ໃນວັນທີ 13 ກໍລະກົດ 2023 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ ແລະ ກົມຮ່ວມມືສາກົນ ກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ພາຍຫຼັງສຳເລັດສິ້ນສຸດວາລະການປະຕິບັດໜ້າທີ່ທາງການທູດ ແລະ ເຮັດວຽກຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕະຫຼອດໄລຍະເວລາ 3 ປີ ໃນການປະກອບສ່ວນໃຫ້ການສະໜັບສະໜູນທຶນການຊ່ວຍເຫຼືອຈາກ ລັດຖະບານອາເມລິກາ ຜ່ານອົງການ LSAID, ເຊິ່ງມີ 1 ໂຄງການ ທີ່ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເປັນເຈົ້າຂອງໂຄງການ ໃນການຈັດຕັ້ງປະຕິບັດ ຜ່ານມູນນິທິເອເຊຍປະຈຳລາວ ເຊິ່ງມີງົບປະມານທັງໝົດ ຈຳນວນ 3.672.635,21 ໂດລາສະຫະລັດ ໃນໄລຍະ 2020-2023 ແລະ ປັດຈຸບັນ ແມ່ນໄດ້ສະເໜີໃຫ້ການສະໜັບສະໜູນ ໃນໄລຍະ 2 ປີ (2023-2025) ໃນມູນຄ່າ 3.400.000 ໂດລາສະຫະລັດ.

ທັງນີ້, ທ່ານລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ອວຍພອນໃຫ້ ເອກອັກຄະລັດຖະທູດ ອາເມລິກາ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ໃໝ່ໃຫ້ປະສົບຜົນສຳເລັດ.

ໃນໂອກາດນີ້, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກ ໃນການປະຕິບັດໜ້າທີ່ ໃນໄລຍະ 3 ປີ ແລະ ປະຈຳການຢູ່ ສປປ ລາວຂອງສະຖານທູດເປັນຢ່າງດີ ໂດຍສະເພາະແມ່ນ ຜົນສຳເລັດຂອງການເປີດຫ້ອງການຊ່ວຍເຫຼືອດ້ານກົດໝາຍ 90 ກວ່າແຫ່ງ ໃນ 10 ແຂວງ ຂອງ ສປປ ລາວ ແລະ ຫວັງວ່າຈະໄດ້ສືບຕໍ່ຮັດແໜ້ນ ໃນການຮ່ວມມືຮ່ວມກັນສືບຕໍ່ໄປ.