ້ນກັບ ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ, ມີຖານະທຽບເທົ່າກັບບັນດາຮາກຖານອື່ນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫ້ອງຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ, ໃຕ້ການນຳພາໂດຍກົງຮອບດ້ານຂອງ ຄະນະພັກຮາກຖານ ກົມສື່ສານ ໃນການປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງຊາວໜຸ່ມ ໃຫ້ມີຜົນສຳເລັດ.

ຕະຫຼອດໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ກະຊວງ ປກສ ໄດ້ມີຄວາມເອົາໃຈໃສ່ຊີ້ນຳ-ນຳພາໃຫ້ບັນດາໜ່ວຍຊາວໜຸ່ມຮາກຖານທີ່ຂຶ້ນກັບ ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມໃນຂົງເຂດຄວາມຮັບຜິດຊອບ ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກ ຢ່າງເປັນຂະບວນຟົດຟື້ນ ເພື່ອຮັບປະກັນບັນລຸຈຸດປະສົງສ້າງໃຫ້ສະມາຊິກຊາວໜຸ່ມທົ່ວກົມສື່ສານ ເປັນເຈົ້າຕົນເອງ ໃນການຝຶກຝົນຫຼ່ໍຫຼອມ, ເສີມຂະຫຍາຍສະຕິປັນຍາ-ຫົວຄິດປະດິດສ້າງ ເພື່ອນຳເອົາບົດຮຽນຂອງບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ, ແນໃສ່ພັດທະນາຊາວໜຸ່ມ ແລະ ການຈັດຕັ້ງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ ໃຫ້ຫຼຸດໜ້ອຍຖອຍລົງເປັນແຕ່ລະໄລຍະ.

+ ພັທ ມາລາສິດ ພິມມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໃຫ້ຮູ້ເຖິງຜົນສຳເລັດຂອງການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກ ດັ່ງນີ້:

1. ບຸກດ້ານການເມືອງແນວຄິດ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກຊາວໜຸ່ມ ໂດຍຖືເອົາການນໍາພາຮ່ວມຊີວິດປະຈຳອາທິດຂອງວຽກງານວິຊາສະເພາະ, ປະຈໍາເດືອນຂອງຈຸ, ຂອງໜ່ວຍ, ແລະ ການເຂົ້າຮ່ວມຮັບຟັງປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ້ກໍານົດ, ກົດລະບຽບຂອງພັກ, ຂອງຊາວໜຸ່ມ, ກົດໝາຍຂອງລັດ, ຂອງກຳລັງ ປກສ ແລະ ນໍາເອົາສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ມາເປັນເນື້ອໃນຂອງການສຶກສາອົບຮົມ.

ຜ່ານການສຶກສາອົບຮົມທາງດ້ານແນວຄິດ ສາມາດເຮັດໃຫ້ສະມາຊິກຊາວໜຸ່ມທົ່ວກົມສື່ສານ ມີຄວາມສະຫງົບດີໂດຍພື້ນຖານ ເຊິ່ງສະແດງອອກໃນບັ້ນດຳເນີນຊີວິດການເມືອງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກຮາກຖານ ກົມສື່ສານ, ສະມາຊິກຊາວໜຸ່ມພວກເຮົາ ສາມາດຕີລາຄາແບ່ງປະເພດດັ່ງນີ້: ຈໍານວນສະມາຊິກຊາວໜຸ່ມທັງໝົດ 179 ສະຫາຍ, ປະເພດແຂງ 132 ສະຫາຍ ເທົ່າກັບ 93,61%, ປະເພດກາງ 4 ສະຫາຍ ເທົ່າກັບ 2,83%.

2. ບຸກດ້ານການຝຶກຝົນຫຼ່ໍຫຼອມຮ່ຳຮຽນ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ສົມທົບທຸກອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອນຳສະເໜີປະຕິບັດຕໍ່ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ເປັນຕົ້ນແມ່ນ ການຍ້ອງຍໍ, ການເລື່ອນຊັ້ນ, ການໄປຍົກລະດັບດ້ານຕ່າງໆ ສະແດງອອກດັ່ງນີ້:

ຮັບສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ຍິງ 2 ສະຫາຍ, ຮັບສະມາຊິພັກສຳຮອງ 17 ສະຫາຍ ຍິງ 6 ສະຫາຍ, ຮຽນສະໜັບສະໜູນ 6 ສະຫາຍ ຍິງ 1 ສະຫາຍ, ຮຽນລະບຽບ 9 ສະຫາຍ ຍິງ 2 ສະຫາຍ.

ນະໂຍບາຍເລື່ອນຊັ້ນ 11 ສະຫາຍ ຍິງ 3 ສະຫາຍ, ມີຊັ້ນພັນໂທ 1 ສະຫາຍ, ຮ້ອຍເອກ 3 ສະຫາຍ ຍິງ 1 ສະຫາຍ, ຮ້ອຍໂທ 1 ສະຫາຍ, ຮ້ອຍຕີ 9 ສະຫາຍ ຍິງ 3 ສະຫາຍ ແລະ ວາທີ 1 ສະຫາຍ, ໄປຮຽນຕໍ່ 14 ສະຫາຍ ຍິງ 4 ສະຫາຍ.

3. ບຸກດ້ານວຽກງານການຈັດຕັ້ງ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ເຄື່ອນໄຫວເຮັດວຽກງານ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກະພາບ, ແບ່ງຄວາມຮັບຊອບໃຫ້ແຕ່ຄະນະ ລົງຮອດສະມາຊິກ, ຕໍ່ສະມາຊິກຊາວໜຸ່ມຜູ້ທີ່ຫ້າວຫັນ ແລະ ມີຄວາມກ້າວໜ້າ ກໍໄດ້ສະເໜີຂັ້ນເທິງຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ຮັບເຂົ້າເປັນສະມາຊິກສຳຮອງ ຈຳນວນ 17 ສະຫາຍ ຍິງ 6 ສະຫາຍ, ຮັບເຂົ້າເປັນສະມາຊິກສົມບູນ ຈໍານວນ 10 ສະຫາຍ ຍິງ 2 ສະຫາຍ. ນອກຈາກນັ້ນ, ຍັງໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນໜ່ວຍ ຄື ໜ່ວຍຊາວໜຸ່ມເຕັກນິກ ແລະ ໜ່ວຍຊາວໜຸ່ມໂທລະສັບ ເປັນຕົ້ນ.

4. ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ:

ໂດຍອີງໃສ່ຈຸດພິເສດ ແລະ ການຈັດຕັ້ງຂອງກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ມີ 1 ຫ້ອງການ ແລະ 8 ພະແນກການ, ເຊິ່ງແຕ່ລະພະແນກ ມີສະມາຊິກຊາວໜຸ່ມພວກເຮົາປະຈໍາຢູ່ ໂດຍແຕ່ລະສະຫາຍກໍໄດ້ຮຽນຈົບການສຶກສາຈາກສະຖາບັນຕ່າງໆ ທັງພາກລັດ, ເອກະຊົນ ແລະ ວິທະຍາຄານ ປກສ ທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ຊັ້ນຕົ້ນຈົນເຖິງປະລິນຍາໂທ ເພື່ອປະຕິບັດຕາມທິດຊີ້ນໍາຂອງຄະນະພັກ ທີ່ວ່າ: ຕ້ອງກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ.

ຊາວໜຸ່ມພວກເຮົາ ນອກຈາກຈະເຮັດວຽກງານວິຊາສະເພາະແລ້ວ ຍັງໄດ້ເຮັດວຽກງານເພີ່ມພູນຜະລິດຜົນ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດຕາມລະດູການ ສະແດງອອກຄື: ໄດ້ມີສວນຜັກລວມຂອງພະນັກງານໂສດ ແລະ ບຸກຄົນ. ນອກຈາກນັ້ນ, ຊາວໜຸ່ມພວກເຮົາຈໍານວນ ໜຶ່ງ ຍັງໄດ້ເຮັດວຽກບໍລິການສ້ອມແປງຄອມພິວເຕີ ແລະ ໂທລະສັບອື່ນໆ ເພື່ອເປັນລາຍຮັບໃຫ້ແກ່ຄອບຄົວ ເຊິ່ງທີ່ມີລາຍໄດ້ສູງພໍສົມຄວນ ບົນພື້ນຖານອາໄສຄວາມຮູ້, ຄວາມສາມາດຂອງໃຜລາວເປັນຫຼັກ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ ໂດຍທີ່ບໍຜິດຕໍ່ຂໍ້ຫ້າມ, ລະບຽບ ແລະ ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ.

