ໃນໂອກາດທີ່ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ XVl ຂອງໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ; ເຊິ່ງທ່ານໄດ້ມີຄໍາເຫັນໂອ້ລົມ ວ່າ:

ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບ ພ້ອມກັນນໍາເອົາຄວາມຮູ້ທີ່ຮໍ່າຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ຕາມການຈັດຕັ້ງມອບໝາຍໃຫ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ປົກປັກຮັກສາຄວາມສະຫງົບ.

ບັນດາສະຫາຍ ຕ້ອງສືບຕໍ່ກໍ່ສ້າງຕົນເອງ ໂດຍນໍາເອົາຄວາມຮູ້-ຄວາມສາມາດທີ່ຮຽນມາ ໄປໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ ຢູ່ກົມກອງບ່ອນຕົນເອງສັງກັດຢູ່ ໃຫ້ເກີດດອກອອກຜົນໄດ້ດີ, ສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຮັດສໍາເລັດຕາມການມອບໝາຍ.

ພວກສະຫາຍຕ້ອງຍົກສູງຄວາມຮັບຜິດຊອບ ໃຫ້ສົມຄູ່ກັບຊັ້ນ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຕໍ່ຜູ້ບັງຄັບບັນຊາ, ຕໍ່ໝູ່ເພື່ອນ, ຜູ້ໃຕ້ບັງຄັບບັນຊາ, ຕ້ອງຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດ-ສິນທໍາປະຕິວັດ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຄອບຄົວ ກໍຄື ຄວາມເຊື່ອໝັ້ນຂອງການຈັດຕັ້ງຂັ້ນເທິງ.

ພ້ອມນີ້, ກໍຕ້ອງເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີອຸດົມການທີ່ຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ມີແບບແຜນ ແລະ ວິທີເຮັດວຽກທີ່ດີ, ກາຍເປັນພະນັກງານນຳພາ-ບັນຊາໃນທຸກຂົງເຂດວຽກງານ, ມີຄວາມສາມາດໂຄສະນາເຜີຍແຜ່ແນວທາງ ເເລະ ເເຜນນະໂຍບາຍ, ຊຸກຍູ້ປຸກລະດົມຂະບວນການຕ່າງໆ ຢູ່ໃນກົມກອງທ້ອງຖິ່ນ ຕົນ ໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ.

ສໍາລັບນັກສຶກສາອະນຸປະລິນຍາ ທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ແມ່ນມີຈໍານວນຄົນທັງໝົດ 50 ສະຫາຍ ຍິງ 5 ສະຫາຍ, ມາຈາກກົມກອງອ້ອມຂ້າງກະຊວງ, ປກສ ແຂວງ ໃນຂອບເຂດທົ່ວປະເທດ.

ຜ່ານປະຕິບັດການສອນຢ່າງເປັນລະບົບຕໍ່ເນື່ອງ ແລະ ຄົບຖ້ວນ ຕາມເນື້ອໃນໂຄງການຫຼັກສູດທີ່ໄດ້ກຳນົດໄວ້ ມີທັງໝົດ 41 ວິຊາ ແລະ 1 ວິຊາເລືອກ, ມີ 86 ໜ່ວຍກິດ ເທົ່າກັບ 1.712 ຊົ່ວໂມງ. ໃນນັ້ນ, ພາກທິດສະດີມີ 84 ໜ່ວຍກິດ, ປ້ອງກັນບົດຈົບຊັ້ນມີ 2 ໜ່ວຍກິດ, ຮຽນຕົວຈິງ 936 ຊົ່ວໂມງ, ກຽມສຳມະນາ 175 ຊົ່ວໂມງ, ສຳມະນາ 199 ຊົ່ວໂມງ, ທວນເສັງ 130 ຊົ່ວໂມງ, ໄປທັດສະນະສຶກສາ 14 ຊົ່ວໂມງ, ສອບເສັງ 144 ຊົ່ວໂມງ, ຂຽນບົດ 195 ຊົ່ວໂມງ ແລະ ວິຊາເລືອກ 96 ຊົ່ວໂມງ, ປ້ອງກັນໂຄງຮ່າງບົດປ້ອງກັນຈົບຊັ້ນ 7 ຊົ່ວໂມງ ແລະ ປ້ອງກັນບົດຈົບຊັ້ນ 7 ຊົ່ວໂມງ.

ຜ່ານການຮຽນ ສາມາດສະຫຼຸບຜົນໄດ້ດັ່ງນີ້: ເກຼດ A ມີ 40 ສະຫາຍ ຍິງ 5 ສະຫາຍ, ເກຼດ B+ ມີ 10 ສະຫາຍ. ໃນນີ້, ມີນັກສຶກສາທີ່ໄດ້ຮັບໃບຍ້ອງຍໍຮຽນດີ-ຮຽນເກັ່ງ ແລະ ປະຕິບັດລະບຽບໄດ້ດີ ມີ 12 ສະຫາຍ ຍິງ 3 ສະຫາຍ.

ຜ່ານການສຶກສາຄົ້ນຄວ້າຮໍ່າຮຽນ ສາມາດເຮັດໃຫ້ນັກສຶກອະນຸປະລິນຍາ ທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ທີ່ກຳລັງຈະຈົບໄປນີ້ ໄດ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີມາກເລນິນ, ແນວຄິດ ໄກສອນ ພົມວິຫານ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງເປັນລະບົບຄົບຊຸດ, ຕໍ່ເນື່ອງ ແລະ ເລິກເຊິ່ງ.

ບົນພື້ນຖານຄວາມຮູ້ດັ່ງກ່າວນັ້ນ, ນັກສຶກສາໄດ້ມີການປັບປຸງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີນຳພາ-ບັນຊາຂອງຕົນ ສູງຂຶ້ນຕື່ມອີກບາດກ້າວໜຶ່ງ ທັງມີຄວາມໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ອຸດົມການ ແລະ ພາລະກິດປະຕິວັດຂອງພັກເຮົາ, ເຊິ່ງມັນໄດ້ເປັນການປຸກລະດົມຄວາມກະຕືລືລົ້ນ, ຄວາມຕັດສິນໃຈສູງ ແລະ ນໍ້າໃຈຟົດຟື້ນປະຕິວັດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ.