ໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມາ, ຄ້າຍຄຸມຂັງໂພນເງິນ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ເອົາໃຈໃສ່ນໍາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄຸນສົມບັດສິນທຳປະຕິວັດ, ຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຂໍ້ກຳນົດກົດລະບຽບຕ່າງໆ ມາຈັດຕັ້ງເຜີຍແຜ່ສຶກສາອົບຮົມນັກໂທດ ເພື່ອເຮັດໃຫ້ເຂົາເຈົ້າຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນເອງ ໃນເມື່ອກ່ອນ, ມີການຫັນປ່ຽນທາງດ້ານແນວຄິດ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີ ພາຍຫຼັງພົ້ນໂທດອອກສູ່ສັງຄົມ.

+ ພັທ ຈູມວິໄລ ແກ້ວທອງສີ ຫົວໜ້າຄ້າຍຄຸມຂັງໂພນເງິນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ:

ໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມາ, ຄ້າຍຄຸມຂັງໂພນເງິນ ໄດ້ເອົາໃຈໃສ່ນໍາເອົານັກໂທດມາສຶກສາອົບຮົມ ໃນແຕ່ລະອາທິດ, ແຕ່ລະເດືອນ, ແຕ່ລະໄຕມາດ ບໍ່ໄດ້ຂາດ ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄຸນສົມບັດສິນທຳປະຕິວັດ, ຮີດຄອງປະເພນີອັນດີງາມຂອງຊາດລາວ, ຂໍ້ກຳນົດກົດລະບຽບຕ່າງໆ ແລະ ເອກະສານອື່ນໆ ມາຈັດຕັ້ງເຜີຍແຜ່ສຶກສາອົບຮົມນັກໂທດ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ເຂົ້າໃຈ, ໃຫ້ມີການຫັນປ່ຽນແນວຄິດ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີ ພາຍຫຼັງພົ້ນໂທດອອກສູ່ສັງຄົມ.

ໄປພ້ອມກັບການສຶກສາອົບຮົມ ກໍຍັງໄດ້ຈັດຕັ້ງໃຫ້ເຂົາເຈົ້າ ອອກແຮງງານທໍາການຜະລິດ ແລະ ຮ່ຳຮຽນວິຊາຊີບ ເພື່ອໃຫ້ເຂົາເຈົ້າຮູ້ຈັກຄຸນຄ່າຂອງການອອກແຮງງານ, ມີຄວາມຊິນເຄີຍຕໍ່ກັບການອອກແຮງງານ, ມີວິຊາຊີບຕິດຕົວ ພາຍຫຼັງພົ້ນໂທດອອກໄປມີວຽກເຮັດງານທຳ ແລະ ບໍ່ກັບໄປກະທຳຜິດອີກ, ເຊິ່ງສາມາດເກັບກຳຜົນງານໄດ້ດັ່ງນີ້:

ໄດ້ນໍາພານັກໂທດເຄົາລົບທຸງ 48 ຄັ້ງ, ສຶກສາອົບຮົມ ປະຈຳໄຕມາດ 1, 2, 3 ແລະ 4 ສໍາເລັດ, ສຶກສາອົບຮົມ ປະຈໍາທິດ 48 ຄັ້ງ, ສຶກສາອົບຮົມ ປະຈໍາເດືອນ 12 ຄັ້ງ, ຄັດເລືອກປະເພດຕົວເດັ່ນ ປະຈໍາທິດ 48 ຄັ້ງ, ອົບຮົມນັກໂທດອອກເປັນປ້ອງກັນນອກ 8 ຄັ້ງ, ຄັດເລືອກປະເພດຕົວເດັ່ນ ປະຈຳ ເດືອນ 12 ຄັ້ງ, ສຶກສານັກໂທດທີ່ຍ້າຍເຂົ້າມາໃໝ່ 3 ຄັ້ງ.

ຜ່ານການສຶກສາອົບຮົມ ໄດ້ເຮັດໃຫ້ນັກໂທດສ່ວນຫຼາຍ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ທັງປະກອບສ່ວນເຂົ້າໃນການພັດທະນາຄ້າຍ ແລະ ສ່ວນຫຼາຍທີ່ໄດ້ຮັບການປ່ອຍຕົວອອກສູ່ສັງຄົມ ໄດ້ກາຍເປັນພົນລະເມືອງດີ ແລະ ບໍ່ກັບໄປເຄື່ອນໄຫວກະທຳຜິດອີກ.

ນອກຈາກນີ້, ທາງຄ້າຍກໍໄດ້ເອົາໃຈໃສ່ຈັດຕັ້ງການຝຶກວິຊາຊີບໃຫ້ແກ່ນັກໂທດ ໄດ້ອອກແຮງງານທໍາການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ ຮອງຮັບການຂາດແຄນສະບຽງອາຫານ ໃນໄລຍະທີ່ຄ່າຄອງຊີບແພງ ແລະ ປັບປຸງພັດທະນາພື້ນຖານໂຄງລ່າງການຜະລິດ ພາຍໃນຄ້າຍ ເປັນຕົ້ນແມ່ນ ປູກຝັງ, ລ້ຽງສັດ ແລະ ສາມາດສະຫຼຸບລາຍຮັບ-ລາຍຈ່າຍ ໄດ້ດັ່ງນີ້:

+ ລາຍຮັບຈາກການຜະລິດທັງໝົດ ໃນປີ 2022 ເປັນເງິນຈຳນວນ 454.868.000 ກີບ, ລາຍຈ່າຍ 273.614.000 ກີບ, ເງິນຍັງເຫຼືອ 181.254.000 ກີບ, ຄ້າຍນໍາໃຊ້ 60%, ມອບໃຫ້ກົມ 40%.

+ ກຳໄລຈາກຮ້ານຄ້າ ປີ 2022 ໄດ້ 15.001.000 ກີບ. ປັດຈຸບັນ, ຄ້າຍມີງົວ 66 ໂຕ, ແບ້ 25 ໂຕ ແລະ ໄດ້ຊື້ໝູມາລ້ຽງ 228 ໂຕ, ຂາຍອອກ 173 ໂຕ, ຕາຍ 1 ໂຕ, ຍັງລ້ຽງ 54 ໂຕ; ສ້າງຄອກໝູໄດ້ 1 ຫຼັງ ຈຳນວນ 3 ຄອກ, ປູກມັນຕົ້ນຈຳນວນ 23 ໄລ່, ຊື້ເບົ້າເຫັດ 2.000 ເບົ້າ, ເຊິ່ງກໍສາມາດແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

ພ້ອມກັນນັ້ນ, ກໍໄດ້ຊຸກຍູ້ຄອບຄົວພະນັກງານ ແລະ ອ້າຍນ້ອງໂສດ ເພີ່ມພູນຜະລິດຜົນ, ປູກຝັງ ແລະ ລ້ຽງສັດ ເພື່ອເປັນການສ້າງລາຍຮັບເພີ່ມ.

+ ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2023:

ຈະສືບຕໍ່ສຶກສາອົບຮົມນັກໂທດ ໃນແຕ່ລະອາທິດ, ແຕ່ລະເດືອນ, ແຕ່ລະໄຕມາດ ບໍ່ໃຫ້ຂາດ, ໃຫ້ມີເນື້ອໃນ, ມີວິທີການສຶກສາອົບຮົມແບບໃໝ່ ແລະ ຕ້ອງເຮັດເປັນປະຈໍາ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້-ເຂົ້າໃຈ, ປະຕິບັດຂໍ້ກຳນົດກົດລະບຽບຢ່າງເຂັ້ມງວດ ແລະ ຫັນປ່ຽນແນວຄິດການກະທຳທີ່ບໍ່ດີ ໃຫ້ກາຍເປັນພົນລະເມືອງດີ ເມື່ອພົ້ນໂທດອອກໄປສູ່ສັງຄົມ ແລະ ບໍ່ກະທຳຜິດອີກ.

ຈະສືບຕໍ່ນຳພານັກໂທດ ອອກແຮງງານທຳການຜະລິດໃຫ້ມີຄຸນນະພາບສູງ ແລະ ໃຫ້ໄດ້ຕາມຄາດໝາຍທີ່ທາງກົມວາງອອກ ໂດຍສຸມໃສ່ໃນການປູກຝັງ-ລ້ຽງສັດ ເຊັ່ນ: ສືບຕໍ່ດໍາເນີນການລ້ຽງໝູ, ປາ, ງົວ, ແບ້ ໃຫ້ໄດ້ຮັບປະສິດທິຜົນ, ທັງປະລິມານ ແລະ ຄຸນນະພາບ.

ຈະສືບຕໍ່ປູກຜັກປອດສານຜິດ, ປົກປັກຮັກສາອະນາໄມສວນຫຍ້າ ແລະ ສວນກ້ວຍ ທີ່ໄດ້ປູກໄປແລ້ວນັ້ນ ແລະ ສືບຕໍ່ດໍາເນີນການຂຸດມັນຕົ້ນ ເພື່ອເປັນອາຫານແກ່ສັດລ້ຽງໃຫ້ພຽງພໍ.