ໃນໄລຍະ 1 ປີຜ່ານມາ (ປີ 2022), ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຖືສໍາຄັນຕໍ່ວຽກງານພະລາທິການ ກໍຄື ວຽກງານລ້ຽງດູກຳລັງ, ໄດ້ສ້າງແຜນງົບປະມານປະຈຳປີ, ແຜນລາຍຮັບ-ລາຍຈ່າຍເປັນໃຈກາງທາງດ້ານງົບປະມານ ແລະ ເປັນເຈົ້າການໃນການໃຊ້-ຈ່າຍ ຫັນເຂົ້າສູ່ລະບຽບຫຼັກການການເງິນ, ໄດ້ເອົາໃຈໃສ່ປັບປຸງແບບແຜນການດຳລົງຊີວິດ, ແກ້ໄຂຄວາມທຸກຍາກຂອງຄອບຄົວພະນັກງານ ແລະ ຄູ-ອາຈານ ໃຫ້ຫັນເຂົ້າສູ່ລະບົບກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

+ ພັອ ເຫວີຍສຸກ ພົມມະຈັນ ຫົວໜ້າຫ້ອງການ ວິທະຍາຄານສັນຕິບານປະຊາຊົນ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໃຫ້ຮູ້ວ່າ:

ໃນໄລຍະ 1 ປີຜ່ານມາ, ວິທະຍາຄານສັນຕິບານປະຊາຊົນ ໄດ້ຖືສໍາຄັນຕໍ່ວຽກງານພະລາທິການ ກໍຄື ວຽກງານລ້ຽງດູກຳລັງ, ໄດ້ສ້າງແຜນງົບປະມານປະຈຳປີ, ແຜນລາຍຮັບ-ລາຍຈ່າຍ, ເພີ່ມທະວີການພົວພັນກັບບັນດາຮ້ານຄ້າ, ໂຮງສີເຂົ້າ ແລະ ເຈົ້າຂອງກິດຈະການອື່ນໆ ເພື່ອສັນຍາຮ່ວມມືການສະໜອງທາງດ້ານສະບຽງອາຫານ ແລະ ອື່ນໆ ເຊັ່ນ: ເຂົ້າ, ຊີ້ນ, ປາ, ພືດຜັກ, ໝາກໄມ້, ເຄື່ອງໃຊ້ຫ້ອງການ, ສ້ອມແປງພາຫະນະເຕັກນິກຕ່າງໆ ແລະ ສັນຍາອື່ນໆ ທີ່ເຫັນວ່າມີຄວາມຈຳເປັນ; ສະເພາະຊີ້ນໝູ, ເປັດ, ໄກ່ ແມ່ນຄອບຄົວພະນັກງານຢູ່ພາຍໃນ ປ້ອນເຂົ້າເຮືອນຄົວລວມຕາມອັດຕາຢ່າງຄົບຖ້ວນ ແລະ ທັນເວລາ.

ສໍາລັບວຽກງານການເງິນ ທີ່ເຮັດໜ້າທີ່ເປັນໃຈກາງທາງດ້ານງົບປະມານ ແລະ ເປັນເຈົ້າການໃນການໃຊ້-ຈ່າຍ ຫັນເຂົ້າສູ່ລະບຽບຫຼັກການການເງິນ ພ້ອມກັນນັ້ນໄດ້ເອົາໃຈໃສ່ປັບປຸງແບບແຜນການດຳລົງຊີວິດ, ແກ້ໄຂຄວາມທຸກຍາກຂອງຄອບຄົວພະນັກງານ ແລະ ຄູ-ອາຈານ ໃຫ້ຫັນເຂົ້າສູ່ລະບົບກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ ເປັນຕົ້ນແມ່ນ ບັນດາຫ້ອງ, ສູນ ແລະ ຄະນະວິຊາ ໄດ້ບຸກເບີກບ່ອນທຳການຜະລິດປູກເຂົ້າ, ປູກພືດຜັກ, ລ້ຽງປາ. ໃນນັ້ນ, ວິທະຍາຄານສັນຕິບານປະຊາຊົນ ກໍໄດ້ລ້ຽງປາປະເພດຕ່າງໆ ຈໍານວນ 36 ພັນກວ່າໂຕ ແລະ ສົ່ງເສີມໃຫ້ນັກສຶກສາທໍາການຜະລິດປູກພືດຜັກ ຢ່າງເປັນຂະບວນຟົດຟື້ນ ແລະ ສາມາດສະໜອງເຂົ້າເຮືອນລວມ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ປັບປຸງວຽກງານພະລາທິການ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນ ໄລຍະໃໝ່, ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ໃນການດຳລົງຊີວິດຂອງຄອບຄົວພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ປຸກລະດົມສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເຂົາເຈົ້າມີຄວາມທຸ່ນທ່ຽງ.

ຊຸກຍູ້ໃຫ້ເຂົາເຈົ້າທໍາການຜະລິດປູກຝັງ, ລ້ຽງສັດຕາມ ຄວາມອາດສາມາດ ເພື່ອປ້ອນເຂົ້າເຮືອນຄົວລວມ ຫຼື ສົ່ງອອກຈໍາໜ່າຍແກ່ທ້ອງຕະຫຼາດ, ສາມາດເພິ່ງຕົນເອງ, ກຸ້ມຕົນເອງ, ທໍາມາຫາກິນດ້ວຍຄວາມສັດຊື່ບໍລິສຸດ ແລະ ຖືກຕ້ອງຕາມກົດລະບຽບກົດໝາຍ.

ປົກປັກຮັກສາ ແລະ ນຳໃຊ້ພາຫະນະເຕັກນິກ, ວັດຖຸເຄື່ອງຂອງສ່ວນລວມ, ຮັບປະກັນການນຳໃຊ້ຍາວນານ ແລະ ສາມາດອໍານວຍຄວາມສະດວກໃຫ້ແກ່ ການບໍລິຫານວຽກງານ ກໍຄື ການຮຽນ-ການສອນ ແລະ ເຮັດສຳເລັດໜ້າທີ່.