ອີງຕາມບົດສະຫຼຸບການນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມກາງສະໄໝທີ II ຂອງອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ: ໃນໄລຍະແຕ່ນີ້ຮອດປີ 2025, ອົງຄະນະພັກ ວຕປ ໄດ້ມີການກຳນົດໜ້າວຽກໃນການສຸມໃສ່ຊີ້ນຳ-ນຳພາ ບັນດາວຽກງານວິຊາສະເພາະໃຫ້ປະສົບຜົນສຳເລັດຍິ່ງຂຶ້ນ, ເຊິ່ງບັນດາໜ້າວຽກວິຊາສະເພາະທີ່ຈະສຸມໃສ່ຊີ້ນຳ-ນຳພາ ມີດັ່ງນີ້:

+ ປະຕິບັດຕາມແນວທາງ ການປະຕິຮູບການສຶກສາແຫ່ງຊາດ ໂດຍສະເພາະແມ່ນ ການປັບປຸງຫຼັກສູດລະບົບຕ່າງໆ ໃຫ້ມີຄຸນນະພາບດີຂຶ້ນ. ພ້ອມນັ້ນ, ຄົ້ນຄວ້ານຳສະເໜີສ້າງຫຼັກສູດວິຊາສະເພາະທີ່ເຫັນວ່າ ມີຄວາມຈໍາເປັນ, ເປັນເຈົ້າການອອກປະຕິທິນການຮຽນ-ການສອນ ຖືກຕາມກອບຂອງຫຼັກສູດ ດ້ວຍການເອົານັກສຶກສາເປັນໃຈກາງ, ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຕ່ລະຂົງເຂດ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

+ ສືບຕໍ່ເປັນເສນາທິການຂົງເຂດວຽກງານຄົ້ນຄວ້າວິທະຍາສາດ, ສຸມໃສ່ການແປຕຳລາ, ຮຽບຮຽງບົດວິທະຍາສາດປ້ອງກັນຄວາມສະຫງົບ ຈາກພາສາຫວຽດນາມ ເປັນ ພາສາລາວ ໃຫ້ສຳເລັດ.

ຕິດຕາມ, ຊຸກຍູ້ບັນດາຄະນະວິຊາ ເພີ່ມຄວາມຮັບຜິດຊອບໃນການສ້າງອຳນວນ-ສຳເນົາບົດສອນ, ປັບປຸງຕຳລາສິດສອນຂອງແຕ່ລະຄະນະວິຊາ, ຊຸກຍູ້ທຸກພາກສ່ວນ ເຂົ້າຮ່ວມການຄົ້ນຄວ້າວິທະຍາສາດຂັ້ນຕ່າງໆ ຕາມການມອບໝາຍຂອງສະພາວິທະຍາສາດ ວຕປ.

ເປັນເຈົ້າການຄຸ້ມຄອງການຮຽນ-ການສອນ ຫຼັງປະລິນຍາຕີ ໃຫ້ຮັບປະກັນຄຸນນະພາບ ແລະ ມຸ່ງສູ່ປະລິນຍາເອກ, ຄົ້ນຄວ້າ, ປັບປຸງນິຕິກຳ, ລະບຽບການຮັບໃຊ້ການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດ, ກະຕຸ້ນນັກສຶກສາຫັນໜ້າເຂົ້າສູ່ການປະຕິບັດລະບອບ ແລະ ລະບຽບຂອງສະຖາບັນວາງອອກຢ່າງເຂັ້ມງວດ.

+ ຈັດຕັ້ງບຳລຸງ, ຍົກລະດັບໃຫ້ແກ່ຖັນແຖວຄູ-ອາຈານ ຮັບປະກັນມາດຖານທາງດ້ານວຸດທິການສຶກສາ ແລະ ພຽງພໍທາງດ້ານຈຳນວນຕາມໂຄງປະກອບກົງຈັກການຈັດຕັ້ງ, ຕັ້ງໜ້ານຳພາບັນດາໜ່ວຍພັກຮາກຖານຄະນະວິຊາ ປັບປຸງ, ຍົກລະດັບຕຳລາສິດສອນ, ບົດສອນ, ສຳນວນ-ສຳເນົາບົດສອນ ໃຫ້ສາມາດເຊື່ອມສານກັບ ຂະບວນການວຽກງານຕົວຈິງຂອງກົມກອງ, ທ້ອງຖິ່ນ, ອອກຄໍາຖາມ, ຈັດຕັ້ງຄົ້ນຄວ້າສົນທະນາລວມໝູ່, ແນະນຳນັກສຶກສາເຂົ້າຫາ, ເຂົ້າເຖິງແຫຼ່ງສະຕິປັນຍາທີ່ພົວພັນກັບບົດຮຽນທີ່ຕົນສົ່ງທອດ, ພາກວິຊາຂອງຕົນ, ເຂັ້ມງວດໃນການຈັດຕັ້ງກວດກາ, ປະເມີນຜົນການຮຽນ-ການສອນ, ຖືສຳຄັນການຍູ້ຂະບວນການແຂ່ງຂັນສອນດີ, ຮຽນເກັ່ງ, ຫຼ່ໍຫຼອມດີ ແລະ ປະຕິບັດ 7 ລະບອບ 18 ວຽກປະຈຳວັນຂອງນັກສຶກສາ.

+ ສືບຕໍ່ປັບປຸງຫ້ອງເອກະສານ ໃຫ້ເປັນສູນກາງຂໍ້ມູນສື່ການສຶກສາທີ່ທັນສະໄໝ, ສາມາດຕອບສະໜອງການຄົ້ນຄວ້າຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ພ້ອມນັ້ນ, ກໍເພີ່ມທະວີການພັດທະນາລະບົບການພິມ ໃຫ້ມີຄຸນນະພາບດີ, ຮູ້ນຳໃຊ້ເຕັກນິກທີ່ທັນສະໄໝ, ປັບປຸງແບບແຜນວິທີເຮັດວຽກ, ຂອດການບໍລິການ, ຄຸ້ມຄອງຫ້ອງອ່ານ, ຫໍສະໝຸດ ແລະ ຈັດວາງສັບຊ້ອນບັນດາເອກະສານຕ່າງໆ ໃຫ້ເປັນລະບົບ ແລະ ຖືກຕ້ອງຕາມຫຼັກການວິທະຍາສາດ.

ສະຫາຍ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງເລຂາອົງຄະນະພັກ, ຮອງຫົວໜ້າອຳນວຍການ ວິທະຍາຄານຕໍາຫຼວດປະຊາຊົນ ໃຫ້ຮູ້ຕື່ມວ່າ:

ສຳລັບຜົນສຳເລັດຂອງການນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມກາງສະໄໝທີ II ຂອງອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ແມ່ນມີຜົນສຳເລັດຫຼາຍວຽກງານ ໂດຍສະເພາະ ຜົນສຳເລັດຂອງການຊີ້ນຳ-ນຳພາວຽກງານວິຊາສະເພາະ ສະແດງອອກຄື: ຄະນະພັກ ໄດ້ສຸມຄວາມຮັບຜິດຊອບຂອງຕົນ ເຂົ້າໃນການນຳພາປະຕິບັດໜ້າທີ່ການເມືອງຂອງສະຖາບັນ, ສາມາດເຮັດໃຫ້ຂະບວນການຮອບດ້ານ ໄດ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ, ການສອນ-ການຮຽນໄດ້ກາຍເປັນຄວາມຮັບຜິດຊອບຮ່ວມກັນ ລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ.

ໂດຍສາມາດເສີມສ້າງຂີດຄວາມສາມາດບໍລິການຮັບໃຊ້ການສອນ-ການຮຽນ ເຊິ່ງຄະນະພັກໄດ້ນຳພາປັບປຸງໂຄງການຫຼັກສູດລະບົບຕ່າງໆ, ເປັນເຈົ້າການຈັດວາງປະຕິທິນຂຶ້ນຫ້ອງ, ກວດກາການຈັດຕັ້ງປະຕິບັດການສອນ-ການຮຽນ, ການຄົ້ນຄວ້າສົນທະນາລວມໝູ່, ການຄົ້ນຄວ້າດ້ວຍຕົນເອງ, ໂດຍມີການປະສານກັບ ຫ້ອງຄຸ້ມຄອງນັກສຶກສາ ເພື່ອກະຕຸ້ນຄວາມບຸກບືນຫ້າວຫັນ, ແຂ່ງຂັນກັນສຶກສາ, ຮ່ຳຮຽນຂອງນັກສຶກສາ, ການເຄື່ອນໄຫວນອກຫຼັກສູດ, ການລົງຝຶກຫັດ, ການກວດກາປະເມີນຜົນ ແລະ ຈັດຕັ້ງສອບເສັງຈົບຊັ້ນຂອງນັກສຶກສາແຕ່ລະຮຸ່ນ, ແຕ່ລະລະບົບ.

ຄະນະພັກ ໄດ້ນຳພາວຽກງານຄຸ້ມຄອງວິທະຍາສາດ ໂດຍສຸມໃສ່ແຕ່ງ, ແປ, ຮຽບຮຽງຕຳລາສອນ, ບົດວິທະຍາສາດປ້ອງກັນຄວາມສະຫງົບ ຈາກ ສສ ຫວຽດນາມ ແລະ ກໍ່ສ້າງໂຄງຫຼັກສູດຂັ້ນປະລິນຍາເອກ, ການສຶກສາຄົ້ນຄວ້າຂອງນັກສຶກສາປະລິນຍາໂທ, ຂຽນວິທະຍານິພົນ, ບົດລາຍງານໂຄງການຈົບຊັ້ນຂອງນັກສຶກສາປະລິນຍາຕີ, ເປັນເຈົ້າການຄົ້ນຄວ້າ, ຄຸ້ມຄອງຫົວຂໍ້ວິທະຍາສາດ ຂັ້ນ ວຕປ ແລະ ເຂົ້າຮ່ວມການຄົ້ນຄວ້າວິທະຍາສາດ ຂັ້ນກະຊວງ; ພ້ອມນັ້ນ, ຍັງໄດ້ນຳພາວຽກງານມູນເຊື້ອ ເພື່ອດຶງດູດຄວາມສົນໃຈຂອງແຂກ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສຶກສາ ໄດ້ເຂົ້າເບິ່ງ, ເຂົ້າຊົມ.

ຄະນະພັກ ໄດ້ນຳພາ, ຕິດຕາມກວດກາ ແລະ ກະຕຸກຊຸກຍູ້ໃຫ້ຄູ-ອາຈານ ສາມາດກຳແໜ້ນບັນດາວິທີການສິດສອນ, ຮູບແບບການສອນທີ່ຖືເອົານັກສຶກສາເປັນໃຈກາງ, ແຂ່ງຂັນກັນຍົກລະດັບອັບເດດຕໍາລາສິດສອນ, ບົດສອນໃຫ້ທັນຍຸກ, ທັນສະໄໝ, ເຂົ້າຮ່ວມບັນຍາກາດສອນດີ, ສອນເກັ່ງ ດ້ວຍ ການປັບປຸງວິທີການສົ່ງທອດ.

ຄູ-ອາຈານ ໄດ້ເປັນເຈົ້າການຄົ້ນຄວ້າ, ແປຕຳລາ, ແຕ່ງບົດສອນ, ສ້າງສໍານວນ-ສໍາເນົາບົດສອນ, ເຂົ້າຮ່ວມຊົ່ວໂມງສອນ, ຄົ້ນຄວ້າວິທະຍາສາດຂັ້ນຕ່າງໆ ຕາມຄວາມສາມາດຕົວຈິງຂອງຖັນແຖວຄູ-ອາຈານ ກໍຄື ການມອບໝາຍຈາກການຈັດຕັ້ງ, ປະຕິບັດຕາມປະຕິທິນການຂຶ້ນຫ້ອງສິດສອນຢ່າງເຂັ້ມງວດ, ຄົບຄູ່, ນຳພາຄົ້ນຄວ້າ, ສົນທະນາລວມໝູ່, ຈັດຕັ້ງກວດກາ ແລະ ປະເມີນຜົນການສອນ-ການຮຽນ.

ຄະນະພັກ ໄດ້ນຳພາ, ຄຸ້ມຄອງ, ສຶກສາອົບຮົມນັກສຶກສາ ໃຫ້ປະຕິບັດໜ້າທີ່ສຶກສາ, ຮ່ຳຮຽນ, ຝຶກຝົນຫຼ່ໍຫຼອມທາງດ້ານຄຸນສົມບັດ, ສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ມີແບບແຜນນໍາພາ-ບັນຊາ, ດຳລົງຊີວິດທີ່ປອດໃສ, ສີວິໄລ, ກ້າວໜ້າ, ຍົກສູງສະຕິປະຕິບັດຄຳສັ່ງ, ລະບຽບວິໄນ, ຖືເອົາການປະຕິບັດ 7 ລະບອບ 18 ວຽກປະຈຳວັນຂອງນັກສຶກສາ ເປັນໄມ້ຫຼາວັດແທກ, ເພີ່ມທະວີຄຸ້ມຄອງ, ກວດກາການເຂົ້າ-ອອກສະຖາບັນ, ການປະຕິບັດລະບຽບຂຶ້ນຫ້ອງຟັງບັນຍາຍ, ຄົ້ນຄວ້າລວມໝູ່, ຄົ້ນຄວ້າດ້ວຍຕົນເອງ, ສາມາດເຮັດໃຫ້ນັກສຶກສາຫັນໜ້າເຂົ້າສູ່ການຄົ້ນຄວ້າຮໍ່າຮຽນ, ຝຶກຜົນຫຼ່ໍຫຼອມ, ເຂົ້າຮ່ວມຂະບວນການດ້ວຍອາລົມຈິດປະຕິວັດ, ກາຍເປັນທາດຫຼ່ໍລ້ຽງຄຸນລັກສະນະຂອງນາຍຕຳຫຼວດ ທີ່ຮັບປະກັນມາດຖານທາງດ້ານຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີສະຕິລະບຽບວິໄນເຂັ້ມງວດ, ມີແບບແຜນການນຳພາ-ບັນຊາທີ່ມີວິທະຍາສາດ, ມີທັດສະນະແຮງງານດີ ແລະ ມີສຸຂະພາບເຂັ້ມແຂງ. 

ຄະນະພັກ ໄດ້ນຳພາປັບປຸງຫ້ອງອ່ານ, ຫໍສະໝຸດໃຫ້ເປັນສູນກາງ ສະໜອງຂໍ້ມູນຂ່າວສານ, ສາມາດຕອບສະໜອງຄວາມຕ້ອງການຄົ້ນຄວ້າຂອງພະນັກງານ, ຄູ-ອາຈານ, ນັກສຶກສາ ໃນລະດັບທີ່ແນ່ນອນ. ພ້ອມນັ້ນ, ໄດ້ເພີ່ມທະວີການພັດທະນາເຕັກນິກການພິມ, ປັບປຸງແບບແຜນວິທີເຮັດວຽກ, ການບໍລິຫານ, ບໍລິການເອກະສານຮັບປະກັນດ້ານເຕັກນິກວິຊາການ, ຈັດວາງ, ສັບຊ້ອນເອກະສານຕ່າງໆ ຢ່າງເປັນລະບົບ, ຖືກຕ້ອງຕາມຫຼັກການ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ.