ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນຊາທຸກຂັ້ນ ຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງ ໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີຄວາມສາມາດນໍາພາໃນວຽກງານຕົວຈິງ.

ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແລະ ວາງທິດທາງແຜນການ ໄລຍະທ້າຍສະໄໝ; ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຈົ່ງຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມອຸດົມຄະຕິ ແລະ ຈຸດໝາຍການປະຕິວັດຂອງພັກ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ພາຍໃນກົມໃຫ້ເລິກເຊິ່ງ ເພື່ອສ້າງໃຫ້ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນ ຕິດພັນກັບ ການປັບປຸງວິທີການ, ຮູບການ ແລະ ເນື້ອໃນການໂຄສະນາຮົບຮົມ ໃຫ້ແທດເໝາະກັບແຕ່ລະເປົ້າໝາຍ ໃຫ້ມີຄວາມສາມາດໃນການນໍາພາວຽກງານຕົວຈິງ.

ພ້ອມນີ້, ກໍຕ້ອງໄດ້ສືບຕໍ່ສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະຂັ້ນ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເປັນແບບຢ່າງນໍາໜ້າໃນການທາງດ້ານແນວຄິດ ແລະ ການກະທໍາເຂົ້າທຸກຂົງເຂດວຽກງານ, ປັບປຸງແບບແຜນວິທີການນໍາພາ, ແບບແຜນວິທີການເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ເປັນລະບົບເຂັ້ມແຂງຂຶ້ນກວ່າເກົ່າ, ມີຫົວຄິດປະດິດສ້າງກວ່າເກົ່າ ເພື່ອຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.

ສິ່ງທີ່ສໍາຄັນອີກຢ່າງໜຶ່ງ ກໍຄື ການຍົກສູງຄຸນນະພາບຂອງສະມາຊິກພັກ ໂດຍຢຶດໝັ້ນຕາມກົດລະບຽບພັກ ເຊັ່ນ: 5 ຫຼັກການ ແລະ 3 ທິດນໍາ ໃນການກໍ່ສ້າງພັກຢ່າງເຂັ້ມງວດ ໂດຍການກໍ່ສ້າງພັກ ແລະ ຂະຫຍາຍພັກ ຕ້ອງຖືເອົາຄຸນນະພາບເປັນກົກ.

ການກໍ່ສ້າງພະນັກງານ ເປັນບັນຫາສໍາຄັນ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານກໍ່ສ້າງພະນັກງານ, ສ້າງໃຫ້ໄດ້ຖັນແຖວພະນັກງານນໍາພາ-ບັນຊາ ແລະ ພະນັກງານວິຊາສະເພາະ, ວິຊາການທີ່ເກັ່ງ, ຊໍານິຊໍານານ, ມີຄວາມຮູ້ຄວາມສາມາດ ແລະ ເປັນມືອາຊີບ, ຮັບປະກັນລັກສະນະພະນັກງານສືບທອດປ່ຽນແທນ ຢ່າງເປັນລະບົບຕໍ່ເນື່ອງ, ຈິງໃຈປັບປຸງກໍ່ສ້າງເຊິ່ງກັນແລະກັນ ເພື່ອພ້ອມກັນກ້າວໜ້າ.

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຖືສໍາຄັນໃນການຊີ້ນຳການຂຶ້ນກໍານົດພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນລະບົບ. ພ້ອມທັງດຳເນີນການປະເມີນຜົນ ຕໍ່ແຜນກຳນົດພະນັກງານທີ່ມີຢູ່ແລ້ວ ແລະ ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ການຂຶ້ນແຜນກຳນົດພະນັກງານ ຕ້ອງຮັບປະກັນປະຊາທິປະໄຕຢ່າງກວ້າງຂວາງ, ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບທີ່ກຳນົດໄວ້, ທັງຮັບປະກັນໂຄງປະກອບເພດ, ເຜົ່າ ແລະ ອາຍຸກະສຽນ; ແຜນກຳນົດພະນັກງານທີ່ຖືກຮັບຮອງແລ້ວ ຕ້ອງແຈ້ງໃຫ້ຄະນະພັກໃນຂັ້ນຕົ້ນຮັບຮູ້ ເພື່ອສືບຕໍ່ຕິດຕາມຊ່ວຍ ເຫຼືອກໍ່ສ້າງ ຕິດພັນກັບ ການແຈ້ງໃຫ້ຜູ້ກ່ຽວຮັບຊາບ ເພື່ອເພີ່ມສະຕິ ແລະ ຕັ້ງໜ້າໃນການຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ໄປຕາມກົດທີ່ກຳນົດໄວ້, ຍູ້ແຮງການຄົ້ນຄວ້າແກ້ໄຂບັນຫາພະນັກງານທີ່ບໍ່ມີຄຸນນະພາບ ແລະ ເຫຼືອບໍ່ພໍຢູ່ໃນກົງຈັກຂອງຕົນ ໃຫ້ໝົດໄປເທື່ອລະກ້າວ.

ເພີ່ມທະວີການນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ໃຫ້ມີປະສິດທິຜົນຢ່າງຕັ້ງໜ້າ ແມ່ນຄວາມຈຳເປັນພາວະວິໄສ, ຍົກສູງບົດບາດການນຳພາ-ຊີ້ນຳວຽກງານວິຊາສະເພາະ ໃຫ້ມີຄຸນນະພາບ, ຍູ້ແຮງວຽກງານຕາມສາຍຕັ້ງ ໃຫ້ຂະຫຍາຍຕົວຢ່າງແຂງແຮງ, ຮັບປະກັນການເປັນເສນາທິການໃຫ້ກະຊວງ ແລະ ຂັ້ນເທິງກ່ຽວກັບ ວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ, ຈັດຕັ້ງການເຄື່ອນໄຫວສະພາວິທະຍາສາດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບ ປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງກໍ່ສ້າງ ແລະ ພັດທະນາກໍາລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ແລະ ທັນສະໄໝ.

ສືບຕໍ່ສ້າງ ແລະ ປັບປຸງບັນດານິຕິກຳຮັບໃຊ້ການເຄື່ອນໄຫວ ວຽກງານຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ, ຍຸດທະສາດ, ປະຫວັດສາດ-ມູນເຊື້ອ ແລະ ວຽກງານພິພິທະພັນຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອເປັນພື້ນຖານ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ຮັບປະກັນກ້າວຂຶ້ນ.

ພ້ອມນີ້, ກໍຕ້ອງຍົກສູງຄວາມສາມັກຄີພາຍໃນພັກ ເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າເສີມຂະຫຍາຍຄວາມຮັບຜິດຊອບການເມືອງ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ສູງຂຶ້ນ; ຄະນະພັກແຕ່ລະຂັ້ນ ຕ້ອງປະຕິບັດເຂັ້ມງວດ ລະບອບນໍາພາທີ່ມີການກວດກາຢ່າງມີແຜນການ, ເປັນລະບົບ ແລະ ຖືວຽກງານກວດກາເປັນວຽກງານປົກກະຕິ ແລະ ເປັນຄວາມຮັບຜິດຊອບໂດຍກົງ ໃນການນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ເອົາໃຈໃສ່ວຽກງານປ້ອງກັນກຳລັງ ຮັບປະກັນໃຫ້ພາຍໃນມີຄວາມສະຫງົບ, ຖືເອົາການປ້ອງກັນ ແລະ ສະກັດກັ້ນເປັນຕົ້ນຕໍ, ເອົາການແກ້ໄຂເປັນສຳຄັນ, ເພີ່ມທະວີການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ປ້ອງກັນພັກ-ປ້ອງກັນກໍາລັງ ເພື່ອເສີມສ້າງຂະຫຍາຍບາດກ້າວນໍາພາຂອງພັກ ໃຫ້ຮັບປະກັນໃນທຸກດ້ານ.