ພ້ອມກັນນີ້, ຊາວໜຸ່ມພວກເຮົາ ຍັງໄດ້ປະກອບສ່ວນທຳການຜະລິດໃນສວນລວມນໍາໝູ່ຂອງກົມຕື່ມອີກ ແລະ ອັນພົ້ນເດັ່ນແມ່ນ ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ມີກອງທຶນພັດທະນາຊາວໜຸ່ມ-ແມ່ຍິງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງສະມາຊິກຊາວໜຸ່ມ ເຊິ່ງມີເງິນຝາກຈໍານວນ 1 ຕື້ກວ່າກີບ.

ບັນດາຜົນງານທີ່ຍາດມາໄດ້ນັ້ນ ແມ່ນຍ້ອນມີຄະນະພັກຮາກຖານ ກົມສື່ສານ, ຄະນະບໍລິຫານງານຊາງໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ແລະ ມີການຈັດຕັ້ງຂັ້ນຕ່າງໆ ໄດ້ເອົາໃຈໃສ່ໃກ້ຊິດຕິດແທດໃຫ້ທິດຊີ້ນຳແກ່ຄະນະຮາກຖານຊາວໜຸ່ມ ເປັນປົກກະຕິ; ຍ້ອນ ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ຮູ້ໝູນໃຊ້ທິດທາງແຜນການຂອງຂັ້ນເທິງ ມາເປັນແຜນການລະອຽດຂອງຕົນ ພ້ອມມີການຊີ້ນຳ-ນຳພາກວດກາສະຫຼຸບ ແລະ ຖອດຖອນບົດຮຽນ ບວກກັບຄວາມບຸກບືນຫ້າວຫັນຂອງສະມາຊາວໜຸ່ມ ເຂົ້າໃນການເຄື່ອນໄຫວຕົວຈິງ ຈຶ່ງເຮັດໃຫ້ການສ້າງຂະບວນການ ມີຜົນສຳເລັດໄປດ້ວຍດີ.

ຄຽງຄູ່ກັນນີ້, ຍ້ອນ ຄະນະໜ່ວຍ, ຫົວໜ້າຈຸ ແລະ ຮອງຈຸ ໄດ້ເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານຕົວຈິງຂອງບັນດາສະມາຊິກ ໄດ້ເປັນຢ່າງດີ ແລະ ຮັກສາໄດ້ຄວາມສາມັກຄີພາຍໃນ ຢ່າງໜັກແໜ້ນ.

ຈາກຜົນງານທີ່ບັນດາໜ່ວຍຊາວໜຸ່ມຮາກຖານທີ່ຂຶ້ນກັບ ກົມສື່ສານ ໄດ້ມີຄວາມເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ; ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ 4 ໜ່ວຍຊາວໜຸ່ມຮາກຖານ ທີ່ຖືກຮັບຮອງເປັນໜ່ວຍຊາວໜຸ່ມນຳໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະຈຳປີ 2022 ໃນນີ້ມີ:

  • ໜ່ວຍຊາວໜຸ່ມຮາກຖານຫ້ອງການ
  • ໜ່ວຍຊາວໜຸ່ມຮາກຖານຫ້ອງການເມືອງ
  • ໜ່ວຍຊາວໜຸ່ມຮາກຖານເຕັກນິກ
  • ໜ່ວຍຊາວໜຸ່ມຮາກຖານໂທລະເລກ

ພ້ອມດຽວກັນນີ້, ຄະນະພັກ-ຄະນະກົມສື່ສານ ຈຳນວນ 5 ສະຫາຍ ແລະ ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ 7 ສະຫາຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ກໍໄດ້ຮັບຫຼຽນກາລະນຶກ 65 ປີ ຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເນື່ອງໃນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ.